ພິທີສະຫຼອງວັນຄົບຮອບ 20 ປີ ສະມາຄົມແພດລະບົບປະສາດລາວ-ຝຣັ່ງ ຈັດຂຶ້ນວັນທີ 13 ຕຸລາ 2026 ຫ້ອງປະຊຸມອໍາຟີ ມວສ ໂດຍມີທ່ານ ສຈ. ປອ. ດຣ. ມາຍຟອງ ມາຍຊາຍ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ທ່ານນາງ Bénédicte Deschamps; ເອກອັກຄະລັດຖະທູດ ສາທາລະນະລັດຝຣັ່ງ ປະຈໍາ ສປປ ລາວ, ທ່ານ ນ. ອາພອນ ວິຊາເທບ, ຮອງລັດທະມົນຕີ ກະຊວງສາທາລະນະສຸກ ທ່ານ ສາດສະດາຈານ. ພິເສດ. ປອ. ດຣ. ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບສາທາລະນະສຸກ, ອາດິດລັດທະມົນຕີ ກະຊວງສາທາລະນະສຸກ. ພ້ອມດ້ວຍບັນດາທ່ານຜູ້ແທນຈາກກະຊວງ ອະດີດການນໍາ, ຜູ້ບໍລິຫານ, ຊ່ຽວຊານ, ນັກວິຊາການ, ບຸກຄະລາກອນທາງການແພດ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ສຈ. ປອ. ດຣ. ມາຍຟອງ ມາຍຊາຍ ກ່າວວ່າ: ການຈັດງານໃນຄັ້ງນີ້ມີຈຸດປະສົງສໍາຄັນ ເພື່ອທົບທວນຜົນສໍາເລັດ, ບົດຮຽນ ແລະ ປະສົບການຈາກການຮ່ວມມືລາວ-ຝຣັ່ງ ໃນຂົງເຂດປະສາດວິທະຍາຕະຫຼອດ 20 ປີຜ່ານມາ; ພ້ອມທັງເປັນເວທີແລກປ່ຽນຄວາມຮູ້, ປະສົບການ ແລະ ນະວັດຕະກໍາທາງວິຊາການ ເພື່ອຍົກລະດັບການວິນິດໄສ, ການປິ່ນປົວ, ການສຶກສາ ແລະ ການຄົ້ນຄວ້າດ້ານລະບົບປະສາດ.
ງານນີ້ຍັງມຸ່ງໝາຍເພື່ອເສີມສ້າງເຄືອຂ່າຍຄວາມຮ່ວມມືລະຫວ່າງບຸກຄະລາກອນສາທາລະນະສຸກຂອງລາວແລະ ຝຣັ່ງ, ສົ່ງເສີມການພັດທະນາທັກສະວິຊາຊີບ, ການສອນ ແລະ ການຄົ້ນຄວ້າ ເພື່ອສ້າງພື້ນຖານທີ່ໝັ້ນຄົງສໍາລັບການພັດທະນາການບໍລິການດ້ານລະບົບປະສາດໃນ ສປປ ລາວ.
ຂ້າພະເຈົ້າເຊື່ອໝັ້ນວ່າ ຜົນການປຶກສາຫາລື ແລະ ການແລກປ່ຽນໃນມື້ນີ້ ຈະຊ່ວຍກໍານົດທິດທາງການຮ່ວມມືໃນອະນາຄົດ ໃຫ້ມີຄວາມຕໍ່ເນື່ອງ, ເຂັ້ມແຂງ ແລະ ຕອບສະໜອງຕໍ່ຄວາມຕ້ອງການດ້ານສຸຂະພາບຂອງປະຊາຊົນໄດ້ດີຍິ່ງຂຶ້ນ.

