Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫລີມໄຊ ກົມມະສິດ.

ທ່ານ ນາງ ຟາງ ຫົງ ຕາງໜ້າລັດຖະບານ ແຫ່ງ ສປ ຈີນ ໄດ້ກ່າວສະແດງຄວາມຍິນດີ, ຊົມເຊີຍ ແລະ ນຳເອົາສານອວຍພອນ ຈາກທ່ານ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບໜ້າທີ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຊຶ່ງສະແດງໃຫ້ເຫັນເຖິງຄວາມເຊື່່ອໝັ້ນ ແລະ ໄວ້ວາງໃຈ ຈາກພັກ-ລັດ ແລະ ປະຊາຊົນລາວ, ພ້ອມທັງ ຕີລາຄາສູງ ຕໍ່ຜົນງານການນຳພາຊີ້ນຳວຽກງານ ໃນໄລຍະທີ່ຜ່ານມາ ຂອງທ່ານ ສະເຫລີມໄຊ ກົມມະສິດ ໂດຍສະເພາະ ວຽກງານດ້ານເສດຖະກິດ ແລະ ການຕ່າງປະເທດ. ອັນສຳຄັນ ແມ່ນໄດ້ນຳເອົາຄວາມຢື້ຢາມຖາມຂ່າວ, ຄຳອວຍພອນ ແລະ ຄໍາເຊື້ອເຊີນ ຈາກທ່ານນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ມາຍັງທ່ານ ສະເຫລີມໄຊ ກົມມະສິດ ໄປເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ຈະຈັດຂຶ້ນຢູ່ ສປ ຈີນ ໃນໄວໆນີ້.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄຳອວຍພອນອັນຈົບງາມຈາກທ່ານ ນາຍົກລັດຖະມົນຕີ ກໍຄື ລັດຖະບານ ແລະ ປະຊາຊົນຈີນ, ລວມທັງ ການໃຫ້ຄວາມຮ່ວມມື, ສະໜັບສະໜູນຊ່ວຍເຫລືອ ໃນຕະຫລອດໄລຍະທີ່ຜ່ານມາ ຊຶ່ງເປັນກຳລັງໃຈ ແລະ ປະກອບສ່ວນ ເຂົ້າໃນການປົົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ມີຜົນສຳເລັດເປັນກ້າວໆມາ, ພ້ອມທັງ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ, ເຂັ້ມແຂງ, ໜຽວແໜ້ນ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ຊຶ່ງຕາງໜ້າລັດຖະບານລາວ ຈະສືບຕໍ່ຈັັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຕ່າງໆ ທີ່ສອງເລຂາທິການໃຫຍ່ລາວ-ຈີນ ໄດ້ເຫັນດີເປັນເອກະພາບກັນໃນໄລຍະຜ່ານມາ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ, ທັງໄດ້ສະແດງຄວາມຊົມເຊີຍ ໃນໂອກາດສະເຫລີມສະຫລອງວັນຊາດຈີນ ຄົບຮອບ 77 ປີ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments