ສຳນັກຂ່າວຊິນຮວາ ຂອງ ສປຈີນ, ວັນທີ 14 ຕຸລາ, ທ່ານ ໂດນັນ ທຣຳ (Donald Trump) ປະທານາທິບໍດີ ສ.ອາເມລິກາ ເປີດເຜີຍວ່າ: ການສໍາຫລວດນໍ້າມັນ, ແກັສ ແລະ ແຮ່ທາດ ຄັ້ງໃຫຍ່ໃນ ກຣີນແລນ (Greenland) ພວມຈະເລີ່ມຕົ້ນຂຶ້ນແຕ່ບໍ່ໄດ້ເປີດເຜີຍລາຍລະອຽດ ກ່ຽວກັບການສຳຫລວດດັ່ງກ່າວ. ໂດຍບັນດາຜູ້ຊ່ຽວຊານເຊື່ອວ່າກຣີນແລນມີປະລິມານນ້ຳມັນທີ່ສາມາດເຂົ້າເຖິງ ແລະ ຂຸດເຈາະໄດ້ງ່າຍຫລາຍກວ່າເກືອບທຸກພື້ນທີ່ເທິງໂລກ.
ເມື່ອທ້າຍເດືອນກັນຍາ ທີ່ຜ່ານມາ, ສ.ອາເມລິກາ, ດານມາກ ແລະ ກຣີນແລນ ໄດ້ລົງນາມ ໃນຂໍ້ຕົກລົງທີ່ຈະເປີດທາງໃຫ້ ສ.ອາເມລິກາ ຂະຫຍາຍການປະຈຳການທາງທະຫານເທິງເກາະກຣີນແລນ ຫລັງຈາກ ທ່ານ ໂດນັນ ທຣຳ ໄດ້ອອກມາກົດດັນຫລາຍຄັ້ງວ່າ ສ.ອາເມລິກາ ຈະເຂົ້າຄວບຄຸມເກາະແຫ່ງນີ້ ແລະ ບໍ່ໄດ້ຕັດຄວາມເປັນໄປໄດ້ທີ່ຈະໃຊ້ວິທີການທາງທະຫານ ຫລື ເສດຖະກິດ ເພື່ອໃຫ້ບັນລຸເປົ້າໝາຍ.

