Homeຂ່າວໜ້າໜຶ່ງປີ 2026 ສານປະຊາຊົນສູງສຸດແກ້ໄຂຄະດີໄດ້9.597 ເລື່ອງ ກວມ 72,46% ຂອງຄະດີທັງໝົດ

ປີ 2026 ສານປະຊາຊົນສູງສຸດແກ້ໄຂຄະດີໄດ້9.597 ເລື່ອງ ກວມ 72,46% ຂອງຄະດີທັງໝົດ

ທ່ານ ໄພວີ ສີບົວລີພາ ປະທານສານປະຊາຊົນສູງສຸດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 9 ຕຸລາ 2026 ໂດຍ ທ່ານໄດ້ໃຫ້ຮູ້ວ່າ: ໃນປີ 2026 ສານປະຊາຊົນມີຄະດີຄ້າງມາຈາກປີ 2025 ຈຳນວນ 3.738 ເລື່ອງ ແລະ ຄະດີເຂົ້າໃໝ່ 9.506 ເລື່ອງ, ລວມທັງໝົດ 13.244 ເລື່ອງ. ໃນນີ້, ສາມາດແກ້ໄຂໄດ້ 9.597 ເລື່ອງ ກວມ 72,46% ແລະ ຍັງມີຄະດີທີ່ສືບຕໍ່ແກ້ໄຂ 3.647 ເລື່ອງ.

ສຳລັບການແກ້ໄຂຄະດີຂັ້ນຕົ້ນ ມີຄະດີທັງໝົດ 11.002 ເລື່ອງ, ແກ້ໄຂໄດ້ 8.069 ເລື່ອງ ຫລື 73,34%. ໃນນີ້, ຄະດີອາຍາມີ 7.105 ເລື່ອງ, ແກ້ໄຂໄດ້ 5.932 ເລື່ອງ ກວມ 83,49%; ຄະດີແພ່ງມີ 2.744 ເລື່ອງ, ແກ້ໄຂໄດ້ 1.415 ເລື່ອງ ກວມ 51,56%; ຄະດີການຄ້າມີ 463 ເລື່ອງ, ແກ້ໄຂໄດ້ 251 ເລື່ອງ ກວມ 54,21%; ຄະດີຄອບຄົວມີ 453 ເລື່ອງ, ແກ້ໄຂໄດ້ 284 ເລື່ອງ ກວມ 62,69%; ຄະດີເດັກມີ 208 ເລື່ອງ, ແກ້ໄຂໄດ້ 176 ເລື່ອງ ກວມ 84,61% ແລະ ຄະດີແຮງງານມີ 25 ເລື່ອງ, ແກ້ໄຂໄດ້ 11 ເລື່ອງ ກວມ 44%.

ສ່ວນຄະດີຂັ້ນອຸທອນ ມີທັງໝົດ 1.652 ເລື່ອງ, ແກ້ໄຂໄດ້ 1.037 ເລື່ອງ ກວມ 62,77%. ຂະນະທີ່ຄະດີຂັ້ນລົບລ້າງມີ 590 ເລື່ອງ, ແກ້ໄຂໄດ້ 491 ເລື່ອງ ກວມ 83,22%.

ພ້ອມກັນນີ້, ຄະດີອາຍາທີ່ເກີດຂຶ້ນຫລາຍກວ່າໝູ່ແມ່ນຄະດີຢາເສບຕິດ, ຄະດີແພ່ງ ແມ່ນຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ຄະດີການຄ້າ ແມ່ນຂໍ້ຂັດແຍ່ງກ່ຽວກັບສັນຍາກູ້ຢືມ.

ໃນດ້ານການປາບປາມການສໍ້ລາດບັງຫລວງ ສານປະຊາ ຊົນນະຄອນຫລວງວຽງຈັນ ໄດ້ຕັດສິນຄະດີຈຳນວນ 6 ເລື່ອງ ມີຈຳເລີຍ 27 ຄົນ, ຍິງ 5 ຄົນ; ສ່ວນສານປະຊາຊົນແຂວງອັດຕະປືໄດ້ຕັດສິນ 1 ເລື່ອງ ມີຈຳເລີຍ 15 ຄົນ, ຍິງ 4 ຄົນ. ໃນຄະດີດັ່ງກ່າວ, ມີຜູ້ຖືກຕັດສິນລົງໂທດຈຳຄຸກຕະຫລອດຊີວິດ 26 ຄົນ, ຍິງ 4 ຄົນ.

ນອກຈາກນັ້ນ, ສານປະຊາຊົນສູງສຸດໄດ້ສຸມໃສ່ການປັບປຸງຂັ້ນຕອນຮັບ ແລະ ພິຈາລະນາຄຳຮ້ອງຂໍຮື້ຟື້ນຄະດີ, ພ້ອມທັງຈັດສຳມະນາຖອດຖອນບົດຮຽນ. ໃນປີ 2026 ມີຄຳຮ້ອງຂໍຮື້ຟື້ນຄະດີ 360 ເລື່ອງ, ແກ້ໄຂໄດ້ 96 ເລື່ອງ ແລະ ຍັງຄ້າງ 264 ເລື່ອງ. ສ່ວນສຳນວນຄະດີຂັ້ນຮື້ຟື້ນທີ່ຮັບຈາກອົງການໄອຍະການປະຊາຊົນສູງສຸດມີ 73 ເລື່ອງ, ແກ້ໄຂໄດ້ 62 ເລື່ອງ ແລະ ຍັງຄ້າງ 11 ເລື່ອງ.

ສຳລັບຄຳສະເໜີຂໍຄຳຊີ້ຂາດໂທດປະຫານຊີວິດ ມີທັງໝົດ 68 ເລື່ອງ, ແກ້ໄຂໄດ້ 61 ເລື່ອງ ແລະ ຍັງຄ້າງ 7 ເລື່ອງ. ອີກວຽກງານສຳຄັນແມ່ນການກວດກາ ແລະ ແກ້ໄຂບັນຫານັກໂທດທີ່ຖືກກັກຂັງໂດຍບໍ່ມີຄຳຕັດສິນ. ຕາມລາຍງານ ສານປະຊາຊົນສູງສຸດໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາ ແລະ ສານປະຊາຊົນນະຄອນຫຼວງວຽງຈັນໄດ້ກວດກາ, ພ້ອມຂຽນຄຳຕັດສິນສົ່ງໃຫ້ຄ້າຍຄຸມຂັງດັດສ້າງແລ້ວ 119 ເລື່ອງ. ວຽກງານນີ້, ຈະສືບຕໍ່ດຳເນີນຮ່ວມກັບບັນດາຄ້າຍຄຸມຂັງດັດສ້າງ ແລະ ອົງການໄອຍະການປະຊາຊົນ ເພື່ອກວດກາຄືນໃຫ້ທົ່ວເຖິງທົ່ວປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments