Homeຂ່າວໜ້າໜຶ່ງຢາເສບຕິດຄືສັດຕູໂຕຮ້າຍກາດ ປວງຊົນລາວທັງຊາດ ຕ້ອງຮ່ວມກັນສະກັດກັ້ນ-ແກ້ໄຂ

ຢາເສບຕິດຄືສັດຕູໂຕຮ້າຍກາດ ປວງຊົນລາວທັງຊາດ ຕ້ອງຮ່ວມກັນສະກັດກັ້ນ-ແກ້ໄຂ

ໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ປະຈໍາປີ 2026 (12 ຕຸລາ 2001-12 ຕຸລາ 2026) ຄົບຮອບ 25 ປີ, ທ່ານ ພົອ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ, ປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ໄດ້ອ່ານສານເນື່ອງໃນໂອກາດວັນສໍາຄັນດັ່ງກ່າວວ່າ:

ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ (12 ຕຸລາ) ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ. ກ່ອນອື່ນ ຂ້າພະເຈົ້າຕາງໜ້າໃຫ້ລັດຖະບານ ກໍຄື ປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ແລະ ໃນນາມສ່ວນຕົວ, ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ, ເພື່ອນມິດສະຫາຍ,ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ ແລະ ພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ.

ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ບັນຫາຢາເສບຕິດຖືເປັນອາຊະຍາກໍາທີ່ຮ້າຍແຮງທີ່ສຸດຕໍ່ການດໍາລົງຊີວິດຂອງມວນມະນຸດ, ມັນທໍາລາຍຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ, ເສດຖະກິດ, ວັດທະນາທໍາ ຊຶ່ງຜູ້ທີ່ເຄື່ອນໄຫວພົວພັນກ່ຽວຂ້ອງກັບຢາເສບຕິດໃນທຸກໆກໍລະນີ, ນັບທັງຜູ້ຖືກເຄາະຮ້າຍຈາກຢາເສບຕິດ ລ້ວນແຕ່ເປັນພິດໄພ, ມີຜົນຮ້າຍຕໍ່ຊີວິດ, ສຸຂະພາບ, ຊັບສິນຂອງສັງຄົມ ຫລື ສ້າງບາດແຜຄວາມເຈັບຊໍ້າດ້ານຈິດໃຈຕໍ່ບຸກຄົນ, ຄອບຄົວ ແລະ ຍາດພີ່ນ້ອງ. ພ້ອມນັ້ນ, ມັນຍັງທໍາລາຍຄວາມສະຫງົບປອດໄພໃນຄອບຄົວ, ກີດຂວາງການພັດທະນາເສດຖະກິດ-ສັງຄົມ ແລະ ຍັງສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງປະເທດຊາດ.

ບັນຫາຢາເສບຕິດຢູ່ ສປປ ລາວ ກໍຄື ກັບຫລາຍປະເທດໃນໂລກ ຢາເສບຕິດໄດ້ແຜ່ລະບາດແຕ່ຕົວເມືອງໄປສູ່ຊົນ ນະບົດໃນຫລາຍລະດັບທີ່ແຕກຕ່າງກັນ; ເປັນສາເຫດພາໃຫ້ເກີດປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ, ຈໍານວນການທັບມ້າງຄະດີຢາເສບຕິດ, ຈັບຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດ, ຢາເສບຕິດແຕ່ລະປະເພດທີ່ຢຶດໄດ້ເພີ່ມຂຶ້ນຢ່າງໜ້າເປັນຫ່ວງ, ເລ່ຫລຽມການເຄື່ອນ ໄຫວລັກລອບ, ຂົນສົ່ງຄ້າຂາຍຢາເສບຕິດມີລັກສະນະເລິກແລບ, ແນບນຽນດ້ວຍຫລາຍວິທີ, ມີຫລາຍຮູບການ, ມີຂະບວນການທີ່ສະລັບສັບຊ້ອນເປັນກຸ່ມເຄື່ອຂ່າຍແໜ້ນໜາ, ເຊື່ອມໂຍງທັງພາຍໃນ ແລະຕ່າງປະເທດ; ນໍາໃຊ້ພາຫະນະ, ອຸປະກອນທີ່ທັນສະໄໝ, ມີອາວຸດກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່ຂອງພວກເຮົາ; ກຸ່ມຄົນເຫລົ່ານັ້ນໄດ້ຊອກທຸກວິທີທາງ ເພື່ອເບື່ອເມົາຊາວໜຸ່ມ, ເຍົາວະຊົນທີ່ເປັນອະ ນາຄົດຂອງຊາດ ເປັນຕົ້ນ ການປະສົມສິ່ງເສບຕິດໃສ່ໃນຜະລິດຕະພັນອາຫານ, ເຄື່ອງດື່ມ, ຢາປົວພະຍາດ, ຢາສູບໄຟຟ້າ ແລະ ອື່ນໆ.

ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນຕົວຈິງໃນວຽກງານແກ້ໄຂບັນຫາຢາເສບຕິດ ຕ້ອງມີຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ; ໃນໜຶ່ງປີທີ່ຜ່ານມາ ຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໂດຍມີກະຊວງປ້ອງກັນຄວາມສະຫງົບ ເປັນເສນາທິການໃຫ້ສູນກາງພັກ, ລັດຖະບານ ໃນການຊີ້ນໍາການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງຕະຫລອດມາ. ມາຮອດເວລານີ້, ເປັນໄລຍະເວລາການສືບຕໍ່ຈັດຕັ້ງປະຕິບັດຕາມມະຕິ 171/ສພຊ, ລົງວັນທີ 21 ພະຈິກ 2025; ວ່າດ້ວຍການຮັບຮອງເອົາຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ (2021-2025) ແລະ ທິດທາງແຜນການຕໍ່ໜ້າໃຫ້ຫັນມາເປັນແຜນງານແຫ່ງຊາດຕາມ 6 ວຽກຈຸດສຸມ, ທັງຫັນເຂົ້າສູ່ວຽກງານຕົວຈິງຢ່າງຕັ້ງໜ້າ.

ປີ 2026 ນີ້, ຄະນະກໍາມະການແກ້ໄຂບັນຫາຢາເສບ ຕິດລະດັບຊາດໄດ້ກໍານົດຫົວຂໍ້ວັນແຫ່ງຊາດຕ້ານຢາເສບຕິດວ່າ: “ຢາເສບຕິດຄືສັດຕູໂຕຮ້າຍກາດ, ປວງຊົນລາວທັງຊາດ ຕ້ອງຮ່ວມກັນສະກັດກັ້ນ ແກ້ໄຂ’’ ໃຫ້ນໍາເອົາຈິດໃຈນີ້ເຂົ້າສູ່ວຽກງານຕົວຈິງ ເປັນຕົ້ນ ສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບ ກົດໝາຍ, ພິດໄພຜົນຮ້າຍຂອງຢາເສບຕິດໃຫ້ກວ້າງຂວາງ ແລະ ຕໍ່ເນື່ອງເຊັ່ນ: ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດກິດຈະກໍາພາຍໃຕ້ຫົວຂໍ້ “ຊາວໜຸ່ມຍຸກໃໝ່ຫ່າງໄກຢາເສບຕິດ” ຊຶ່ງມີຊາວໜຸ່ມເຂົ້າຮ່ວມແລກປ່ຽນຄໍາຄິດເຫັນໃນການປ້ອງກັນສະກັດກັ້ນ, ແກ້ໄຂຢາເສບຕິດໃນຫລາຍເນື້ອໃນ ຊຶ່ງໄດ້ເປັນປະໂຫຍດຫລາຍໃນການນໍາພາ-ຊີ້ນໍາ ເຄື່ອນໄຫວວຽກງານແກ້ໄຂຢາເສບຕິດແກ່ເຈົ້າໜ້າທີ່ພວກເຮົາ ແລະ ກໍສະແດງໃຫ້ເຫັນວ່າ: ນີ້ເປັນຊ່ອງທາງໜຶ່ງໃນການສ້າງຄວາມຮັບຮູ້ທີ່ຖືກຕ້ອງໃຫ້ຊາວໜຸ່ມນັກຮຽນ, ນັກສຶກສາ, ປະຊາຊົນລາວບັນດາເຜົ່າ ໄດ້ມີຄວາມຮັບຮູ້, ເຂົ້າໃຈ ຖືກຕ້ອງຕໍ່ກັບພິດໄພຜົນຮ້າຍຂອງຢາເສບຕິດທຸກຊະນິດ. ພ້ອມກັນນີ້, ທົ່ວປວງຊົນລາວໄດ້ສ້າງຄວາມເຂັ້ມແຂງຢູ່ໃນຊຸມຊົນດ້ວຍການໂຄສະນາເຜີຍແຜ່ເຮັດໃຫ້ປະຊາຊົນຊາວຄ້າຂາຍ, ກໍາມະກອນ, ຊາວນາ-ຊາວສວນໄດ້ຕື່ນຕົວເຂົ້າ ຮ່ວມປ້ອງກັນ, ແກ້ໄຂບັນຫາຢາເສບຕິດເພີ່ມຂຶ້ນຢ່າງຕໍ່ເນື່ອງ ສະແດງອອກໃນການສ້າງຄອບຄົວ, ບ້ານ, ຊຸມຊົນ, ໂຮງຮຽນ, ສະຖາບັນການສຶກສາພາກລັດ-ເອກະຊົນ, ສໍານັກງານ, ອົງການ, ໂຮງຈັກ, ໂຮງງານປອດຢາເສບຕິດເພີ່ມຂຶ້ນໃນແຕ່ລະໄລຍະ.

ນອກນັ້ນ, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດແຕ່ລະຂັ້ນ ຍັງໄດ້ເອົາໃຈໃສ່ປະສານສົມ ທົບສ້າງເງື່ອນໄຂອໍານວນຄວາມສະດວກ ໃຫ້ປະຊາຊົນບັນດາເຜົ່າທີ່ຢູ່ເຂດຫ່າງໄກສອກຫລີກ ຫັນໄປປະກອບອາຊີບຖືກກົດໝາຍ, ມີລາຍຮັບທີ່ໝັ້ນຄົງ ດ້ວຍການປູກພືດທົດແທນການປູກພືດທີ່ມີສານເສບຕິດ, ສົ່ງເສີມລ້ຽງສັດ, ປູກພືດຜັກເປັນສິນຄ້າຈໍາໜ່າຍພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ, ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ແມ່ນໄດ້ຮັບເຂົ້າບໍາບັດປິ່ນປົວສຸຂະພາບ ແລະ ຝຶກວິຊາຊີບຢູ່ໃນສູນປິ່ນປົວ 16 ແຫ່ງຂອງລັດມີປະສິດທິຜົນໃນລະດັບທີ່ແນ່ນອນ.

ໃນປັດຈຸບັນ, ສາມາດປິ່ນປົ່ວຜູ້ຖືກເຄາະຮ້າຍຈາກສິ່ງເສບຕິດ ໄດ້ກັບຄືນເປັນຄົນດີຂອງສັງຄົມເພີ່ມຂຶ້ນ. ຄຽງຄູ່ກັນນັ້ນ, ລັດຖະບານ ຍັງມອບໝາຍໃຫ້ທຸກພາກສ່ວນຮ່ວມ ກັນປະຕິບັດວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານສາມສ້າງໃນໄລຍະໃໝ່ຕິດພັນກັບການສ້າງບ້ານ, ສະຖາບັນການສຶກສາ, ກະຊວງ, ກົມກອງ, ກໍາລັງປະກອບອາວຸດປອດຢາເສບຕິດ, ເພີ່ມທະວີໃນການປະຕິບັດມາດຕະການດ້ານກົດໝາຍຕໍ່ຜູ້ກະທໍາຜິດ ສະເພາະໃນ ປີ 2026 ນີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບສາມາດແກ້ໄຂຄະດີຢາເສບຕິດໄດ້ຫລາຍກໍລະນີ ເປັນຕົ້ນ ໄດ້ທັບມ້າງ, ຢຶດຢາເສບຕິດ, ຢຶດຊັບສິນວັດຖຸຂອງກາງ, ສານເຄມີຕ່າງໆທີ່ພວກກຸ່ມຄົນບໍ່ດີລັກລອບນໍາເຂົ້າຜ່ານປະເທດເຮົາ ຊຶ່ງເຈົ້າໜ້າທີ່ວິຊາສະເພາະທີ່ກ່ຽວຂ້ອງ ສາມາດຈັບກຸມຜູ້ກະທໍາຜິດມາລົງໂທດຕາມລະບຽບກົດໝາຍ.

ການປະຕິບັດວຽກງານກອງທຶນ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ສູນກາງ-ທ້ອງຖີ່ນ ມີລະບົບການຈັດຕັ້ງຄົບຊຸດ, ສາມາດເຄື່ອນໄຫວວຽກງານເກັບກໍາທ້ອນໂຮມ, ສະສາງຊັບສິນໃນຄະດີຢາເສບຕິດທີ່ສານຕັດສິນຮິບເປັນຂອງລັດເຂົ້າງົບປະມານ ແລະ ຮັບໃຊ້ວຽກງານວິຊາສະເພາະທີ່ຈໍາເປັນໄດ້ຢ່າງມີປະສິດທິຜົນ. ພັກ-ລັດຖະບານ ຍັງໄດ້ຊຸກຍູ້ສົ່ງເສີມການຮ່ວມມືກັບພາກພື້ນ, ສາກົນ,ໃນປີຜ່ານມາ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມໃນລະດັບຕ່າງໆທີ່ກ່ຽວຂ້ອງກັບວຽກງານຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ກໍຄື ການປະຕິບັດສົນທິສັນຍາທີ່ລາວໄດ້ເປັນພາຄີ ວ່າດ້ວຍການຄວບຄຸມຢາເສບຕິດ ເຫັນໄດ້ວ່າ ບັນດາປະເທດໃນພາກພື້ນ ກໍຄື ໃນໂລກໄດ້ຖືເອົາວຽກງານປ້ອງກັນ, ແກ້ໄຂຢາເສບຕິດເປັນວຽກໜື່ງທີ່ຈໍາເປັນ, ສໍາຄັນ ແລະ ພ້ອມທີ່ຈະຮ່ວມກັນແກ້ໄຂໃຫ້ມີຜົນສໍາເລັດເປັນຮູບປະທໍາໃນແຕ່ລະໄລຍະ.

ພີ່ນ້ອງຮ່ວມຊາດທີ່ນັບຖື ແລະ ຮັກແພງທັງຫລາຍ

ຍ້ອນເຫັນໄດ້ເຖີງໄພອັນຕະລາຍຂອງບັນຫາຢາເສບຕິດດັ່ງກ່າວ, ພັກ-ລັດຖະບານ, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ຈຶ່ງໄດ້ຍົກລະດັບມາດຕະການ, ການນໍາພາ-ຊີ້ນໍາວຽກງານແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມເດັດຂາດ, ຈິງຈັງ ທັງໄດ້ວາງນະໂຍບາຍ ສ້າງເປັນແຜນງານແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2026-2030) ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວໃຫ້ໄປຕາມ 6 ວຽກຈຸດສຸມຢ່າງເປັນລະບົບຕໍ່ ເນື່ອງ; ເຮັດໃຫ້ອາຊະຍາກໍາຢາເສບຕິດທຸກຮູບແບບຫຼຸດ ລົງຢ່າງຊັດເຈນ.

ສະນັ້ນ, ໃນນາມລັດຖະບານແຫ່ງ ສປປ ລາວ, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະ ດັບຊາດ ຂ້າພະເຈົ້າຂໍມອບໝາຍໜ້າທີ່ໃຫ້ບັນດາຂະແໜງການ, ກະຊວງ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຮຽກຮ້ອງມາຍັງທົ່ວປວງຊົນລາວຈົ່ງພ້ອມກັນຈັດຕັ້ງປະຕິບັດ ດັ່ງນີ້:

ໜຶ່ງ. ທຸກຂະແໜງການທັງພາກລັດ-ເອກະຊົນ ຕ້ອງຖືເອົາວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນພັນທະ, ເປັນໜ້າທີ່ຄວາມຮັບຜິດຊອບຂອງຕົນ ແຕ່ສູນກາງຮອດທ້ອງຖິ່ນ ພ້ອມທັງກໍານົດເອົາວຽກດັ່ງກ່າວເຂົ້້າເປັນວຽກທີ່ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະຂອງແຕ່ລະຂະ ແໜງການ.

ສອງ. ກະຊວງປ້ອງກັນຄວາມສະຫງົບ, ຄະນະໂຄສະນາອົບຮົມສູນກາງພັກ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນທົ່ວສັງຄົມ ຈົ່ງຍົກສູງວຽກງານໂຄສະນາສ້າງຄວາມຮັບຮູ້ທົ່ວສັງຄົມໃຫ້ກວ້າງຂວາງດ້ວຍຫລາຍວິທີການ ທີ່ສ່ອງແສງໃຫ້ເຫັນເຖິງພິດໄພຜົນຮ້າຍຂອງຢາເສບຕິດໃຫ້ຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນບັນດາເຜົ່າ; ເພື່ອເຮັດໃຫ້ເຂົາເຈົ້າເຂົ້າໃຈຢ່າງຖືກຕ້ອງ, ຕື່ນຕົວ, ສະໝັກໃຈປະກອບສ່ວນເຂົ້າຮ່ວມເຮັດວຽກງານແກ້ ໄຂບັນຫາຢາເສບຕິດທົ່ວປວງຊົນໃຫ້ຫລາຍຂຶ້ນ.

ສາມ. ກະຊວງປ້ອງກັນຄວາມສະຫງົບ, ບັນດາກອງບັນຊາການປ້ອງກັນຄວາມສະຫງົບແຂວງ/ນະຄອນຫລວງ ຮ່ວມກັບກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມເອົາໃຈໃສ່ການບໍາບັດປິ່ນປົ່ວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບເບື້ອງຕົ້ນໃຫ້ຜູ້ຖືກເຄາະຮ້າຍທີ່ເຂົ້າປິ່ນປົ່ວອອກຢາເສບຕິດຢູ່ໃນ 16 ສູນ ໃຫ້ມີຄຸນນະພາບ ແລະ ຕ້ອງໄດ້ຕິດຕາມຊ່ວຍເຫລືອເຮັດໃຫ້ຜູ້ອອກຢາເສບຕິດ ໄດ້ມີຊີວິດການເປັນຢູ່ຢ່າງເປັນປົກກະຕິ, ເພື່ອຮັບປະກັນບໍ່ໃຫ້ຄົນເຫລົ່ານັ້ນໄປຕິດຢາເສບຕິດຄືນອີກ.

ສີ່. ບັນດາຂະແໜງການປະຕິບັດໜ້າທີ່ດໍາເນີນຄະດີຕາມຂະບວນການຍຸຕິທໍາ ແຕ່ລະຂັ້ນຕ້ອງມີຄວາມເດັດຂາດໂປ່ງໃສ, ເປັນມືອາຊີບ ເພື່ອຮັບປະກັນວຽກງານວິຊາສະເພາະ, ກົດໝາຍ ແລະ ການ ເມືອງ, ຮັບປະກັນເຮັດໃຫ້ບັນຫາຢາເສບຕິດຢູ່ໃນປະເທດເຮົາຫລຸດລົງຢ່າງຊັດເຈນຈະແຈ້ງ.

ຫ້າ. ກະຊວງປ້ອງກັນຄວາມສະຫງົບ (ຄະນະກໍາມະການແກ້ໄຂບັນຫາຢາເສບຕິດຂັ້ນແຂວງ) ໃຫ້ສືບຕໍ່ຊີ້ນໍາການປັບປຸງລະບົບການຈັດຕັ້ງສະພາບໍລິຫານ, ກອງເລຂາ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດຕາມມາດຕາ 5 ຂອງດໍາລັດ 639/ລບ ວ່າດ້ວຍກອງທຶນ ຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍສະເພາະແມ່ນການເກັບກໍາ, ຂຶ້ນບັນຊີ, ຊໍາລະສະສາງ, ເອກະພາບການຄຸ້ມຄອງງົບປະ ມານກ່ອນມອບເຂົ້າກອງທຶນແຕ່ລະຂັ້ນ ເພື່ອຮັບປະກັນໃຫ້ສາມາດມີງົບປະມານຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ແກ່ການແກ້ໄຂບັນຫາຢາເສບຕິດທີ່ຈໍາເປັນໄດ້ຢ່າງຄ່ອງຕົວ;

ຫົກ. ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ບັນດາຂະແໜງ ການທີ່ກ່ຽວຂ້ອງ ຍັງຕ້ອງໄດ້ເອົາໃຈໃສ່ລົງໃກ້ຊິດ ສຶກສາອົບຮົມໃຫ້ຄວາມຮູ້ແກ່ປະຊາຊົນ ບໍ່ໃຫ້ລັກ ລອບປູກພືດທີ່ມີສານເສບຕິດ, ຊຸກຍູ້, ສົ່ງເສີມເຂົາເຈົ້າໄດ້ມີເງື່ອນໄຂຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ແທນການປູກພືດທີ່ມີສານເສບຕິດ, ພ້ອມທັງດໍາເນີນມາດຕະການທາງກົດໝາຍຢາງເດັດຂາດຕໍ່ຜູ້ກະທໍາຜິດ.

ເຈັດ. ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ, ສາກົນເພື່ອຍາດແຍ່ງເອົາການຊ່ວຍເຫລືອ, ສະໜັບສະໜູນທາງດ້ານທຶນຮອນ, ປະກອບສ່ວນເຂົ້າໃນວຽກງານແກ້ໄຂບັນຫາຢາເສບຕິດ ໂດຍສະເພາະແມ່ນການສົ່ງເສີມປະຊາຊົນສ້າງອາຊີບທີ່ໝັ້ນຄົງ, ການສະໜອງ, ແລກປ່ຽນຂໍ້ມູນຂ່າວສານທີ່ຈໍາເປັນລວມທັງການປະສານສົມທົບ, ປ້ອງກັນການລັກລອບຄ້າຂາຍ, ຂົນສົ່ງຢາເສບຕິດ, ສານເຄມີຕົ້ນຂອບເຂດບໍລິເວນຊາຍແດນຢ່າງເດັດຂາດ;

ນະໂອກາດອັນມີຄວາມໝາຍສໍາຄັນນີ້, ຕາງໜ້າລັດຖະບານ ແລະ ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເຈົ້າໜ້າທີ່, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດທຸກຂັ້ນ ຕະຫລອດຮອດປະຊາຊົນລາວບັນດາເຜົ່າຂອບເຂດທົ່ວປະເທດທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກນີ້ຕະຫລອດມາ.

ພ້ອມດຽວກັນນີ້, ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງປະເທດເພື່ອນມິດ, ອົງການຈັດ ຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ປະກອບການທັງພາກລັດ, ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນດ້ານທຶນຮອນ, ວັດຖຸອຸປະກອນຮັບໃຊ້ເຂົ້າໃນວຽກງານແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ ດ້ວຍດີຕະຫລອດມາ.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ບວກກັບການຮ່ວມມື, ການສະໜັບສະໜູນຊ່ວຍເຫລືອຈາກເພື່ອນມິດສາກົນ, ພວກເຮົາຈະສາມາດເອົາຊະນະອຸປະສັກຫຍໍ້ທໍ້ຕ່າງໆ ແລະ ເຮັດໃຫ້ບັນຫາຢາເສບຕິດຫລຸດໜ້ອຍຖອຍລົງເທື່ອລະກ້າວ. ທຸກຄົນ, ທຸກຊົນເຜົ່າ, ທຸກສາສະໜາ ບໍ່ເປັນທາດຢາເສບຕິດ, ຊີວິດ-ວັດທະນາທໍາ ຈະຮຸ່ງເຮືອງສີວິໄລ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments