Homeຂ່າວໜ້າໜຶ່ງສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສ ອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານ ທີ່ນະຄອນຫລວງ ບາກູ ໃນວັນທີ 14 ຕຸລາ 2026 ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກ ປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນຈາກຫລາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈິສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.

ໃນວາລະກອງປະຊຸມ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ທ່ານ Anar Akhundov ຮອງລັດຖະມົນຕີ ກະຊວງເສດຖະກິດ, ສ ອາແຊັກໄບຊານ ໄດ້ຢືນຢັນວ່າ ສປປ ລາວ ແລະ ສ ອາແຊັກໄບຊານ ມີສາຍພົວພັນທີ່ດີຕະຫລອດໄລຍະ 30 ປີຜ່ານມາ ແລະ ໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນໃນລະດັບພາກພື້ນ ແລະ ສາກົນ ແລະ ເອ ກະພາບກັນວ່າ 2 ປະເທດ ມີທ່າແຮງທີ່ສາມາດເສີມຂະຫຍາຍການຮ່ວມມືທາງການຄ້າ ແລະ ການລົງ ທຶນ ໃຫ້ຫລາຍຂຶ້ນໂດຍອີງໃສ່ທ່າແຮງໄດ້ປຽບຂອງແຕ່ລະປະເທດ.

ໃນໂອກາດດຽວກັນ, ທ່ານ ວັນທະນາ ນໍລິນທາ ກໍາມະການ, ຜູ້ປະຈໍາການ, ຫົວໜ້າຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ນຳສະເໜີນະໂຍບາຍ ແລະ ກາລະໂອກາດໃນການລົງທຶນຂອງ ສປປ ລາວ ໂດຍໄດ້ຢືນຢັນວ່າ ລັດຖະບານລາວ ສະໜັບສະໜູນການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ຖືສຳຄັນໃນການປັບປຸງສະພາບແວດລ້ອມໃນການລົງທຶນໃຫ້ມີຄວາມສະດວກ, ພ້ອມທັງເຊີນຊວນວິສາຫະກິດຂອງ ອາແຊັກໄບຊານ ສຶກສາກາລະໂອ ກາດໃນການລົງທຶນຢູ່ ສປປ ລາວ ໃນ 5 ຂະແໜງການຕົ້ນຕໍ ຄື: ການປຸງແຕ່ງກະສິກຳທີມີມູນຄ່າສູງ, ການປຸງແຕ່ງແຮ່ທາດ (ລັດຖະບານລາວ ເປີດຮັບການລົງທຶນໃນອຸດສາຫະກຳປາຍນໍ້າ ຂອງກິດຈະການແຮ່ທາດ ເພື່ອສ້າງມູນຄ່າເພີ່ມຢູ່ພາຍໃນປະເທດ), ນໍ້າມັນ (ສົ່ງອອກນໍ້າມັນຈາກ ອາແຊັກໄບຊານ ມາ ສປປ ລາວ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນສ້າງໂຮງກັ່ນນໍ້າມັນຢູ່ ສປປ ລາວ), ໂລຈິສຕິກ ແລະ ການທ່ອງທ່ຽວ.

ໃນຕອນທ້າຍ ຍັງໄດ້ມີການປຶກສາຫາລື ລະຫວ່າງ ພາກລັດກ່ຽວກັບກົນໄກ ແລະ ກາລະໂອ ກາດໃນການເສີມຂະຫຍາຍການຮ່ວມມື ແລະ ແລກປ່ຽນບົດຮຽນກັນໃນຕໍ່ໜ້າ ແລະ ພາກທຸລະກິດ ຂອງສອງປະເທດ ໄດ້ພົບປະ ແລະ ປຶກສາຫາລືກ່ຽວກັບການເສີມຂະຫຍາຍການຮ່ວມມືກັນທາງທຸລະກິດ ໂດຍສະເພາະ ການຊື້-ຂາຍພະລັງງານ, ການປຸງແຕ່ງແຮ່ທາດ ແລະ ການສ້າງກອງທຶນພັດທະນາພື້ນຖານໂຄງລ່າງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments