Homeຂ່າວໜ້າໜຶ່ງການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສໍາເລັດ

ການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສໍາເລັດ

ໃນໄລຍະ 9 ເດືອນປິ 2026 ນີ້, ສະພາແຫ່ງຊາດໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ສຳເລັດຕາມເປົ້າໝາຍໃນຫລາຍດ້ານ ເປັນຕົ້ນດ້ານນິຕິບັດຍັດ, ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ, ດ້ານການຕິດຕາມກວດກາ, ດ້ານການສ້າງຄວາມເຂັ້ມແຂງໃຫ້ສະພາແຫ່ງຊາດ, ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ດ້ານການເຄື່ອນໄຫວວຽກງານຕ່າງປະເທດ ແລະ ອື່ນໆ.

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ລາຍງານໃນກອງປະຊຸມສະ ໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລາ 2026 ໂດຍທ່ານໄດ້ຍົກໃຫ້ເຫັນຜົນສຳເລັດການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ຂອງສະພາແຫ່ງຊາດ ໂດຍຍົກໃຫ້ເຫັນດ້ານດີ, ຜົນສຳເລັດ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະເກືອບ 1 ປີຜ່ານມາ ເປັນຕົ້ນ ໄດ້ເອົາໃຈໃສ່ຊີ້ນໍາການຄົ້ນຄວ້າ ໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຕາມການສະເໜີຂອງລັດຖະບານ ຊຶ່ງໃນໄລຍະຜ່ານມາ ຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງໃຫ້ສັດຕະຍາບັນແກ່ສົນທິສັນຍາ ຈໍານວນ 8 ສະບັບ ຄື: ສົນທິສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ສະເພາະຂົນສົ່ງຜູ້ໂດຍສານ ຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ; ສົນທິສັນຍາ ວ່າດ້ວຍການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍໃນບັນຫາອາຍາ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ; ສົນທິສັນຍາ ວ່າດ້ວຍການເກັບອາກອນຊໍ້າຊ້ອນ ລະຫວ່າງ ລາວ-ຍີ່ປຸ່ນ; ສົນທິສັນຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ; ສົນ ທິສັນຍາ ວ່າດ້ວຍສົ່ງຜູ້ຮ້າຍຂ້າມແດນ ລະຫ່ວາງ ລາວ-ຫວຽດນາມ; ສົນທິສັນຍາ ວ່າດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍໃນບັນຫາອາຍາ ລະຫວ່າງ ລາວ-ຣັດເຊຍ ແລະ ສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນລະຫວ່າງ ລາວ-ສ ເກົາຫລີ ແລະ ສົນທິສັນຍາເຊອູ. ພ້ອມນີ້, ຍັງໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍສະເພາະ ການເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ບຸກຄະລາກອນໃນຕຳແໜ່ງສໍາຄັນຂອງລັດ, ກົງຈັກການຈັດ ຕັ້ງຂອງລັດ, ແຜນການເຄື່ອນໄຫວວຽກງານ 5 ປີ ຂອງພາກສ່ວນຕ່າງໆ ຕາມກົດໝາຍກໍານົດ.

ນອກນັ້ນ, ສະພາແຫ່ງຊາດ ຍັງໄດ້ຊີ້ນໍາການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ໄປຄຽງຄູ່ກັບການຕິດຕາມກວດກາ ຜ່ານກອງປະຊຸມຄົບຄະນະ ຂອງບັນດາກຳມາທິການສະພາແຫ່ງຊາດ ປະຈຳປີ 2026 ເປັນຕົ້ນ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດ ໝາຍ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2026; ບັນຫາແຮງງານ, ການປະຕິບັດຄ່າຊົດເຊີຍຜົນກະທົບຂອງໂຄງການພັດທະນາຕ່າງໆ, ການແກ້ໄຂບັນຫາຂອງປະຊາຊົນ ທີ່ສະເໜີຜ່ານສາຍດ່ວນກອງປະຊຸມສະພາແຫ່ງຊາດ ໂດຍມອບໝາຍໃຫ້ ກະຊວງ, ອົງການກ່ຽວຂ້ອງ ແກ້ໄຂຕາມລະບຽບການ. ນອກນັ້ນ, ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫລືອ ຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ໃນກາງປີ 2026 ຈໍານວນ 10 ແຂວງ ຄື: ແຂວງຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງເຊກອງ. ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ເອົາໃຈໃສ່ຊີ້ນໍາວຽກງານຮັບຕ້ອນ ແລະ ໃຫ້ຄໍາປຶກສາດ້ານກົດໝາຍແກ່ ປະຊາຊົນ ໄປຄວບຄູ່ກັບການຄົ້ນຄວ້າພິຈາລະນາ ແລະ ແກ້ໄຂຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທຳ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກ.

ຜົນສຳເລັດທີ່ສະພາແຫ່ງຊາດ ຍາດມາໄດ້ ໃນເກືອບ 1 ປີຜ່ານມານັ້ນ, ຍ້ອນໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຢ່າງເປັນປົກກະຕິ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຕາມທີ່ກຳນົດໃນລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ; ຍ້ອນຄວາມຮັບຜິດຊອບຂອງຄະນະປະຈຳສະພາແຫ່ງຊາດ ໃນການນໍາພາ-ຊີ້ນໍາ ການເຄື່ອນໄຫວວຽກງານຂອງບັນດາກົງຈັກການຈັດຕັ້ງສະພາແຫ່ງຊາດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ ບວກກັບບັນດາກຳມາທິການ, ຫ້ອງວ່າການສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງໃນຂອບເຂດທົ່ວປະເທດ ໄດ້ຍົກສູງຄວາມຮັບຜິດຊອບດ້ານການເມືອງຂອງຕົນ ໃນການຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ ແລະ ຄະປະຈຳສະພາແຫ່ງຊາດ, ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງຢ່າງກວ້າງຂວາງ ແລະ ທົ່ວເຖິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments