ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 12 ຕຸລາ 2026 ນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ(ສນຊ) ໄດ້ຕາງໜ້າໃຫ້ຄະນະປະຈຳສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ປະກອບຄຳເຫັນ ໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ແຜນການ ປະຈຳປີ 2027 ຂອງສະພາແຫ່ງຊາດ ທີ່ສະເໜີໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍທ່ານໄດ້ສະເໜີໃຫ້ສະພາແຫ່ງຊາດ ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫລືອລັດຖະບານ ໃນການແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງ ໃຫ້ມີຄວາມຄືບໜ້າ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້ ເພື່ອໃຫ້ການຈັດຕັ້ງປະຕິບັດແຜນງານ ແລະ ນະໂຍບາຍຂອງລັດຖະບານ ເກີດຜົນເປັນຮູບປະທຳຍິ່ງຂຶ້ນ.
ທ່ານ ລາວປາວຊົ່ງ ນະວົງໄຊ ກ່າວວ່າ: ຄຽງຄູ່ກັບຜົນງານ ແລະ ຜົນສໍາເລັດທີ່ສະພາແຫ່ງຊາດ ຍາດມາໄດ້ໃນເກືອບ 1 ປີີຜ່ານມານັ້ນ, ສູນກາງແນວລາວສ້າງຊາດ ສະເໜີໃຫ້ສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ ສືບຕໍ່ເອົາໃຈໃສ່ຕິດຕາມກວດກາ ແລະ ຊຸກຍູ້ຊ່ວຍເຫລືອ ໃຫ້ລັດຖະ ບານແກ້ໄຂບາງບັນຫາ ໃຫ້ເປັນໄປຕາມແຜນການທີ່ກຳນົດໄວ້ ເປັນຕົ້ນ ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຖິງວ່າລັດຖະບານ ໄດ້ວາງຫລາຍມາດຕະການ ເຮັດໃຫ້ຄ່າເງິນກີບແຂງຄ່າຂຶ້ນ ທຽບກັບເງິນຕາຕ່າງປະ ເທດ ແຕ່ໃນສະພາບຄວາມເປັນຈິງລາຄາສິນຄ້າ (ຄ່າຄອງຊີບ, ຄ່າໄຟຟ້າ, ນໍ້າປະປາ, ນໍ້າມັນເຊື້ອໄຟ, ແກ໊ສ) ຍັງສູງຄືເກົ່າ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ທີ່ມີລາຍໄດ້ຕໍ່າ ເຫັນວ່າຍັງບໍ່ໄດ້ຮັບການແກ້ໄຂ ໃຫ້ຢູ່ໃນສະພາບປົກກະຕິໄດ້. ພ້ອມກັນນັ້ນ, ການແກ້ໄຂບັນຫາຢາເສບຕິດ ແລະ ສະແກມເມີ ຍັງບໍ່ທັນກາຍເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ ແລະ ປະຊາຊົນ ເຖິງແມ່ນວ່າເຈົ້າໜ້າທີ່ຈະໄດ້ເອົາໃຈໃສ່ປາບປາມຢ່າງຈິງຈັງຜ່ານມາ ແຕ່ສະພາບຕົວຈິງ ພວກກຸ່ມຄົນບໍ່ດີຍັງມີການລັກລອບເຄື່ອນໄຫວເປັນວົງກວ້າງ, ແນບນຽນ ແລະ ບືນເລິກກວ່າເກົ່າ.
ພ້ອມນີ້, ທ່ານ ລາວປາວຊົງ ນະວົງໄຊ ຍັງໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານຂອງສະພາແຫ່ງຊາດ ໂດຍສະເພາະ ເວລາສ້າງ ແລະ ປັບປຸງກົດໝາຍ ຂອງສະພາແຫ່ງຊາດ ເຫັນວ່າຍັງຂາດການທາບທາມ ແລະ ແທດເຖິງກຸ່ມເປົ້າໝາຍ, ຂາດການມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າ ພ້ອມທັງການປະເມີນ ແລະ ການໂຄສະນາເຜີຍແຜ່ກົດໝາຍ ຍັງບໍ່ທັນກວ້າງຂວາງ, ບໍ່ແທດເຖິງທຸກໆເປົ້າໝາຍໃນທົ່ວສັງຄົມ ເຮັດໃຫ້ບັນດາກົດໝາຍທີ່ສະພາແຫ່ງຊາດ ຮັບຮອງແລ້ວ ໃນເວລາຈັດຕັ້ງປະຕິບັດບໍ່ສາມາດປະຕິບັດໄດ້ເທົ່າທີ່ຄວນ. ບັນດາມະຕິ ທີ່ສະພາແຫ່ງຊາດຮັບຮອງໄປແລ້ວ ເຫັນວ່າມີຈໍານວນຫລາຍ ແຕ່ການປະຕິບັດຕົວຈິງຍັງບໍ່ທັນເຂັ້ມງວດ-ເດັດຂາດເທົ່າທີ່ຄວນ ເຊັ່ນ: ການຄຸ້ມຄອງໂຄງການຂຸດຄົ້ນບໍ່ແຮ່, ການປະຕິບັດສັນຍາສຳປະທານ ແລະ ບັນຫາອື່ນໆ ທີ່ຕິດພັນກັບມະຕິຂອງສະພາແຫ່ງຊາດ ຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ໃຫ້ສົມກັບສະພາແຫ່ງຊາດ ແມ່ນອົງການສູງສຸດແຫ່ງອໍານາດລັດ ແລະ ຄວນມີການປະຕິບັດຢ່າງເຂັ້ມງວດ. ພ້ອມນັ້ນ, ການລົງພົບປະຜູ້ມີສິດເລືອກຕັ້ງ ຂອງສະມາຊິກສະພາແຫ່ງຊາດ ຍັງບໍ່ທັນທົ່ວເຖິງ ໂດຍສະເພາະ ເຂດຫ່າງໄກສອກຫລີກ, ຊົນເຜົ່າ, ເຂດຊາຍແດນ, ໃນນັ້ນການລົງພົບປະແຕ່ລະຄັ້ງສະມາຊິກສະພາແຫ່ງຊາດ ຄວນປະສານສົມທົບກັບ ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຊ່ວຍຮຽກໂຮມປະຊາຊົນ ເຂົ້າຮ່ວມຮັບຟັງການເຜີຍແຜ່ຜົນສໍາເລັດ ຂອງກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງແຕ່ລະເທື່ອ; ການເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດ ຂອງສະມາຊິກສະພາແຫ່ງຊາດ ແມ່ນມີຄວາມຕັ້ງໜ້າສູງ ແຕ່ການປະກອບຄຳເຫັນ ແລະ ຊັກຖາມບັນຫາຕ່າງໆຂອງສະມາຊິກສະພາແຫ່ງຊາດ ຈາກແຕ່ລະເຂດເລືອກຕັ້ງ ຍັງບໍ່ທັນຮັດກຸມ, ລົງເລິກບັນຫາທີ່ປະຊາຊົນສ່ອງແສງເຖິງລັດຖະບານ ແລະ ຍັງບໍ່ລົງເລິກເຖິງວິທີສະເໜີແນະການແກ້ໄຂບັນຫາ ໃຫ້ຖືກຈຸດ (ບາງທ່ານມີການປະກອບຄວາມເຫັນຫລາຍຄັ້ງ, ແຕ່ບາງທ່ານບໍ່ມີການປະກອບຄວາມເຫັນເລີຍ); ການຕິດຕາມ ກວດກາ ຂອງສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຍັງບໍ່ທັນແຂງແຮງ ແລະ ເປັນຮູບປະທຳ, ການເກັບກຳຂໍ້ມູນ, ການວິເຄາະວິໄຈບັນຫາ ແລະ ການປະສານງານພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂບໍ່ທັນໄດ້ດີ; ການນໍາເອົາຄໍາຄິດ, ຄໍາເຫັນ, ຄໍາສະເໜີ ຂອງປະຊາຊົນບັນດາເຜົ່າ ທີ່ສະເໜີຜ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ສາຍດ່ວນ ຍັງບໍ່ທັນໄດ້ຮັບການອະທິບາຍ, ຊີ້ແຈງ ແລະ ມີຄໍາຕອບໃຫ້ແກ່ປະຊາຊົນ ຢ່າງເປັນລະບົບ ແລະ ຊັດເຈນ.

