ສປປ ລາວ ບັນດາອະດິດນັກສຶກສາຈາກໂຄງການແລກປ່ຽນຂອງລັດຖະບານສະຫະລັດ ຫຼາຍກວ່າ 200 ທ່ານໄດ້ເຂົ້າຮ່ວມການໃນງານລ້ຽງສັງສັນພົບປະອະດິດນັກສຶກສາ ທີ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວາ ລະຄົບຮອບ 250 ປີ ເຊິ່ງເປັນກິດຈະກໍາຕະຫຼອດປີຂອງສະຖານທູດ ສະຫະລັດອາເມລິກາ ເນື່ອງໃນໂອກາດສະ ຫຼອງຄົບຮອບ 250 ປີ ແຫ່ງການປະກາດເອກະລາດຂອງສະຫະລັດອາເມລິກາ. ໃນງານດັ່ງກ່າວໄດ້ຈັດຂື້ນ ເພື່ອຍົກຍ້ອງ ແລະ ສະຫຼອງການປະກອບສ່ວນອັນສຳຄັນ ແລະ ຍາວນານຂອງບັນດາພະນັກງານແຖວຫນ້າ, ບັນດາຜູ້ປະກອບການ, ບັນດານັກວິຊາການ ຜູ້ທີ່ເຄີຍເຂົ້າຮ່ວມໂຄງການແລກປ່ຽນຂອງສະຫະລັດ ແລະ ຍັງສືບຕໍ່ມີບົດບາດສຳຄັນໃນການສົ່ງເສີມສາຍພົວພັນສອງຝ່າຍ ລວມທັງການສ້າງສາຍພົວພັນກັບບັນດາສະຖາບັນ ແລະ ທຸລະກິດຂອງສະຫະລັດ.

