Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີີ ຕ້ອນຮັບບັນດາທູດອາຊຽນ ປະຈໍາ ລາວ

ນາຍົກລັດຖະມົນຕີີ ຕ້ອນຮັບບັນດາທູດອາຊຽນ ປະຈໍາ ລາວ

ໃນວັນທີ 16 ຕຸລາ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນຕີີ ເເຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່.

ການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ທ່ານ U Aung Ko ເອກອັກຄະລັດຖະທູດ ເເຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈຳ ສປປ ລາວ, ໃນນາມເປັນປະທານກອງປະຊຸມປຶກສາຫາລືອາຊຽນ (ASEAN Consultative Meeting) ໄດ້ຕາງໜ້າບັນດາທູດອາຊຽນ ສະແດງຄວາມຍິນດີ ແລະ ຊົມ ເຊີຍຢ່າງຈິງໃຈຕໍ່ ທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່. ການໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງສຳຄັນຄັ້ງນີ້ ເເມ່ນໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກ ພັກ-ລັດ ແລະ ປະຊາຊົນ ແລະ ເຊື່ອໝັ້ນວ່າດ້ວຍຄວາມຮູ້, ຄວາມສາມາດ, ປະສົບການ ແລະ ບັນດາຜົນງານຕ່າງໆ, ທ່ານນາຍົກລັດຖະມົນຕີ ຈະສືບຕໍ່ນໍາພາລັດຖະບານ ແລະ ປະຊາຊົນ ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆ.

ທ່ານ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ຄຳອວຍພອນ ແລະ ຊົມເຊີຍຢ່າງຈິງໃຈ ຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຕະຫລອດໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງກອງປະຊຸມປຶກສາຫາລືອາຊຽນ ທີ່ເຮັດໜ້າທີ່ເປັນຂົວຕໍ່ໃນການສື່ສານ ແລະ ປະ ສານງານ ເພື່ອສົ່ງເສີມການພົວພັນຮ່ວມມື ທັງໃນຂອບຫລາຍຝ່າຍ ແລະ ສອງຝ່າຍ ແລະ ລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ສປປ ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນີ້, ທ່ານ ນາ ຍົກລັດຖະມົນຕີ ໄດ້ຢໍ້າຄືນວ່າ ສປປ ລາວ ເເມ່ນໃຫ້ຄວາມສຳຄັນຕໍ່ອາຊຽນໃນການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງ ສປປ ລາວ ແລະ ເຫັນວ່າ ອາຊຽນ ເປັນເວທີພາກພື້ນສຳຄັນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ. ສປປ ລາວ ຈະສືບຕໍ່ຂັບເຄື່ອນບຸລິມະສິດການພັດທະນາແຫ່ງຊາດ ແລະ ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030) ແລະ ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຜ່ານນະໂຍບາຍເສດຖະກິດເອກະລາດເປັນເຈົ້າຕົນເອງ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ ຟີລິບປິນ ທີ່ໄດ້ດໍາເນີນການເປັນປະທານອາຊຽນ ດ້ວຍຜົນສໍາເລັດອັນຈົບງາມມາຮອດປັດຈຸບັນ ແລະ ຫວັງວ່າຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຊຶ່ງຈະຈັດຂຶ້ນເເຕ່ວັນທີ 15-17 ພະຈິກ 2026 ທີ່ ມະນີລາ, ຟິລິບປິນ. ພ້ອມນີ້, ສປປ ລາວ ກຽມພ້ອມສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ບົນພື້ນຖານຄວາມອາດສາມາດຂອງຕົນ ຕໍ່ການເປັນປະທານອາຊຽນຂອງ ສິງກະໂປ ໃນປີ 2027.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments