ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມກັບ ອົງການອຸຍນີເຊບ ຈັດງານວາງສະແດງ ແລະ ມະຫາກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃສ່ໄວໜຸ່ມ” ໂດຍໄດ້ນໍາສະແດງທັກສະ, ຄວາມຄິດສ້າງສັນ ແລະ ຄວາມເປັນຜູ້ນໍາຂອງໄວໜຸ່ມລາວ, ພ້ອມທັງບົດບາດການປະກອບສ່ວນຂອງໄວໜຸ່ມ ຕໍ່ການພັດທະນາປະເທດຊາດ ໃນຂະນະທີ່ ສປປ ລາວ ກໍາລັງກະກຽມກ້າວອອກຈາກສະຖານະປະເທດດ້ອຍພັດທະນາໃນເດືອນພະຈິກນີ້.

ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ກ່າວວ່າ: ຫລາຍກວ່າເຄິ່ງໜຶ່ງຂອງພົນລະເມືອງລາວ ແມ່ນຊາວໜຸ່ມ-ໄວໜຸ່ມ. ການສ້າງໃຫ້ເຂົາເຈົ້າເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ຮູ້ຄິດຮູ້ວິເຄາະ, ມີທັກສະ ແລະ ມີຄວາມເຊື່ອໝັ້ນໃນຕົນເອງນັ້ນ ບໍ່ແມ່ນພາລະຂອງພາກສ່ວນໃດໜຶ່ງ, ແຕ່ແມ່ນໜ້າທີ່ຂອງທົ່ວສັງຄົມ ທີ່ຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ເພື່ອສ້າງໃຫ້ເຂົາເຈົ້າກາຍເປັນກໍາລັງແຮງຫລັກໃນການພັດທະນາ ແລະ ສ້າງສາປະເທດຊາດໃນອະນາຄົດ.

ທ່ານ ບິລາລ ອຸແຣັ່ງ ເຊັບ ດູຣານີ ຜູ້ຕາງໜ້າອົງການ ອຸຍນີເຊບ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງການສິນໄຊ ສະແດງໃຫ້ເຫັນວ່າ ໄວໜຸ່ມສາມາດສ້າງຜົນງານໄດ້ຫລາຍພຽງໃດ ເມື່ອພວກເຂົາໄດ້ຮັບໂອກາດໃນການເປັນຜູ້ນໍາພາ. ໃນ ຂະນະທີ່ ສປປ ລາວ ກ້າວເຂົ້າສູ່ໄລຍະໃໝ່ຂອງການພັດທະນາ, ທັກສະ ແລະ ແນວຄິດຂອງໄວໜຸ່ມລາວ ຈະເປັນ ໜຶ່ງໃນຊັບພະຍາກອນອັນລໍ້າຄ່າທີ່ສຸດຂອງປະເທດ, ອົງການອຸຍນີເຊບ ມີຄວາມພູມໃຈທີ່ໄດ້ຮ່ວມສະໜັບສະໜູນ ລັດຖະບານ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃນວຽກງານນີ້ ແລະ ຂໍຕ້ອນຮັບຄູ່ຮ່ວມພັດທະນາທຸກພາກສ່ວນ ທີ່ປາຖະໜາຈະຮ່ວມເປັນສ່ວນໜຶ່ງໃນການລົງທຶນໃນໄວໜຸ່ມຂອງປະເທດ.

ງານວາງສະແດງຄັ້ງນີ້, ໄດ້ນໍາສະເໜີຜົນງານຂອງໂຄງການສິນໄຊ ທີ່ຈັດຕັ້ງປະຕິບັດໂດຍ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມກັບ ອົງການອຸຍນີເຊບ ໂດຍໄດ້ເຂົ້າເຖິງໄວໜຸ່ມຫລາຍກວ່າ 7.000 ຄົນ ໃນນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງໄຊສົມບູນ, ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງຫລວງພະບາງ ແລະ ແຂວງອຸດົມໄຊ. ໂຄງການສິນໄຊ ໄດ້ສະໜັບສະໜູນຫລາຍກວ່າ 30 ໂຄງການທີ່ນໍາພາໂດຍໄວໜຸ່ມ ໃນດ້ານການໂຄສະນາ ແລະ ນະວັດຕະກໍາ, ນັບຕັ້ງແຕ່ການພັດທະນາຜະລິດຕະພັນຈາກເຟືອງເຂົ້າ ຢູ່ແຂວງສະຫວັນນະເຂດ ຈົນເຖິງການສ້າງສື່ຮູ້ເທົ່າທັນໄພອັນຕະລາຍທາງອອນລາຍ ແລະ ການປ້ອງກັນການແຕ່ງງານກ່ອນໄວອັນຄວນ.
ພາບ: ສູນກາງຊາວໝຸ່ມ

