ວັນທີ 17 ຕຸລາ 2026 ທີ່ຄະນະໂຄສະນາອົບຮົມສູນກາງພັກ, ວິສາຫະກິດຄຳເຫລັກຖ່າຍຮູບຕິດເອກະສານນັກຮຽນ ໄດ້ມອບຊຸດກິລາ ຈຳນວນ 20 ຊຸດ, ມູນຄ່າ 2.500.000 ກີບ ໃຫ້ສໍາມະນາກອນລາວ ທີ່ຈະໄປຝຶກອົບຮົມວຽກງານສື່ມວນຊົນ ໄລຍະ 2 ເດືອນ ຢູ່ ສສ ຫວຽດນາມ, ຕາງໜ້າວິສາຫະກິດມອບໂດຍ ທ່ານ ບຸນລ້ຽງ ມະໄລສີ.
ໂອກາດນີ້, ທ່ານ ນາງ ກອງບຸນ ສີສຸວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕາງໜ້າຄະນະທີ່ຈະໄປຝຶກອົບຮົມວຽກງານສື່ມວນຊົນຄັ້ງນີ້ ສະເເດງຄວາມຂອບໃຈມາຍັງ ວິສາຫະກິດຄຳເຫລັກຖ່າຍຮູບຕິດເອກະສານນັກຮຽນ ທີ່ໄດ້ປະກອບສ່ວນໃຫ້ການອຸປະຖຳໃນຄັ້ງນີ້.

