ສຳນັກຂ່າວອິນໂຟເຄວສ: ອຽກລັງ ໃນຖານະປະທານຄະນະມົນຕີ ແຫ່ງສະຫະພາບເອີຣົບ (EU) ໄດ້ສະເໜີຮ່າງງົບປະມານໄລຍະຍາວ ສະບັບໃໝ່ ສໍາລັບປີ 2028-2034 ໃນວັນທີ 10 ຕຸລາ, ໂດຍສະເໜີໃຫ້ປັບຫລຸດວົງເງິນລົງ ປະມານ 1,41 ແສນລ້ານເອີໂຣ ຫລື ເກືອບ 8% ຈາກແຜນເດີມ ຂອງຄະນະກຳມາທິການເອີຣົບ ສົ່ງຜົນໃຫ້ກອບງົບປະມານລວມຫລຸດລົງເຫລືອ 1,62 ພັນຕື້ເອີໂຣ.
ຂໍ້ສະເໜີສະບັບໃໝ່ນີ້ມີເປົ້າໝາຍເພື່ອເຮັດໃຫ້ຈຸດຢືນ ຂອງ 27 ປະເທດສະມາຊິກອີຢູ ມີຄວາມໃກ້ຄຽງກັນຫລາຍຂຶ້ນ ຫລັງຈາກທີ່ຍັງຄົງມີຄວາມເຫັນແຕກຕ່າງກັນ ກ່ຽວກັບຂະໜາດຂອງກອບງົບປະມານໃນໄລຍະ 7 ປີຕໍ່ໜ້າ.
ນອກຈາກນັ້ນ, ເອກະສານການເຮັດວຽກສະບັບຫລ້າສຸດໄດ້ປັບຫລຸດວົງເງິນຈາກຂໍ້ສະເໜີເດີມ ຂອງຄະນະກຳມາທິການເອີຣົບ ເຊິ່ງກຳນົດງົບປະມານ ໄວ້ທີ່ 1,76 ພັນຕື້ເອີໂຣ (ເມື່ອຄິດໄລ່ດ້ວຍລາຄາຄົງທີ່ ໃນປີ 2025) ຫລື 1,98 ພັນຕື້ເອີໂຣ (ເມື່ອຄິດໄລ່ດ້ວຍລາຄາໃນປະຈຸບັນ). ໂດຍການປັບຫລຸດໃນຄັ້ງນີ້ຈະສົ່ງຜົນກະທົບຕໍ່ໝວດງົບປະມານດ້ານຄວາມສາມາດໃນການແຂ່ງຂັນ ແລະ ຄວາມໝັ້ນຄົງເປັນພິເສດ.
ເຖິງຢ່າງໃດກໍ່ຕາມ, ຂໍ້ສະເໜີດັ່ງກ່າວຍັງຈຳເປັນຕ້ອງຜ່ານຂັ້ນຕອນການເຈລະຈາລະຫວ່າງບັນດາປະເທດສະມາຊິກ ໂດຍມີການສະເໜີຮ່າງສະບັບໃໝ່ນີ້ກ່ອນກອງປະຊຸມຄະນະມົນຕີເອີຣົບ ໃນອາທິດໜ້າ, ເຊິ່ງບັນດາຜູ້ນຳປະເທດສະມາຊິກ ຈະໄດ້ຮ່ວມກັນປຶກສາຫາລື ກ່ຽວກັບງົບປະມານໄລຍະຍາວອີກຄັ້ງເພື່ອຊຸກຍູ້ໃຫ້ບັນລຸຂໍ້ຕົກລົງກັນໃຫ້ໄດ້ໃນທ້າຍປີ 2026 ນີ້.

