ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ແລະ ບົດໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII. ຫຼັງຈາກນັ້ນ, ສະຫາຍ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ ປະທານກວດກາພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນຜ່ານຄໍາແນະນໍາ ສະບັບເລກທີ 557/ຄຈສພ, ລົງວັນທີ 21 ສິງຫາ 2026 ກ່ຽວກັບການຈັດຕັ້ງປະຕິບັດມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ. ຕໍ່ດ້ວຍ ສະຫາຍ ບຸນມາ ດວງມາລາ ຄະນະບໍລິຫານງານພັກ ຫົວໜ້າກົມຈັດຕັ້ງໄດ້ຂຶ້ນລາຍງານບົດສະຫຼຸບວຽກງານຈັດຕັ້ງ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030) ຂອງອົງການໄອຍະການປະຊາຊົນສູງສຸດ. ນອກນັ້ນ, ບັນດາຜູ້ແທນກອງປະຊຸມໄດ້ຂຶ້ນປະກອບຄໍາຄິດຄໍາເຫັນຢ່າງຟົດຟື້ນ ແລະ ມີບັນຍາກາດ ເພື່ອຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ພ້ອມທັງຖອດຖອນບົດຮຽນ ແລະ ສືບຕໍ່ປັບປຸງວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ.

ໃນຕອນທ້າຍ, ສະຫາຍ ນາງ ລີວົງ ລາວລີ ປະທານກອງປະຊຸມ ໄດ້ມີຄໍາເຫັນໂອ້ລົມເນັ້ນໃສ່ 6 ບັນຫາຕົ້ນຕໍສຳຄັນຄື:
1. ເພີ່ມທະວີວຽກງານສຶກສາອົບຮົມການເມືອງ – ນໍາພາແນວຄິດ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຄັ້ງທີ VI ຂອງອົງຄະນະພັກ ອອປສ.
2. ເພີ່ມທະວີບູລະນະລະບົບການຈັດຕັ້ງໃຫ້ເປັນລະບົບຄົບຊຸດ, ເຂັ້ມແຂງ, ພັດທະນາບຸກຄະລາກອນໃຫ້ມີຄຸນທາດການເມືອງ ແລະ ຈັນຍາບັນ.
3. ເອົາໃຈໃສ່ກໍ່ສ້າງໜ່ວຍພັກ-ສະມາຊິກພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ.
4. ຖືສໍາຄັນການຕີລາຄາປະເມີນຜົນການປະຕິບັດວຽກງານຂອງພະນັກງານໃນແຕ່ລະປີ.
5. ປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ສອດຄ່ອງກັບກົດໝາຍ ແລະ ຫັນພະນັກງານຂັ້ນສູນກາງລົງສູ່ທ້ອງຖິ່ນ.
6. ຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາຢ່າງທົ່ວເຖິງ ແລະ ອອກນິຕິກໍາລຸ່ມກົດໝາຍ.
(ຂ່າວ: ອອປສ)

