Homeຂ່າວດ່ວນຊີແຈງກໍລະນີເຈົ້າໜ້າທີ່ເກາະຢູ່ຂ້າງລົດຟໍຈູນເນີ

ຊີແຈງກໍລະນີເຈົ້າໜ້າທີ່ເກາະຢູ່ຂ້າງລົດຟໍຈູນເນີ

ສື່ສັງຄົມອອນລາຍເຜີຍແຜ່ວີດີໂອກໍລະນີເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເກາະຢູ່ຂ້າງລົດຟໍຈູນເນີສີຂາວ ປ້າຍທະບຽນ ກຫ 8899 ສະຫວັນນະເຂດ, ເຊິ່ງໃນເຫດການນີ້, ສັງຄົມຕັ້ງບັນຫາວ່າ ເປັນຫຍັງເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເຖິງເຮັດແບບນີ້ ເພາະມັນມີຄວາມສ່ຽງເກີນໄປ ຫຼື ບໍ່ ?.

ພັນໂທ ຄຳພູ ສົມແພງພັນ ຮອງຫົວໜ້າພະແນກຕຳຫຼວດຈາລາຈອນ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ທີມຂ່າວສື່ມວນຊົນ ກະຊວງ ປກສ ໃນວັນທີ 13 ຕຸລາ 2026 ວ່າ: ໃນວັນທີ 7 ຕຸລາ 2026, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວຕັ້ງຈຸດກວດກາເພື່ອປະຕິບັດຕາມແຜນຕ້ານປະກົດການຫຍໍ້ທໍ້ຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນຫຼວງ ໂດຍໄດ້ຕັ້ງຈຸດກວດກາຢູ່ເສັ້ນທາງຖະໜົນໄກສອນ ຢູ່ຈຸດຫຼັກ 6, ໃນເວລາປະມານ 21 ໂມງ ໄດ້ພົບເຫັນ ລົດຟໍຈູນເນີຄັນດັ່ງກ່າວ ແລ່ນມາຮອດຈຸດກວດກາປະມານ 150 ແມັດ, ເຈົ້າໜ້າທີ່ເຫັນມີພິລຸດສົງໄສ ຜູ້ຂັບຂີ່ໄດ້ຈອດລົດຢູ່ທາງຂວາມື ປະມານ 5 ນາທີ ແລ້ວເຈົ້າໜ້າທີ່ກໍໄດ້ຕິດຕາມ, ສັງເກດເບິ່ງການເຄື່ອນໄຫວລົດຄັນດັ່ງກ່າວ; ຈາກນັ້ນ, ລົດຄັນດັ່ງກ່າວແລ່ນຜ່ານຈຸດກວດກາ, ເຈົ້າໜ້າ ຈື່ງລັດກວດຕາມຫຼັກການວິຊາເພາະ ພ້ອມທັງສົ່ງສັນຍາໃຫ້ລົດຄັນດັ່ງກ່າວຈອດ ແຕ່ມາຈຸດກວດແລ້ວ, ລົດຄັນດັ່ງກ່າວໄດ້ເພີ່ມຄວາມໄວຂຶ້ນແລ່ນຜ່ານ ໃນເວລານັ້ນຢູ່ຈຸດກວດໃກ້ໄຟແດງ ຫຼັກ 6 ມີລົດຈອດໄຟແດງຢູ່ຕໍ່ໜ້າລົດຄັນດັ່ງກ່າວແມ່ນບໍ່ສາມາດໄປໄດ້.

ຮ້ອຍຕີ ພູມສັກດາ ໄຊຊົມພູ ໜ້າທີ່ຮັບຜິດຊອບວິຊາການ ກອງທາງຫຼວງ ພະແນກຕຳຫຼວດ ຈາລະຈອນນະຄອນຫຼວງ ພ້ອມດ້ວຍເຈົ້າໜ້າທີ່ອີກຄົນໜຶ່ງ ໄດ້ຂີ່ລົດຈັກຕິດຕາມໄປ ເພື່ອບອກໃຫ້ຜູ້ຂັບຂີ່ລົດຄັນດັ່ງກ່າວເອົາແວ່ນລົງຂໍກວດເອກະສານຕາມຫຼັກການ, ໃນເວລານັ້ນເຈົ້າໜ້າທີ່ໄດ້ສັງເກດເບີ່ງ ເຫັນວ່າຢູ່ໃນລົດມີຄົນດຽວ (ຜູ້ຂັບຂີ່) ແລະ ສັງເກດເຫັນມີເຄື່ອງທີ່ຜິດກົດໝາຍ ແຕ່ຜູ້ກ່ຽວບໍ່ມີອາວຸດ ແລະ ໄດ້ຂຶ້ນຢືນຢຸ່ຈຸດຢຽບຂຶ້ນລົດຂ້າງປະຕູເພື່ອບອກໃຫ້ຜູ້ກ່ຽວເອົາແວ່ນລົງ, ພໍດີເວລານັ້ນສັນຍາໄຟຂຽວ, ຜູ້ຂັບຂີ່ໄດ້ເລັ່ງລົດອອກທັນທີ ແລ້ວຕີໄຟສັນຍາລ້ຽວຊ້າຍອອກໄປທາງລັດ ໄປທາງກອງບັນຊາການປ້ອງກັນສູນກາງ ພ້ອມທັງໃຊ້ຄວາມໄວ ແລະ ເບກກະທັນຫັນ, ຂັບແຊັກຊ້າຍ-ຂວາໄປ-ມາ ເພື່ອເຮັດໃຫ້ເຈົ້າໜ້າທີ່ຕົກອອກຈາກລົດ; ຮຕ ພູມສັກດາ ໄຊຊົມພູ ຈຶ່ງຕັດສິນໃຈຈັບແໜ້ນ ພ້ອມທັງບອກໃຫ້ຜູ້ກ່ຽວຢຸດລົດ ມີຫຍັງຄ່ອຍປຶກສາ ແລະ ລົມກັນ.

ແຕ່ຜູ້ຂັບລົດບໍ່ຈອດ ເພີ່ມຄວາມໄວຂັບລັດອອກຈາກທາງກອງບັນຊາການປ້ອງກັນສູນກາງ ຊອດໃສ່ເສັ້ນທາງ 450 ມຸ່ງໜ້າໄປເສັ້ນທາງໃກ້ຊີຮອດທາງເຂົ້າສະຖານີລົດໄຟ ແລະ ມີຮ່ອມນ້ອຍເບື້ອງຂວາຜູ້ກ່ຽວໄດ້ລ້ຽວເຂົ້າທາງຮ່ອມນ້ອຍ ເມື່ອເປັນທາງຕັນຜູ້ກ່ຽວອາດຈະບໍ່ຄຸນເຄີຍກັບເສັ້ນທາງດ່ັງກ່າວ ຈຶ່ງໄດ້ລ້ຽວລົດກັບ ແຕ່ທາງເຈົ້າໜ້າທີ່ກໍໄດ້ເກ່ຍກ່ອມ ໃຫ້ຜູ້ກ່ຽວເອົາແວ່ນລົງ ໃຫ້ຄວາມຮ່ວມມືຕໍ່ເຈົ້າໜ້າທີ່ ແລ້ວໃຫ້ຢຸດລົດ.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ທີ່ຕິດຕາມນໍາຫຼັງມາ ໄດ້ເຂົ້າຊ່ວຍກັ້ນລົດໄວ້ ຜູ້ຂັບຂີ່ຈຶ່ງຢຸດແລ້ວເອົາລົດຄັນດັ່ງກ່າວກັບມາຈຸດກວດກາ ຈຶ່ງພົບເຫັນລົດຄັນດັ່ງກ່າວມີນໍ້າກະທອມ ຈຳນວນ 7 ຕຸກ ແລະ ຢາສູບໄຟຟ້າ 1 ອັນ ແລ້ວຈຶ່ງໄດ້ນຳຕົວຜູ້ກ່ຽວມາສືບສວນ-ສອບສວນ ທີ່ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ.

ຕໍ່ກັບເຫດການທີ່ເກີດຂຶ້ນ, ຮ້ອຍຕີ ພູມສັກດາ ໄຊຊົມພູ ໃຫ້ຮູ້ອີກວ່າ: ເກາະຕິດຢູ່ກັບລົດຄັນດັ່ງກ່າວ ຈາກຈຸດເກີດເຫດໄຟແດງ ຫຼັກ 6 ຈົນມາຮອດ ເສັ້ນທາງ 450 ປີ (ປະມານ 4-5 ຫຼັກ) ໃນຄວາມຮູ້ສືກຕອນນັ້ນ, ຮູ້ສຶກຕົກໃຈ ແລະ ຢ້ານຕໍ່ການເກີດອຸບັດຕິເຫດ ແຕ່ດ້ວຍຄວາມຮັບຜິດຊອບຕໍ່ໜ້າທີ່ ຈິ່ງພະຍາຍາມເກ່ຍກ່ອມ ແລະ ໃຊ້ຄຳເວົ້າອ່ອນໂຍນຕໍ່ຜູ້ຂັບຂີ່ ເພື່ອໃຫ້ຜູ້ຂັບຂີ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່.

ໃນໂອກາດນີ້, ພັນໂທ ຄຳພູ ສົມແພງພັນ ກ່າວວ່າ: ໃນກໍລະນີດັ່ງກ່າວ ໃນການຮັກສາຄວາມສະຫງົບ ໃນລະຫວ່າງປະຕິບັດໜ້າທີ່ຢູ່ນັ້ນ ເຈົ້າໜ້າທີ່ຕ້ອງປະເຊີນ ກັບຄວາມອັນຕະລາຍ ແລະ ສິ່ງທີ່ທ້າຍ ແຕ່ການປະເຊີນໜ້າກັບປະກົດການຫຍໍ້ທໍ້ ເຊິ່ງເປັນເຫດການສຸກເສີນທີ່ເກີດຂຶ້ນ ດ້ວຍຄວາມກ້າຫານ ແລະ ມີສະຕິເປັນສິ່ງທີ່ສຳຄັນ ທັງນີ້ ກໍຕ້ອງໄດ້ຮັບປະກັນຄວາມປອດໄພໃຫ້ແກ່ຕົນເອງ ແລະ ປະຊາຊົນ ເພາະການປະຕິບັດໜ້າທີ່ບໍ່ພຽງແຕ່ຈັບຕົວຄົນຮ້າຍ, ຈັບຕົວຄົນບໍ່ດີ ຫຼື ຜູ້ລະເມີດລະບຽບກົດໝາຍມາລົງໂທດຕາມລະບຽບກົດໝາຍ ແຕ່ສິ່ງທີ່ສຳຄັນອີກດ້ານຕ້ອງຮັບປະກັນຄວາມປອດໄພ.

ຝາກເຕື່ອນສະຕິຕໍ່ຜູ້ຂັບຂີ່, ໃນກໍລະນີໃດກໍຕາມເວລາເຫັນເຈົ້າໜ້າທີ່ປະຕິບັດໜ້າທີ່ ຕ້ອງໄດ້ໃຫ້ການຮ່ວມມື, ເວລາເຈົ້າໜ້າທີ່ສັນຍາໃຫ້ຈອດລົດ ຕ້ອງໄດ້ຈອດລົດ, ໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ ສ່ວນຜູ້ໄດ້ທີ່ກະທຳຜິດ ກໍ່ຕ້ອງໄດ້ດຳເນີນຄະດີຕາມລະບຽບກົດໝາຍ.

ຂໍ້ມູນ.ປກສ

ພາບ-ຂ່າວ: ບຸນພະຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments