ໃນວັນທີ 16 ຕຸລາ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ.
ໃນໂອກາດດັ່ງກ່າວ, ທ່ານ ລໍເຣນສ ວອງ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບການເລືອກຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ໃນວັນທີ 5 ຕຸລາ 2026 ທີ່ຜ່ານມາ ແລະ ໄດ້ເຊື້ອເຊີນຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນເວລາທີ່ເໝາະສົມ ຊຶ່ງ ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາຊົມເຊີຍ ແລະ ຄໍາເຊື້ອເຊີນດັ່ງກ່າວ, ພ້ອມທັງສະແດງຄວາມໝາຍໝັ້ນທີ່ຈະຮ່ວມເຮັດວຽກກັບຝ່າຍສິງກະໂປຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ. ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຢືນຢັນທີ່ຈະໃຫ້ການສະໜັບສະໜູນ ແລະ ການຮ່ວມມືຢ່າງເຕັມທີ່ ຕໍ່ການເປັນປະທານອາຊຽນຂອງ ສິງກະໂປ ໃນປີ 2027 ທີ່ຈະມາເຖິງນີ້, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈໄປຍັງສິງກະໂປ ທີ່ໄດ້ໃຫ້ການສະໜັບສະໜູນ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2024 ທີ່ຜ່ານມາ.

ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ຕະຫລອດໄລຍະ 52 ປີຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆ ຊຶ່ງສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມ ລະຫ່ວາງການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ ລວມເຖິງການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ທີ່ນັບມື້ນັບເພີ່ມຂຶ້ນ. ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານສະອາດ, ການພັດທະນາຊັບພະຍາ ກອນມະນຸດ, ສິນເຊື່ອກາກບອນ ແລະ ຂົງເຂດອື່ນໆ.

ສປປ ລາວ ແລະ ສ ສິງກະໂປ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 2 ທັນວາ 1974. ປັດຈຸບັນ, ສິງກະໂປ ຈັດເປັນອັນດັບທີ 9 ຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນ ສປປ ລາວ ໂດຍມີມູນຄ່າການລົງທຶນລວມ 409 ລ້ານໂດລາສະຫະລັດ. ນັບແຕ່ປີ 2021-2025, ມູນຄ່າການຄ້າສອງຝ່າຍ ລະຫວ່າງ ລາວ ແລະ ສິງກະໂປ ມີມູນຄ່າລວມປະມານ 870 ລ້ານໂດລາສະຫະລັດ. ມາເຖິງປັດຈຸບັນ, ມີພະນັກງານລັດຖະກອນ ຂອງ ສປປ ລາວ ຫລາຍກວ່າ 17.202 ຄົນ ໄດ້ເຂົ້າຮ່ວມ ແລະ ໄດ້ຮັບຜົນປະໂຫຍດຈາກການຝຶກອົບຮົມໄລຍະສັ້ນ ພາຍໃຕ້ໂຄງການຮ່ວມມືສິງກະໂປ (Singapore Cooperation Programs – SCP) ແລະ ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (Initiative for ASEAN Integration – IAI) ນັບຕັ້ງແຕ່ປີ 1992 ເປັນຕົ້ນມາ. ປັດຈຸບັນ, ມີສາຍການບິນໂດຍກົງ ສິງກະໂປ-ລາວ (Scoot Airlines) ຈຳນວນ 3 ຖ້ຽວບິນ/ອາທິດ ແລະ ມີແຜນທີ່ຈະເປີດຖ້ຽວບິນເພີ່ມ ເປັນ 5 ຖ້ຽວບິນ/ອາທິດ.

