ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ບົດລາຍງານຕະຫຼາດນ້ຳມັນປະຈຳເດືອນຕຸລາຈາກອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ຄາດຄະເນວ່າ, ຄວາມຕ້ອງການນ້ຳມັນທົ່ວໂລກໃນປີ 2026 ຈະເພີ່ມຂຶ້ນ 200,000 ບາເຣວຕໍ່ມື້ ເມື່ອທຽບກັບປີກ່ອນ ຊຶ່ງຫຼຸດລົງຈາກການເພີ່ມຂຶ້ນ 400,000 ບາເຣວຕໍ່ມື້ ທີ່ຄາດຄະເນໄວ້ໃນບົດລາຍງານເດືອນກັນຍາ.
ບົດລາຍງານຊີ້ໃຫ້ເຫັນວ່າ: ຄວາມຕ້ອງການນ້ຳມັນໃນບັນດາປະເທດສະມາຊິກຂອງອົງການເພື່ອການຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ຄາດວ່າຈະຫຼຸດລົງປະມານ 200,000 ບາເຣວຕໍ່ມື້ໃນປີ 2026 ເມື່ອທຽບກັບປີກ່ອນ, ໃນຂະນະທີ່ບັນດາປະເທດທີ່ບໍ່ແມ່ນ OECD ຄາດວ່າຈະເພີ່ມຂຶ້ນປະມານ 400,000 ບາເຣວຕໍ່ມື້.
ໃນຂະນະດຽວກັນ, OPEC ຄາດຄະເນວ່າຄວາມຕ້ອງການນ້ຳມັນທົ່ວໂລກໃນປີ 2027 ຈະເພີ່ມຂຶ້ນປະມານ 2.6 ລ້ານບາເຣວຕໍ່ມື້, ເພີ່ມຂຶ້ນຈາກການຄາດຄະເນກ່ອນໜ້ານີ້ທີ່ 2.4 ລ້ານບາເຣວຕໍ່ມື້, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເພີ່ມຂຶ້ນໃນທັງປະເທດ OECD ແລະ ປະເທດທີ່ບໍ່ແມ່ນ OECD. ບົດລາຍງານຄາດຄະເນວ່າຄວາມຕ້ອງການນ້ຳມັນໃນປີ 2026 ຈະຊ້າລົງຕາມທີ່ຄາດຄະເນໄວ້ໃນປັດຈຸບັນກ່ອນທີ່ຈະເພີ່ມຂຶ້ນໃນປີໜ້າ ຍ້ອນວ່າຫຼາຍປະເທດຕ້ອງເຕີມເຕັມຄັງສຳຮອງນ້ຳມັນຂອງຕົນ.

