ຄະນະກໍາມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມໃນວັນທີ 16 ຕຸລາ 2026 ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫລຸດຜ່ອນໂທດ ແລະ ການຂໍອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາ, ປະທານຄະ ນະກຳມະການອະໄພຍະໂທດລະດັບຊາດ, ມີທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານຄະນະກໍາມະການອະໄພຍະໂທດ ລະ ດັບຊາດ (ຜູ້ປະຈໍາການ), ພ້ອມດ້ວຍຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ, ຄະ ນະກໍາມະການອະໄພຍະໂທດ ລະດັບຊາດ ແລະ ກອງເລຂາ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ໄດ້ລາຍງານຜົນການກວດກາ ແລະ ຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫລຸດຜ່ອນໂທດ ແລະ ອະໄພຍະໂທດປ່ອຍຕົວ ແກ່ນັກ ໂທດ ປະຈຳປີ 2026. ຈາກນັ້ນ ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ເພື່ອໃຫ້ ການອະໄພຍະໂທດໃຫ້ແກ່ນັກໂທດຖືກຕ້ອງຕາມເງື່ອນໄຂ ທີ່ກໍານົດໄວ້ຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ທັງເປັນການຮັບປະກັນວ່ານັກໂທດຜູ້ທີ່ໄດ້ຮັບອະໄພຍະໂທດ ກັບຕົວເປັນຄົນດີແທ້ໆ, ທັງຮັບປະກັນຄວາມໂປ່ງໃສ ແລະ ທາງດ້ານມະນຸດສະທໍາ. ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນກວດກາ, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານໃຫ້ອະໄພຍະໂທດມີປະສິດທິພາບ, ຮັບປະກັນນະໂຍບາຍມະນຸດສະທຳ, ເພື່ອສຶກສາອົບຮົມນັກໂທດ ເຫັນໄດ້ແນວທາງນະໂຍບາຍອັນຖືກຕ້ອງ ເປັນທໍາຂອງລັດແຫ່ງ ສປປ ລາວ, ໃນການກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍ ເພື່ອສ້າງເງື່ອນໄຂໃຫ້ເຂົາເຈົ້າມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະ ນາປະເທດຊາດ.

ໃນໂອກາດດັ່ງກ່າວ, ທ່ານ ຄໍາພັນ ພົມມະທັດ ໄດ້ເນັ້ນໃຫ້ບັນດາຄະນະກໍາມະການອະໄພຍະໂທດລະດັບຊາດ, ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ເພີ່ມທະວີຄວາມຮັບຜິດ ຊອບ ໃນການກວດກາ, ຄົ້ນຄວ້າ ໂດຍອີງໃສ່ກົດໝາຍ, ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາທີ່ກ່ຽວຂ້ອງເປັນພື້ນຖານໃນການຄົ້ນຄວ້າພິຈາລະນາ ເພື່ອເຮັດໃຫ້ການສະເໜີຂໍອະໄພຍະໂທດ ໃຫ້ແກ່ນັກໂທດ ຮັບປະກັນຄວາມຖືກຕ້ອງທາງດ້ານມະນຸດສາທໍາ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ.
ຂ່າວ: ອອປສ

