ໃນວາລະດຳເນີນກອງປະຊຸມສະໄໝມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ຕອນບ່າຍວັນທີ 16 ຕຸລາ 2026, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ) ຊຶ່ງປະ ກອບມີ 8 ໝວດ ແລະ 37 ມາດຕາ. ໃນນັ້ນ, ໄດ້ຮັກສາເນື້ອໃນໄວ້ຄືເກົ່າ 16 ມາດຕາ ແລະ ໄດ້ປັບປຸງ ທັງໝົດ 21 ມາດຕາ. ຫລັງຈາກນັ້ນ, ສະມາຊິກສະພາແຫ່ງຊາດ (ສສຊ) ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ, ໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ. ທັງນີ້, ແນໃສ່ໃຫ້ສອດຄ່ອງກັບມະຕິ ຂອງພັກ, ການປັບປຸງກົງຈັກລັດຖະບານ ແລະ ສອດຄ່ອງກັບລັດຖະທໍາມະນູນ ສະບັບປັບປຸງ 2025, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປີ 2025, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ການຈັດຕັ້ງປະຕິບັດ ວຽກງານຕົວຈິງ ຂອງລັດຖະບານ.
ໃນໂອກາດນີ້, ທ່ານ ບົວຄົງ ນາມມະວົງ ໄດ້ຍົກໃຫ້ເຫັນເຫດຜົນ ໃນການປັບປຸງຮ່າງກົດໝາຍດັ່ງກ່າວ ຊຶ່ງເປັນເຄື່ອງມືໜຶ່ງທີ່ສໍາຄັນ ແລະ ເປັນບ່ອນອີງ ໃຫ້ແກ່ການຄຸ້ມຄອງບໍລິຫານລັດ ຂອງລັດຖະບານ, ທ່ານ ນາຍົກລັດຖະມົນຕີ, ບັນດາທ່ານ ຮອງນາຍົກລັດຖະມົນຕີ ກໍຄື ສະມາຊິກລັດຖະບານ ຊຶ່ງຈະເຮັດໃຫ້ການບໍລິຫານວຽກງານ ຂອງລັດຖະບານ ມີຄວາມວ່ອງໄວ, ໂລ່ງລ່ຽນ ແລະ ເປັນຂີດໝາຍອັນສໍາຄັນ ໃຫ້ແກ່ຜົນສໍາເລັດ ໃນທຸກດ້ານ ຂອງລັດຖະບານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມທິດຂອງພັກ-ລັດ ເຮົາ ໃນໄລຍະໃໝ່. ພ້ອມນີ້, ກໍຍົກໃຫ້ເຫັນ ຄວາມຈໍາເປັນຂອງການປັບປຸງ ກົດໝາຍວ່າດ້ວຍ ລັດຖະບານ ຊຶ່ງພື້ນຖານແມ່ນອີງໃສ່ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ການປັບປຸງ ລັດຖະທໍາມະນູນ ສະບັບປີ 2025, ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປີ 2025, ການໂຮມກົງຈັກການຈັດຕັ້ງ ຂອງລັດຖະບານ ຕາມມະຕິ 03 ຂອງພັກ, ກົດໝາຍ ແລະ ລະບຽບການ ຂອງລັດຖະບານ ຊຸດທີ X, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 5 ປີ (2026-2030) ຕາມທິດສ້າງບາດກ້າວບຸກທະລຸ; ຫັນກົນໄກການຄຸ້ມຄອງບໍລິ ຫານລັດ ໃຫ້ມີຄວາມວ່ອງໄວ, ທັນສະໄໝ, ເປັນລະບົບຄົບຊຸດ, ຖືກຕ້ອງຄົບຖ້ວນ ແລະ ທັນກັບ ສະພາບການ.
ເມື່ອກົດໝາຍສະບັບນີ້, ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນບ່ອນອີງສຳຄັນ ໃຫ້ແກ່ລັດຖະບານ ກໍຄື ທ່ານນາຍົກ-ບັນດາທ່ານ ຮອງນາຍົກລັດຖະມົນຕີ, ໃນການຄຸ້ມຄອງ, ບໍລິຫານວຽກງານ ຕາມພາລະບົດບາດ ທີ່ໄດ້ກຳນົດໄວ້ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ສັງຄົມ; ຈະເຮັດໃຫ້ການບໍລິຫານວຽກງານ ຂອງລັດຖະບານ ມີຄວາມຖືກຕ້ອງ, ໂລ່ງລ່ຽນ ແລະ ສອດຄ່ອງກັບຈິດໃຈ ຂອງມະຕິ 03 ແລະ ມະຕິ ຂອງກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກ ໃນການຫັນປ່ຽນ ຢ່າງຮອບ ດ້ານ, ເລິກເຊິ່ງ ແລະ ເປັນທັນສະໄໝ, ທັງຮັັບປະກັນປະສິດທິພາບ ແລະ ປະສິດທິຜົນ ໃນການບໍລິ ຫານລັດ; ຈະເປັນບ່ອນອີງໃຫ້ແກ່ຂະແໜງການ ກໍຄື ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫລອດຮອດສັງຄົມ ໄດ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມໜ້າທີ່ ແລະ ພັນທະຂອງຕົນ ດ້ວຍຄວາມເປັນເຈົ້າການສູງຂຶ້ນ.

