Homeຂ່າວຕ່າງປະເທດເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.

ນັບຕັ້ງແຕ່ເດືອນກໍລະກົດຜ່ານມາ, ໂຄງການໄດ້ເປີດຮັບບໍລິຈາກເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ-ການສອນຈາກທົ່ວເມືອງເຕີຊິງ. ພາຍຫຼັງເກັບກຳແລ້ວ, ເຄື່ອງດັ່ງກ່າວໄດ້ເລີ່ມຈັດສົ່ງອອກເປັນງວດໆ ໃນທ້າຍເດືອນກັນຍາ. ປັດຈຸບັນ, ເຄື່ອງຊ່ວຍເຫຼືອງວດທຳອິດໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນ, ສປປ ລາວ ເປັນທີ່ຮຽບຮ້ອຍແລ້ວ.

ກິດຈະກຳລະດົມນ້ຳໃຈຊ່ວຍເຫຼືອໃນຄັ້ງນີ້ ໄດ້ຮັບຄວາມສົນໃຈ ແລະ ໃຫ້ການຕອບຮັບຢ່າງກວ້າງຂວາງຈາກປະຊາຊົນຜູ້ມີຈິດໃຈເມດຕາທົ່ວທັງເມືອງ. ປະຊາຊົນໄດ້ນຳເອົາເສື້ອຜ້າລະດູໃບໄມ້ປົ່ງ ແລະ ລະດູຮ້ອນທີ່ເປັນຂອງໃໝ່ ຫຼື ຍັງບໍ່ທັນໄດ້ນຳໃຊ້ມາມອບໃຫ້ຈຸດຮັບບໍລິຈາກເຊິ່ງບັນດາອາສາສະໝັກໄດ້ທຳການຂ້າເຊື້ອ, ຫຸ້ມຫໍ່ ແລະ ຈັດລຽງໃສ່ຖົງຢ່າງເປັນລະບຽບຮຽບຮ້ອຍ. ພ້ອມດຽວກັນນີ້, ຄູ-ອາຈານ ແລະ ນ້ອງໆນັກຮຽນຈາກໂຮງຮຽນປະຖົມທົດລອງເມືອງເຕີຊິງ (Deqing Experimental Primary School) ຍັງໄດ້ຮ່ວມກັນຮວບຮວມກະເປົານັກຮຽນ, ບິກ, ປຶ້ມຂຽນໃໝ່ ແລະ ອຸປະກອນການຮຽນ-ການສອນອື່ນໆ ເພື່ອນຳມາມອບໃຫ້ແກ່ເດັກນ້ອຍຜູ້ທີ່ດ້ອຍໂອກາດຢູ່ນະຄອນຫຼວງວຽງຈັນ.

ກິດຈະກຳຄັ້ງນີ້ ສາມາດເກັບກຳເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນໄດ້ທັງໝົດປະມານ 1,3 ໂຕນເຊິ່ງໄດ້ນຳເອົາຄວາມຮັກແພງ ແລະ ຄວາມຫ່ວງໃຍຈາກປະຊາຊົນເມືອງເຕີຊິງ ສົ່ງກົງເຖິງມືປະຊາຊົນຜູ້ທຸກຍາກຢູ່ນະຄອນຫຼວງວຽງຈັນ. ນ້ຳໃຈອັນດີງາມທີ່ຂ້າມຜ່ານສາຍພູ ແລະ ແມ່ນ້ຳໃນຄັ້ງນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງພະລັງ ແລະ ຄວາມອົບອຸ່ນຂອງອາສາສະໝັກຈີນສູ່ສາຍຕາສາກົນເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ລາວ-ຈີນ ໃຫ້ນັບມື້ໝັ້ນຄົງຂະໜົງແກ່ນຍິ່ງຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments