Homeຂ່າວໜ້າໜຶ່ງປຶກສາການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ປຶກສາການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ທ້າຍອາທິດຜ່ານມາ, ຢູ່ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດ ກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ປະຈຳປີ 2026 ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີພະເຖລາ-ນຸເຖລະ, ຄະນະນຳສູນກາງແນວລາວສ້າງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະຮັບຜິດຊອບຈັດກອງປະຊຸມຂອງທັງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.

ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ວ່າ: ກອງປະຊຸມຄັ້ງທີ 1 ຈັດຂຶ້ນປີ 2016 ຢູ່ວັດຫົງຟ້າ ຕັ້ງຢູ່ແຄມຝັ່ງທະເລໜານໄຫ່ ນະຄອນເສິນເຈີ້ນ ແຂວງກວາງຕຸງ ສປ ຈີນ. ມາຮອດປັດຈຸ ບັນ, ກອງປະຊຸມໂຕະມົນດັ່ງກ່າວ ໄດ້ຍົກລະດັບຂຶ້ນເລື້ອຍໆ, ຈັດຂຶ້ນແລ້ວ 10 ຄັ້ງ ແລະ ເຄື່ອນຍ້າຍໄປຈັດຢູ່ຕ່າງປະເທດ 3 ຄັ້ງຄື ຄັ້ງທີ VII, ຄັ້ງທີ VIII, ຄັ້ງທີ IX ແລະ ຄັ້ງທີ XI ນີ້ ຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ ສປປ ລາວ ໂດຍຈະມີຜູ້ແທນຈາກ 31 ປະເທດເຂົ້າຮ່ວມ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາກ່ຽວກັບການກຳນົດທິດທາງ, ວາລະກອງປະຊຸມ, ດ້ານເນື້ອໃນ, ວຽກງານປ້ອງກັນຄວາມປອດໄພຕະຫລອດຮອດການປະສານງານລະຫວ່າງ ສອງຝ່າຍ ລາວ-ຈີນ, ຈີນ-ລາວ ເພື່ອຮັບປະກັນຄວາມພ້ອມຮອບດ້ານ ໃນການຈັດກອງປະຊຸມດັ່ງກ່າວ.

ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ກ່າວຊົມເຊີຍຕໍ່ຄະນະຮັບຜິດຊອບຂອງທັງສອງຝ່າຍທີ່ໄດ້ມີການປະສານງານ ແລະ ກະກຽມຄວາມພ້ອມໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນຕື່ມວ່າ: ກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ແມ່ນຢູ່ໃນທາມກາງບັນຍາ ກາດ ທີ່ສອງປະເທດພວມສະເຫລີມສະຫລອງວັນສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ປີທ່ອງທ່ຽວລາວ-ຈີນ, ເປັນໄລຍະທີ່ອອກພັນສາ ແລະ ມີຜູ້ແທນຈາກຫລາຍປະເທດເຂົ້າຮ່ວມ. ສະນັ້ນ, ໃຫ້ຄະນະຮັບຜິດຊອບຂອງທັງສອງຝ່າຍ ກວດກາຄືນບັນດາວຽກງານປິ່ນອ້ອມຮອບດ້ານ ເພື່ອກຽມຄວາມພ້ອມທຸກດ້ານໃນການດຳເນີນກອງປະຊຸມ, ຖືເອົາໂອກາດນີ້ໂຄສະນາໃຫ້ກວ້າງຂວາງທົ່ວເຖິງ, ເລິກເຊິ່ງ; ເປັນເຈົ້າພາບທີ່ດີທີ່ສຸດ ແລະ ຖືເອົາໂອກາດນີ້ເຜີຍແຜ່, ຍົກລະດັບບົດບາດ ສປປ ລາວ ໂດຍສະເພາະ ແມ່ນເຜີຍແຜ່ວັດທະນະທຳອັນດີງາມ ອອກສູ່ເວທີສາກົນ ແລະ ການທ່ອງທ່ຽວຂອງ ສປປ ລາວ ສູ່ສາຍຕາຊາວໂລກອີກດ້ວຍ.

ຂ່າວ-ພາບ: ເຢ+ລີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments