Homeຂ່າວຕ່າງປະເທດປະຊາຊົນອາເມລິກາ ກັງວົນກ່ຽວກັບລາຄາພະລັງງານຫລາຍກວ່າເກົ່າ

ປະຊາຊົນອາເມລິກາ ກັງວົນກ່ຽວກັບລາຄາພະລັງງານຫລາຍກວ່າເກົ່າ

ວິທະຍຸ ໂທລະພາບ ສູນກາງຈີນ, ຜົນການສຳຫລວດຄວາມຄິດເຫັນ ຂອງປະຊາຊົນ ຈາກຫລາຍອົງການທີ່ໄດ້ປະກາດເມື່ອບໍ່ດົນມານີ້ສະແດງ ໃຫ້ເຫັນວ່າ: ປະຊາຊົນອາເມລິກາ ກັງວົນ ກ່ຽວກັບລາຄາ ພະລັງງານ ຫລາຍກວ່າເກົ່າ. ຜົນການສຳຫລວດ ຄວາມຄິດເຫັນ ທີ່ສູນຄົ້ນຄວ້າພິວ ຂອງ ສ. ອາເມລິກາ ໄດ້ປະກາດເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ: ປະຊາ ຊົນ ອາເມລິກາ 74% “ກັງວົນ ຫລາຍທີ່ສຸດ” ຕໍ່ລາຄາພະລັງງານ ເພີ່ມຂຶ້ນ 14% ເມື່ອທຽບໃສ່ ເດືອນກໍລະກົດປີນີ້.ຜູ້ມີສິດເລືອກຕັ້ງ ທີ່ໄດ້ລົງທະບຽນ ທີ່ໃຫ້ສຳພາດ ຈຳນວນ 84% ເຫັນວ່າ ບັນຫາເສດຖະກິດ ແມ່ນປັດໄຈ ສຳ ຄັນ ທີ່ມີ ອິດທິ ພົນຕໍ່ ການເລືອກຕັ້ງກາງສະໄໝຂອງ ສ.ອາເມລິກາ. ສ່ວນ ຜົນການສຳຫລວດ ຄວາມຄິດເຫັນທີ່ຂ່າວສານຣອຍເຕີ ແລະ ກຸ່ມບໍລິສັດ ອິບຊໍສ ໄດ້ປະກາດ ໃນວັນທີ 9 ຕຸລານີ້ ສະແດງໃຫ້ ເຫັນວ່າ: ຜູ້ໃຫ້ ສຳພາດ ຂອງພັກເດໂມແຄຣັດ ແລະ ພັກຣີພັບບລີກັນ ຂອງ ສ.ອາເມລິກາ ລ້ວນກັງ ວົນຫລາຍຕໍ່ຄ່າຄອງຊີບ. ຜົນການສຳຫລວດ ຍັງສະແດງໃຫ້ເຫັນວ່າ: ຜູ້ໃຫ້ ສຳພາດ ຈຳນວນ 78% ເຫັນວ່າ: ນະໂຍບາຍ ຂອງລັດຖະບານ ທ່ານ ໂດນັນ ທຣຳ ແມ່ນໜຶ່ງໃນສາເຫດທີ່ເຮັດໃຫ້ລາຄາສິນຄ້າ ເພີ່ມຂຶ້ນໄວກວ່າການເຕີບໂຕ ຂອງລາຍຮັບ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments