ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ທ່ານພູວົງອຸ່ນຄໍາແສນສສຊເຂດເລືອກຕັ້ງທີ9 ແຂວງຊຽງຂວາງໄດ້ປະກອບຄໍາເຫັນແລະສະເໜີໃຫ້ປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໂດຍເນັ້ນໜັກເຖິງຄວາມສຳຄັນໃນການປົກປ້ອງຊີວິດແລະສຸຂະພາບຂອງປະຊາຊົນບັນດາເຜົ່າເປັນຕົ້ນມາດຕາ 31 (ການຄວບຄຸມຄຸນນະພາບ) ໄດ້ສະເໜີໃຫ້ກຳນົດມາດຕະຖານດ້ານເຕັກນິກແລະການຜະລິດໃຫ້ມີຄວາມຊັດເຈນເຊັ່ນ: ການກຳນົດອັດຕາສ່ວນຂັ້ນຕໍ່າ-ສູງສຸດຂອງເຫຼົ້າຂາວ, ເຫຼົ້າສາໂທແລະເຄື່ອງດື່ມອື່ນໆເພື່ອໃຫ້ສາມາດກວດກາແລະເປັນມາດຕະຖານຂອງຊາດໄດ້.ມາດຕາ 39 (ສະຖານທີ່ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ) ໄດ້ເນັ້ນໜັກໃຫ້ມີຄວາມຊັດເຈນກ່ຽວກັບຄວາມໝາຍຂອງສະຖານທີ່ບັນເທີງແລະການກຳນົດມາດຕະການໃນກໍລະນີທີ່ສະຖານທີ່ບັນເທີງເກີດຂຶ້ນກ່ອນການປະກາດໃຊ້ກົດໝາຍເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຜູ້ປະກອບການ, ມາດຕາ 40 (ການຊື້-ການຂາຍ) ໄດ້ສ່ອງແສງເຖິງຄວາມເປັນຈິງໃນທາງປະຕິບັດກ່ຽວກັບເວລາກຳນົດການຂາຍ (ຕົວຢ່າງ: ການກຳນົດເວລາຂາຍນັບແຕ່ 4 ໂມງແລງເຖິງ 11 ໂມງກາງຄືນ) ຊຶ່ງອາດຈະສ້າງຄວາມຫຍຸ້ງຍາກໃຫ້ຜູ້ປະກອບການທຸລະກິດຈຶ່ງສະເໜີໃຫ້ພິຈາລະນາຄວາມເໝາະສົມຕາມສະພາບສັງຄົມ, ມາດຕາ 70 (ຂໍ້ຫ້າມສຳລັບຜູ້ບໍລິໂພກ) ແລະມາດຕາ 75 (ສິດແລະພັນທະຂອງແຕ່ລະພາກສ່ວນ) ສະເໜີໃຫ້ທົບທວນຄືນຂໍ້ຫ້າມຕ່າງໆໂດຍສະເພາະແມ່ນການເຜີຍແຜ່, ການປະສານງານກັບຂະແໜງການທີ່ກ່ຽວຂ້ອງເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນສູງສຸດສອດຄ່ອງກັບສະພາບຕົວຈິງຂອງສັງຄົມລາວ.

