Homeຂ່າວໜ້າໜຶ່ງສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ

ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ

ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 13 ຕຸລາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ສອດຄ່ອງກັບແນວທາງ ນະໂຍບາຍທີ່ພັກ, ລັດວາງອອກ.

ທ່ານ ພົນໂທ ວົງສອນ ອິນປານພິມ ໄດ້ຍົກໃຫ້ເຫັນ ສະພາບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງ, ຂະບວນການຄົ້ນຄວ້າປັບປຸງ ແລະ ຄາດຂະເນຜົນໄດ້ຮັບ ຊຶ່ງກົດໝາຍສະບັບນີ້ ໄດ້ປະກາດໃຊ້ຢ່າງເປັນທາງການໃນປີ 2004 ປະກອບມີ 7 ໝວດ 33 ມາດຕາ (ບໍ່ມີພາກ) ແລະ ໄດ້ປັບປຸງຄືນໃໝ່ ໃນປີ 2018 ຊຶ່ງປະກອບທີ 5 ພາກ 8 ໝວດ 50 ມາດຕາ. ສຳລັບ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ ຄັ້ງນີ້ ປະກອບມີ VIII ພາກ 9 ໝວດ 59 ມາດຕາ. ໃນນັ້ນ, ເພີ່ມພາກໃໝ່ 3 ພາກ, 4 ໝວດ, ຂຽນໃໝ່ 15 ມາດຕາ, ປັບປຸງ 38 ມາດຕາ ແລະ ຮັກສາໄວ້ 6 ມາດຕາ.

ສຳລັບ ເຫດຜົນຂອງການປັບປຸງກົດໝາຍສະບັບນີ້ ເນື່ອງຈາກວ່າ ການກຳນົດເນື້ອໃນບາງມາດ ຕາຂອງກົດໝາຍຍັງບໍ່ທັນຈະແຈ້ງ, ຮັດກຸມ, ຍັງມີບາງບັນຫາບໍ່ທັນໄດ້ກຳນົດໄວ້ໃນກົດໝາຍ ແລະ ການກຳນົດເນື້ອໃນບາງອັນບໍ່ທັນມີລັກສະນະຊຸກຍູ້, ສົ່ງເສີມ ໃຫ້ນາຍທະຫານມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ ເປັນຕົ້ນ ອາຍຸກະສຽນປະດັບຊັ້ນ, ເລື່ອນຊັ້ນ, ປະດັບທຽບຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານແຕ່ລະຂັ້ນ, ການປະດັບຊັ້ນ ແລະ ປະດັບທຽບຊັ້ນ ເປັນນາຍທະຫານ, ເງື່ອນໄຂການເລື່ອນຊັ້ນຂອງນາຍທະຫານ, ການກຳນົດຊັ້ນໃສ່ຕຳແໜ່ງບັນຊາຂອງນາຍທະຫານ, ອາຍຸກະສຽນຮັບບຳ ນານ, ການຍົກຂັ້ນເງິນເດືອນ, ການເສຍອົງຄະ, ການບັນຊາລະບົບສອງຫົວໜ້າ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ຊັດເຈນ, ຮັດກຸມ ແລະ ສອດຄ່ອງກັບສະພາບການປັບປຸງກໍ່ສ້າງກອງທັບ ໃນໄລຍະໃໝ່.

ພາຍຫລັງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຄາດວ່າຈະເປັນເຄື່ອງມືສໍາຄັນໃຫ້ລັດ ໃນການຄຸ້ມຄອງວຽກງານນາຍທະຫານ ແບບລວມສູນ ແລະ ເປັນບ່ອນອີງໃຫ້ ກະຊວງປ້ອງກັນປະເທດ ໃນການຄຸ້ມຄອງ, ນໍາພາບັນຊາ, ສ້າງນາຍທະຫານ ແລະ ການປະຕິບັດນະໂຍບາຍຕໍ່ນາຍທະຫານ, ເຮັດໃຫ້ນາຍທະຫານມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄວາມເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ເປັນບ່ອນອີງໃຫ້ບັນດາກະຊວງ, ອົງການຈັດຕັ້ງຕ່າງໆ ແລະ ອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງ ນາຍທະຫານ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ນາຍທະຫານເຮັດສຳເລັດໜ້າທີ່, ຊ່ວຍ ເຫລືອເບິ່ງແຍງທາງດ້ານວັດຖຸຈິດໃຈ ແລະ ຊີວິດການເປັນຢູ່ຂອງນາຍທະຫານ ແລະ ຄອບຄົວ ເປັນ ຕົ້ນ ຄອບຄົວນາຍທະຫານຜູ້ເສຍສະລະຊີວິດ, ຜູ້ເສຍອົງຄະ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານບຳນານ ແລະ ຄອບຄົວນາຍທະຫານຜູ້ທີ່ພວມປະຕິບັດໜ້າທີ່ພິເສດ ຢູ່ເຂດຫ່າງໄກສອກ ຫລີກ, ທຸລະກັນດານ; ສ້າງສະຕິຕື່ນຕົວໃຫ້ນາຍທະຫານຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງກອງທັບ ທີ່ພັກ-ລັດ ມອບໝາຍໃຫ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments