Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 9 ຕຸລາ 2026 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍ ໃນໂອກາດທີ່ ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຮັບການເເຕ່ງຕັ້ງເປັນ ກໍາມະການກົມການເມືອງສູນກາງພັກ.

ການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ທ່ານ ຢູ ອ່ອງ ໂກ ເອກອັກຄະລັດຖະທູດ ແຫ່ງ ສສ ມຽນມາ ປະຈຳ ສປປ ລາວ, ໃນນາມເປັນປະທານກອງປະຊຸມປຶກສາຫາລືອາຊຽນ (ASEAN Consultative Meeting) ໄດ້ຕາງໜ້າບັນດາທູດອາຊຽນ ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທີ່ໄດ້ຮັບການແຕ່ງຕັ້ງເປັນ ກໍາມະການກົມການເມືອງສູນກາງພັກ. ພ້ອມນີ້, ທ່ານ ເອກອັກຄະລັດຖະທູດ ໄດ້ມີຄໍາເຫັນວ່າ ການໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງສຳຄັນຂອງ ທ່ານຮອງນາຍົກລັດຖະມົນຕີຄັ້ງນີ້ ແມ່ນໜ້າທີ່ອັນມີກຽດ, ຊຶ່ງສະແດງເຖິງຄວາມເຊື່ອໝັ້ນອັນສູງສົ່ງທີ່ພັກ, ລັດຖະບານ ແລະ ປະຊາຊົນຕໍ່ຄວາມຮູ້-ຄວາມສາມາດ, ປະສົບການອັນກວ້າງຂວາງ, ການອຸທິດຕົນ ແລະ ບັນດາຜົນງານຕ່າງໆຂອງ ທ່ານຮອງນາຍົກລັດຖະ ມົນຕີ ແລະ ປະກອບສ່ວນສໍາຄັນເຂົ້າໃນວຽກງານພັກ-ລັດ ໂດຍສະເພາະແມ່ນໃນຂົງເຂດວຽກງານການຕ່າງປະເທດ ແລະ ພົວພັນສາກົນ, ການສະໜັບສະໜູນ ແລະ ການຮ່ວມມືຢ່າງໃກ້ຊິດຈາກ ກະ ຊວງການຕ່າງປະເທດຂອງ ສປປ ລາວ ໄດ້ມີບົດບາດສຳຄັນໃນການສົ່ງເສີມສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ.

ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳອວຍພອນ ແລະ ຊົມເຊີຍຢ່າງຈິງໃຈຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ບັນດາປະເທດສະມາຊິກອາຊຽນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ຕະຫລອດໄລຍະຜ່ານມາ. ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ການເຄື່ອນໄຫວ ວຽກງານອາຊຽນຂອງບັນດາສະຖານທູດອາຊຽນ ປະຈຳ ສປປ ລາວ ພາຍໃຕ້ຂອບກອງປະຊຸມປຶກສາຫາລືອາຊຽນໃນໄລຍະຜ່ານມາ ເພື່ອສົ່ງເສີມຄວາມຮັບຮູ້ກ່ຽວກັບອາຊຽນ ກໍຄື ການເພີ່ມທະວີຮັດແໜ້ນການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ການຮ່ວມມືສອງຝ່າຍກັບ ສປປ ລາວ, ພ້ອມທັງຍົກສູງນໍ້າໃຈຄວາມເປັນແກນກາງ ແລະ ຄວາມສາມັກຄີຂອງອາຊຽນ ເພື່ອສົ່ງເສີມການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments