ກອງປະຊຸມສະໄໝມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 19 ຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ (ສະບັບສ້າງໃໝ່), ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ, ເພື່ອໃຫ້ມີເນື້ອໃນສົມບູນ, ຄົບຖ້ວນ ສາມາດຈັດຕັ້ງປະຕິບັດ ວຽກງານປົກປ້ອງເງິນຝາກ ໄດ້ຢ່າງມີປະສິດທິ ພາບ ແລະ ປະສິດທິຜົນຍິ່ງຂຶ້ນ.
ທ່ານ ນາງ ບຸນຄຳ ວໍລະຈິດ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກ ໄລຍະຜ່າມາ ຊຶ່ງຖືເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ຕໍ່ລະບົບສະຖາບັນການເງິນ ແລະ ການຮັກສາສະຖຽນລະພາບທາງດ້ານການເງິນ ຂອງຫລາຍປະເທດໃນໂລກ ລວມທັງ ສປປ ລາວ ຊຶ່ງເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ຕາໜ່າງຄວາມປອດໄພທາງດ້ານການເງິນ ເຖິງຢ່າງໃດກໍຕາມ, ເຫັນວ່າຍັງມີບາງດ້ານທີ່ເປັນຂໍ້ຈຳກັດ ແລະ ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານປົກປ້ອງເງິນຝາກ ເປັນຕົ້ນແມ່ນການເຄື່ອນໄຫວຂອງ ສຳນັກງານປົກປ້ອງເງິນຝາກ (ສປງ) ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນຕາໜ່າງຄວາມປອດໄພທາງດ້ານການເງິນ
(ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ, ສປງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ) ຍັງບໍ່ທັນໄດ້ກຳນົດສິດ ແລະ ໜ້າທີ່ລະອຽດ ຢູ່ໃນດໍາລັດວ່າດ້ວຍການປົກປ້ອງເງິນຝາກ ເປັນຕົ້ນ ຫລັກການກ່ຽວກັບການແລກປ່ຽນ ຂໍ້ມູນຂ່າວສານ, ການວາງແຜນຮັບມືກັບພາວະວິກິດ, ການຈໍາລອງ ເຫດການຈ່າຍເງິນປົກປ້ອງ ໃນເວລາສະມາຊິກຕົກຢູ່ ໃນສະພາວະລົ້ມລະລາຍ ຊຶ່ງບັນດາຫລັກການເຫລົ່ານັ້ນ ຖືເປັນສ່ວນໜຶ່ງໃນການ ສ້າງຄວາມເຂັ້ມແຂງຂອງລະບົບ ຕາໜ່າງຄວາມປອດໄພທາງດ້ານການເງິນ ຢູ່ ສປປ ລາວ ເພື່ອເຮັດໃຫ້ວຽກງານປົກປ້ອງເງິນຝາກ ປະຕິບັດໄດ້ຢ່າງຄ່ອງຕົວ ແລະ ມີປະສິດທິພາບ ແລະ ປະສິດທິຜົນ; ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການປົກປ້ອງເງິນຝາກ ໃນການຄຸ້ມຄອງບັນດາສະມາຊິກ ໂດຍສະເພາະ ທະນາຄານທຸລະກິດ ຍັງບໍ່ສາມາດປະຕິບັດໄດ້ຢ່າງເຕັມສ່ວນ ເນື່ອງຈາກສະມາຊິກ ເຄື່ອນໄຫວພາຍໃຕ້ນິຕິກຳຂັ້ນກົດໝາຍ ຊຶ່ງສູງກວ່າດຳລັດ ເປັນຕົ້ນ ໃນກໍລະນີທີ່ຕ້ອງມີການຊຳລະສະສາງ ຫລື ເຂົ້າໄປແກ້ໄຂວິກິດການຂອງສະມາຊິກ, ການນຳໃຊ້ນິຕິກຳໃນຂັ້ນດຳລັດ ເຮັດໃຫ້ບໍ່ສາມາດປະຕິບັດ ວຽກງານໄດ້ຢ່າງເດັດຂາດໃນບາງກໍລະນີ ໂດຍສະເພາະກ່ຽວກັບ ການລົ້ມລະລາຍຂອງສະມາຊິກ.
ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ສະບັບສ້າງໃໝ່ ປະກອບມີ 8 ມາດຕາ, 8 ໝວດ, 66 ມາດຕາ ຫາກຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງໃນການຜັນຂະຫຍາຍນິຕິ ກໍາລຸ່ມກົດໝາຍ ເພື່ອຈັດຕັ້ງປະຕິບັດ ວຽກງານປົກປ້ອງເງິນຝາກ ເຮັດໃຫ້ການເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ ທັງເປັນການປັບປຸງ ແລະ ພັດທະນາການຄຸ້ມຄອງຂອງ ສປງ ກໍຄື ທຫລ ມີຄວາມເຂັ້ມແຂງ ເປັນຕົ້ນ ສາມາດນໍາໃຊ້ເຄື່ອງມືໃນການຄຸ້ມຄອງຕາມລະບຽບການ, ຫລັກການ, ເປັນບ່ອນອີງໃນການພັດທະນາ ເຄື່ອງມືຄຸ້ມຄອງຕາມຄວາມສ່ຽງ ຂອງສະມາຊິກທີ່ເປັນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບຝາກໃດໜຶ່ງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃນແຕ່ລະໄລຍະ; ສາມາດກຳນົດອັດຕາເບ້ຍປະກັນເງິນຝາກ ໄດ້ຢືດຢຸນຂຶ້ນ ໂດຍສະເພາະ ການເກັບເບ້ຍປະກັນເງິນຝາກ ຕາມປະເພດຄວາມສ່ຽງຂອງສະມາຊິກ ໝາຍວ່າສະມາຊິກໃດ ທີ່ມີຄວາມສ່ຽງຕໍ່າ ກໍເກັບເບ້ຍປະກັນເງິນຝາກ ໃນອັດຕາທີ່ຕໍ່າ ແລະ ຖ້າມີຄວາມສ່ຽງສູງ ກໍເກັບເບ້ຍປະກັນເງິນຝາກ ໃນອັດຕາທີ່ສູງ ແຕ່ບໍ່ເກີນເພດານ ໜຶ່ງສ່ວນຮ້ອຍ(1%) ທີ່ກຳນົດໄວ້ໃນມາດຕາ II ຂອງຮ່າງກົດໝາຍສະບັບນີ້, ພ້ອມທັງ, ເປັນການຊ່ວຍໃຫ້ ເຂົາເຈົ້າສາມາດປັບປຸງການບໍລິຫານ ພາຍໃນຕົນເອງໃຫ້ດີຂຶ້ນ. ພ້ອມທັງ, ເປັນການສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກເອງ ແລະ ບໍ່ເປັນການເອື່ອຍອີງ ງົບປະມານຈາກພາກລັດ ທີ່ຕ້ອງຮອງຮັບໃຫ້ແກ່ການທົດແທນເງິນຝາກທີ່ບໍ່ພຽງພໍ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຝາກເງິນ ເພື່ອຮັບປະກັນໃຫ້ວົງເງິນປົກປ້ອງສູງສຸດ ບໍ່ໃຫ້ຫລຸດສາມເທົ່າ ຂອງລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນ ແລະ ສາມາດປົກປ້ອງຜູ້ຝາກເງິນ ບໍ່ຫລຸດ ເກົ້າສິບສ່ວນຮ້ອຍ (90%) ຂອງຜູ້ຝາກເງິນທີ່ໄດ້ຮັບການປົກປ້ອງທັງໝົດ. ນອກຈາກນີ້, ຍັງເປັນການ ເພີ່ມຄວາມເຊື່ອໝັ້ນໃຫ້ແກ່ ຜູ້ຝາກເງິນ ແລະ ສັງຄົມ ຕໍ່ລະບົບສະຖາບັນການເງິນຕື່ມອີກ.

