ວັນທີ 13 ຕຸລາ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫລັກແຫລ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂດຍທ່ານໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນ ຂອງວຽກງານ ຍທຂ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການດຳລົງຊີວິດ ແລະ ການເດີນທາງໄປ-ມາຂອງປະຊາຊົນ ໂດຍສະເພາະ ຄວາມສຳຄັນຂອງເສັ້ນ ທາງຍຸດທະສາດທາງດ້ານເສດຖະກິດ ແລະ ຄວາມໝັ້ນຄົງ, ພ້ອມທັງ ຊີ້ນຳໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຈັດລຽງບູລິມະສິດການລົງທຶນກໍ່ສ້າງ ແລະ ສ້ອມແປງ ໂຄງລ່າງພື້ນຖານຕ່າງໆ ຢ່າງເຄັ່ງຄັດ ໂດຍສະເພາະ ໃນເງື່ອນໄຂທີ່ງົບປະມານ ມີຈຳນວນຈຳກັດ.
ກວດກາເກັບກຳຂໍ້ມູນເສັ້ນທາງຍຸດທະສາດຕ່າງໆ, ບັນດາເສັ້ນທາງເຊື່ອມຈອດ ແລະ ບັນດາເສັ້ນ ທາງຮັບໃຊ້ການຜະລິດໃນທົ່ວປະເທດ ສ້າງໄດ້ມາດຕະຖານແລ້ວ ມີເທົ່າໃດ, ຍັງເທົ່າໃດ ແລ້ວຈັດລຽງບູລິມະສິດ ລົງທຶນກໍ່ສ້າງ ແລະ ສ້ອມແປງ ບັນດາເສັ້ນທາງດັ່ງກ່າວ ໃນແຕ່ລະໄລຍະ ໃຫ້ໄດ້ມາດຕະຖານ, ສອດຄ່ອງກັບທ່າແຮງ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ; ຊອກ ແລະ ແກ້ໄຂບັນດາສິ່ງອຸດຕັນ ໃນຂົງເຂດວຽກງານ ຍທຂ ໃຫ້ໄດ້ຮັບການແກ້ໄຂຢ່າງບຸກທະລຸແຂງແຮງແທ້; ສົມທົບກັບພາກສ່ວນກ່ຽວ ຂ້ອງປະຕິບັດນະໂຍບາຍສົ່ງເສີມການນຳໃຊ້ລົດໄຟຟ້າ ໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້ ໂດຍປັບປຸງພື້ນ ຖານໂຄງລ່າງຕ່າງໆ ເພື່ອເອື້້ອອຳນວຍການນຳໃຊ້ລົດດັ່ງກ່າວ, ພ້ອມທັງເລືອກເຟັ້ນນຳເຂົ້າລົດໄຟຟ້າ ທີ່ມີຄຸນນະພາບດີ; ແກ້ໄຂບັນຫານໍ້າປະປາທີ່ບໍ່ທັນພຽງພໍ ໃນເຂດຕົວເມືອງຕ່າງໆ ໃຫ້ມີຄວາມຮັບປະກັນຫລາຍຂຶ້ນກວ່າເກົ່າ; ແກ້ໄຂບັນຫາໜີ້ສິນ ໂຄງການລົງທຶນຕ່າງໆທີ່ຍັງຄົງຄ້າງ ໃນໄລຍະຜ່ານມາ ໃຫ້ຕົກໄປເປັນກ້າວໆ; ຕິດຕາມຊຸກຍູ້ການປະຕິບັດໂຄງການລົງທຶນລະດັບຊາດ ໃຫ້ມີຄວາມຄືບໜ້າ ແລະ ໄດ້ມາດຕະ ຖານຕາມທີ່ກຳນົດໄວ້; ປັບປຸງວຽກງານຮອບດ້ານ ໃນຂົງເຂດວຽກງານການບິນ ໃຫ້ຮັບປະກັນຄວາມປອດໄພ, ໄດ້ມາດຕະຖານສາກົນ, ໜ້າເຊື່ອຖື, ມີເສດຖະກິດ ແລະ ກ້າວໜ້າທັນສະໄໝ; ຈັດລຽງບູລິມະສິດ ພັດທະນາ ແລະ ຫັນເປັນທັນສະໄໝ ໃນຂົງເຂດວຽກງານ ຍທຂ ໃຫ້ສາມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ.

ໃນໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຍທຂ ໃນໄລຍະ 9 ເດືອນຕົ້ນປີ, ທິດທາງແຜນການ 3 ເດືອນທ້າຍປີ 2026 ແລະ ທິດທາງແຜນການປີ 2027 ເປັນຕົ້ນ ວຽກພັກ ແລະ ພະນັກງານ, ວຽກຂົວທາງ, ວຽກທາງລົດໄຟ, ວຽກການບິນພົນລະເຮືອນ, ວຽກຂົນສົ່ງ, ວຽກທາງນໍ້າ, ວຽກເຄຫາ ແລະ ຜັງເມືອງ, ວຽກນໍ້າປະປາ, ວຽກການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຂອງກະຊວງ ແລະ ວຽກງານສາມສ້າງ. ໃນນັ້ນ, ວຽກຂົວທາງ ໄດ້ລົົງເລິກລາຍງານ ໂຄງການລົງທຶນທີ່ນຳໃຊ້ທຶນ ODA, ໂຄງການລົງທຶນດ້ວຍທຶນຂອງລັດຖະບານປົກກະຕິ, ການຈັດຕັ້ງປະຕິບັດນະໂຍບາຍຊຸກ ຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່ ຕາມມະຕິ 165/ສພຊ ກໍຄື ມະຕິ 10/ລບ; ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນ ແຕ່ນະຄອນຫລວງວຽງຈັນ ຫາ ບໍ່ເຕ່ນ ແຂວງຫລວງນໍ້າທາ;ໂຄງການກໍ່ສ້າງທາງດ່ວນແຕ່ບໍ່ເຕ່ນ ແຂວງຫລວງນໍ້າທາ ຫາ ຫ້ວຍຊາຍ ແຂວງບໍ່ແກ້ວ; ໂຄງການກໍ່ສ້າງທາງດ່ວນນະຄອນຫລວງວຽງຈັນ-ຮ່າໂນ້ຍ; ໂຄງການທາງດ່ວນ(ແລວໃໝ່) ແຕ່ທ່າງ່ອນ ເມືອງໄຊທານີ ນະ ຄອນຫລວງວຽງຈັນ ຫາ ບ້ານນາຊ່າງເຫລັກ ເມືອງທຸລະຄົມ ແຂວງວຽງຈັນ; ໂຄງການສຶກສາຄວາມເປັນໄປໄດ້, ສໍາຫລວດ-ອອກແບບ ແລະ ກໍ່ສ້າງທາງດ່ວນ (ແລວໃໝ່) ແຕ່ນະຄອນຫລວງວຽງຈັນ-ແຂວງໄຊສົມບູນ-ແຂວງຊຽງຂວາງ-ຫົວພັນ-ດ່ານສາກົນນໍ້າໂສຍ; ໂຄງການກໍ່ສ້າງທາງເວັ້ນຕົວເມືອງປາກຊັນ; ໂຄງ ການລົງທຶນກໍ່ສ້າງ ແລະ ປັບປຸງເສັ້ນທາງ ແຕ່ສາມແຍກທາງເລກ13 ໃຕ້ ບ້ານປ່າໄລ່ ເມືອງທ່າພະບາດ, ແຂວງບໍລິຄໍາໄຊ ຫາບ້ານນໍ້າຍອນ ເມືອງອານຸວົງ ແຂວງໄຊສົມບຸນ; ໂຄງການກໍ່ສ້າງທາງ 5B ແຕ່ສາມແຍກຂົວນໍ້າຍອນ ເມືອງອານຸວົງ ແຂວງໄຊສົມບູນ ຫາບ້ານນາມອນ ເມືອງວັງວຽງ ແຂວງວຽງຈັນ ແລະ ໂຄງ ການອື່ນໆ.
ຂໍ້ມູນ-ພາບ: ກົມປະຊາຊສໍາພັນ ຫສນຍ

