Homeຂ່າວຕ່າງປະເທດໂອເປກ ຄາດວ່າ ຄວາມຕ້ອງການນໍ້າມັນໂລກ ຈະເພີ່ມຂຶ້ນໃນປີນີ້

ໂອເປກ ຄາດວ່າ ຄວາມຕ້ອງການນໍ້າມັນໂລກ ຈະເພີ່ມຂຶ້ນໃນປີນີ້

ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ໂອເປກ ຄາດການວ່າຄວາມຕ້ອງການນ້ຳມັນໂລກ ໃນປີ 2026 ຈະເຕີບໂຕຊ້າລົງກ່ອນຈະຟື້ນຕົວໃນປີໜ້າ, ກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປກ – OPEC) ຄາດການວ່າຄວາມຕ້ອງການນ້ຳມັນທົ່ວໂລກ ໃນປີ 2026 ຈະເພີ່ມຂຶ້ນ 200.000 ຖັງຕໍ່ວັນ ເມື່ອທຽບໃສ່ກັບປີກາຍນີ້, ຫລຸດລົງເມື່ອທຽບໃສ່ຕົວເລກທີ່ກຳນົດໄວ້ ໃນເດືອນກັນຍາວ່າຈະເພີ່ມຂຶ້ນ 400.000 ຖັງຕໍ່ວັນ.

ໃນບົດລາຍງານຕະຫລາດນ້ຳມັນລາຍເດືອນສະບັບຫລ້າສຸດທີ່ເຜີຍແຜ່ ເມື່ອວັນທີ 13 ຕຸລາວ່າ: ໂອເປກ ຄາດການວ່າຄວາມຕ້ອງການນ້ຳມັນ ໃນປີ 2026 ຂອງກຸ່ມປະເທດອົງການເພື່ອຄວາມຮ່ວມມື ທາງເສດຖະກິດ ແລະ ການພັດທະນາ (OECD) ຈະຫລຸດລົງ 200.000 ຖັງຕໍ່ວັນ ເມື່ອທຽບໃສ່ກັບປີກາຍ. ຂະນະດຽວກັນ, ກໍຄາດວ່າຄວາມຕ້ອງການ ຂອງປະເທດ ນອກກຸ່ມ OECD ຈະເພີ່ມຂຶ້ນ 400.000 ຖັງຕໍ່ວັນ.

ເຖິງແມ່ນວ່າຈະມີການປັບຫລຸດການຄາດການ ສຳລັບ ປີ 2026, ແຕ່ບົດລາຍງານສະບັບຫລ້າສຸດນີ້ກໍຍັງຄົງປັບເພີ່ມຄາດການຄວາມຕ້ອງການນ້ຳມັນໂລກ ໃນປີ 2027. ໂດຍຄາດວ່າຈະເພີ່ມຂຶ້ນ ປະມານ 2,6 ລ້ານຖັງຕໍ່ວັນເມື່ອທຽບໃສ່ກັບປີກາຍ, ຈາກການຄາດການເດີມທີ່ເຄີຍຄາດໄວ້ວ່າຈະເພີ່ມຂຶ້ນ 2,4 ລ້ານຖັງຕໍ່ວັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments