Homeຂ່າວການເມືອງການຮ່ວມມືດ້ານການທະຫານກອງທັບ ລາວ-ຈີນ ເປັນເສົາຄ້ຳສຳຄັນ ຂອງວຽກງານຊາຍແດນ

ການຮ່ວມມືດ້ານການທະຫານກອງທັບ ລາວ-ຈີນ ເປັນເສົາຄ້ຳສຳຄັນ ຂອງວຽກງານຊາຍແດນ

ສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ ຍາວນານ ຕາມທິດ “4 ດີ” (ເປັນເພື່ອນມິດດີ, ເພື່ອນບ້ານດີ, ສະຫາຍດີ ແລະ ຄູ່ຮ່ວມມືດີ) ລະຫວ່າງ ກອງທັບ ລາວ-ຈີນ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ການຮ່ວມມືດ້ານການທະຫານ ຖືເປັນເສົາຄ້ຳ ທີ່ສຳຄັນໃນການປົກປັກຮັກສາສັນຕິພາບ, ຄວາມສະຫງົບ ແລະ ສະຖຽນລະພາບ ຢູ່ຕາມແນວຊາຍແດນ.

ໃນໄລຍະຜ່ານມາ, ການແລກປ່ຽນຄະນະປະຕິບັດງານຂັ້ນການນຳກະຊວງປ້ອງກັນປະເທດ ແລະ ເສນາທິການຮ່ວມ ລະຫວ່າງ ສອງກອງທັບ ໄດ້ດຳເນີນຢ່າງເປັນປະຈຳ ເພື່ອແລກປ່ຽນທັດສະນະ, ບົດຮຽນ ແລະ ທິດທາງການຮ່ວມມືຍຸດທະສາດ ໃນການຮັກສາກົນໄກການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການປ້ອງກັນຊາຍແດນຢ່າງຮັດກຸມ ເຊິ່ງສະແດງໃນການຊ້ອມຮົບຮ່ວມລະຫັດ “ໂລ່ກຳບັງ” ການຈັດຊ້ອມຮົບຮ່ວມທາງການທະຫານ ເພື່ອເພີ່ມຂີດຄວາມສາມາດໃນການຕອບໂຕ້ການກໍ່ກອບຮ້າຍ, ການກູ້ໄພພິບັດ ແລະ ການປະຕິບັດມະນຸດສະທຳ.

ສ່ວນດ້ານການພັດທະນາບຸກຄະລາກອນ: ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສະໜັບສະໜູນທຶນການສຶກສາ, ໂຄງການເຝິກອົບຮົມວິຊາການ, ເຕັກໂນໂລຊີ ແລະ ພາສາ ໃຫ້ແກ່ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ຢ່າງຕໍ່ເນື່ອງ. ພ້ອມກັນນີ້, ດ້ານການແພດ, ການກູ້ໄພ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ ກໍຄື “ຂະບວນລົດໄຟສັນຕິພາບ” ການລົງພື້ນທີ່ເຄື່ອນໄຫວມອບບໍລິການທາງການແພດ, ກວດພະຍາດ ແລະ ປິ່ນປົວປະຊາຊົນ ຢູ່ບັນດາແຂວງ ຂອງ ສປປ ລາວ, ໃຫ້ສະໜັບສະໜູນເຄື່ອງມືທາງການແພດ, ເຄື່ອງອຸປະກອນກູ້ໄພພິບັດ ເພື່ອເສີມສ້າງຄວາມສາມາດໃຫ້ກອງທັບປະຊາຊົນລາວ ໃນການຮັບມືກັບສະພາບວິກິດໃຫ້ທ່ວງທັນເວລາ.

ວຽກງານການຮັກສາຄວາມສະຫງົບຕາມແນວຊາຍແດນ ນອກຈາກການຊ້ອມຮົບ ແລະ ພົບປະ ປະຈຳປີ ຂອງແຕ່ລະກົມກອງ ທີ່ມີຊາຍແດນຕິດຈອດແລ້ວ, ສອງກອງທັບ ຍັງເປັນເຈົ້າການໃນການປະຕິບັດກິດຈະກຳລາດຕາເວັນຮ່ວມຕາມລຳນ້ຳຂອງ (ລວມທັງ ລາວ, ຈີນ, ໄທ, ມຽນມາ) ເພື່ອສະກັດກັ້ນອາຊະຍາກຳຂ້າມຊາຍແດນ, ການຄ້າຢາເສບຕິດ ແລະ ການລັກລອບຂ້າມແດນແບບຜິດກົດໝາຍ.

ສັງລວມແລ້ວ ການຮ່ວມມື ສອງກອງທັບ ລາວ-ຈີນ ບໍ່ພຽງແຕ່ເປັນການຮັກສາຄວາມສະຫງົບຂອງສອງຊາດເທົ່ານັ້ນ, ແຕ່ຍັງເປັນປັດໄຈສຳຄັນໃນການສົ່ງເສີມສັນຕິພາບ, ການພັດທະນາ ແລະ ຄວາມໝັ້ນຄົງທີ່ຍືນຍົງໃນພູມິພາກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments