ສຳນັກຂ່າວຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ທ່ານ ເຊບາສະຕຽນ ເລີກໍນູ (Sébastien Lecornu) ນາຍົກລັດຖະມົນຕີຝຣັ່ງ ໄດ້ປະກາດແຜນການປ່ອຍນ້ຳມັນກາຊວນ ອອກຈາກສາງສຳຮອງ ຍຸດທະສາດຂອງປະເທດ ຈຳນວນ 10 ລ້ານຖັງ ເພື່ອຊ່ວຍບັນເທົາຄວາມກົດດັນໃນຕະຫລາດເຊື້ອໄຟ. ໂດຍມາດຕະການນີ້ຈະຊ່ວຍຫລຸດລາຄານ້ຳມັນໜ້າສະຖານີບໍລິການລົງປະມານ 12-18 ເຊັນຢູໂຣຕໍ່ລິດ.
ໂດຍ ທ່ານ ເຊບາສະຕຽນ ເລີກໍນູ ຈະລົງນາມໃນຄຳສັ່ງດຳເນີນແຜນການດັ່ງກ່າວໃນໄວໆ ນີ້ ແລະ ຈະຈັດຕັ້ງປະຕິບັດຕາມແຜນໃນໄລຍະເວລາ 3 ເດືອນ. ຄຽງຄູ່ກັນນັ້ນ, ທ່ານ ເຊບາສະຕຽນ ເລີກໍນູ ຍັງໄດ້ຮຽກຮ້ອງໃຫ້ອີດີເອຟ (EDF) ເຊິ່ງເປັນບໍລິສັດສາທາລະນູປະໂພກໄຟຟ້າ ຂອງຝຣັ່ງ ໃຫ້ປັບເພີ່ມກຳລັງການຜະລິດໃຫ້ຂຶ້ນສູ່ລະດັບສູງສຸດ ເພື່ອຮັບປະກັນວ່າລາຄາໄຟຟ້າຈະບໍ່ເພີ່ມສູງຂຶ້ນໃນລະດູໜາວນີ້.
ນອກຈາກນັ້ນ, ແຜນການດັ່ງກ່າວໄດ້ເກີດຂຶ້ນໃນຂະນະທີ່ລາຄາເຊື້ອໄຟ ໄດ້ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ, ເນື່ອງຈາກຄວາມຂັດແຍ້ງໃນເຂດຕາເວັນອອກກາງ ແລະ ການແລ່ນກຳປັ່ນຜ່ານຊ່ອງແຄບຮໍມຸດ ຢຸດຈຶ້ງ. ປັດຈຸບັນ, ລາຄານ້ຳມັນກາຊວນ ສະເລ່ຍຈຳນວນ 2,35 ເອີໂຣຕໍ່ລິດ, ສ່ວນລາຄານ້ຳມັນແອັດຊັງ SP95-E10 ເຊິ່ງເປັນຊະນິດທີ່ນິຍົມໃຊ້ກັນຫລາຍທີ່ສຸດ ໃນຝຣັ່ງ 2,14 ເອີໂຣຕໍ່ລິດ.

