ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ລັດຖະບານອັງກິດ ໄດ້ເປີດຕົວໂຄງການໃໝ່ ເຊິ່ງຈະສ້າງມາດຕະຖານການປະເມີນຄວາມສ່ຽງອຸທົກກະໄພເພື່ອຊ່ວຍໃຫ້ເຈົ້າຂອງເຮືອນ, ບໍລິສັດ ປະກັນໄພ ແລະ ທະນາຄານສາມາດບໍລິຫານຈັດການຄວາມສ່ຽງໃຫ້ໄດ້ຮັບປະສິດທິພາບດີຂຶ້ນ.
ບົດລາຍງານຈາກນະຄອນຫລວງລອນດອນ ຂອງອັງກິດ ລະບຸວ່າ: ກະຊວງສິ່ງແວດລ້ອມ, ອາຫານ ແລະ ກິດການຊົນນະບົດ ຂອງອັງກິດ ລະບຸໃນຖະແຫລງການວ່າໂຄງການໃບຮັບຮອງປະສິດທິພາບ ການຮັບມືກັບອຸທົກກະໄພ (FPC) ຈະເລີ່ມດຳເນີນການໃນລັກສະນະ “ໂຄງການນຳຮ່ອງ” ຢູ່ໃນພື້ນທີ່ຄວາມສ່ຽງໄພນ້ຳຖ້ວມກ່ອນຈະດຳເນີນການໃນວົງກວ້າງໃນປີໜ້າເພື່ອກຳຈັດການປະເມີນ ກ່ຽວກັບ ຄວາມເສຍຫາຍ ທີ່ອາດຈະເກີດຂຶ້ນຕໍ່ອະສັງຫາລິມະຊັບ.
ອຸທົກກະໄພໄດ້ສ້າງຄວາມເສຍຫາຍຢ່າງໜັກຕໍ່ຄອບຄົວ ແລະ ເຂດຊຸມຊົນ. ສະນັ້ນ ພວກເຮົາຈຶ່ງຕ້ອງການໃຫ້ທຸກຄອບຄົວ ໄດ້ຮັບຮູ້ເຖິງຄວາມສ່ຽງຕໍ່ໄພນໍ້າຖ້ວມ ແລະ ແນວທາງໃນການຫລຸດຜ່ອນ ຄວາມສ່ຽງດັ່ງກ່າວ ຊຶ່ງໂຄງການ FPC ຈະຊ່ວຍໃຫ້ປະຊາຊົນ ສາມາດເຂົ້າເຖິງຂໍ້ມູນຢ່າງຊັດເຈນ ແລະ ເຊື່ອຖືໄດ້ ກ່ຽວກັບຄວາມສ່ຽງ ຂອງນ້ຳຖ້ວມ ຂອງບ້ານເຮືອນທີ່ຕ້ອງຜະເຊີນ.

