ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ໂອ້ລົມທາງໂທລະສັບກັບ ທ່ານ ໂດໂນ ທຣໍາປະທານາທິບໍດີສະຫະລັດ ອາເມຣິກາ ໃນວັນທີ 9 ຕຸລາ ຜ່ານມາ, ໂດຍປະກາດຂໍ້ຕົກລົງໃຫ້ຣັດເຊຍສະໜອງນໍ້າມັນກາຊວນໃຫ້ແກ່ ສະຫະລັດ ອາເມຣິກາ ແລະ ຕະຫຼາດໂລກ. ຕໍ່ມາໃນວັນທີ 10 ຕຸລາ ຜ່ານມາ, ລັດຖະບານຣັດເຊຍໄດ້ຜ່ອນຄາຍຂໍ້ຈຳກັດບາງຢ່າງກ່ຽວກັບການສົ່ງອອກນໍ້າມັນກາຊວນທີ່ມີມາຕັ້ງແຕ່ຕົ້ນປີ 2026.

