Homeຂ່າວຕ່າງປະເທດລົດໄຟລາວ-ຈີນ ຂົນສົ່ງຜູ້ໂດຍສານ ຫລາຍກວ່າ 80 ລ້ານເທື່ອຄົນ

ລົດໄຟລາວ-ຈີນ ຂົນສົ່ງຜູ້ໂດຍສານ ຫລາຍກວ່າ 80 ລ້ານເທື່ອຄົນ

ວິທະຍຸ ໂທລະພາບສູນກາງຈີນ, ແຫລ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນໝິງ ແຈ້ງໃຫ້ຮູ້ວ່າ: ນັບແຕ່ເປີດນໍາໃຊ້ ເສັ້ນທາງລົດໄຟ ລາວ-ຈີນ ມາຮອດວັນທີ 9 ຕຸລານີ້, ສາມາດຂົນສົ່ງຜູ້ໂດຍສານ ໄດ້ຫລາຍກວ່າ 80 ລ້ານເທື່ອຄົນ. “ເສັ້ນທາງຄໍາ” ສາຍນີ້ພວມເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນຢ່າງບໍ່ຢຸດຢັ້ງ ດ້ວຍຈໍານວນຜູ້ໂດຍສານ ທີ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. ນັບມາຮອດປັດຈຸບັນ, ເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດຂະບວນລົດໄຟໂດຍສານສາກົນທັງໝົດ 3,913 ຂະບວນ, ຂົນສົ່ງຜູ້ໂດຍສານຂ້າມຊາຍແດນທັງໝົດ 950,000 ເທື່ອຄົນ ຈາກຫລາຍກວ່າ 120 ປະເທດ ແລະ ເຂດແຄວ້ນທົ່ວໂລກ. ນັບແຕ່ຕົ້ນປີນີ້ມາ, ເສັ້ນທາງລົດໄຟລາວ-ຈີນ ສາມາດຂົນສົ່ງຜູ້ໂດຍສານໄດ້ຫລາຍກວ່າ 16 ລ້ານເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ, ໃນນັ້ນ, ຜູ້ໂດຍສານຂ້າມຊາຍແດນ 270,000 ເທື່ອຄົນ, ເພີ່ມຂຶ້ນ 36.6%. ການສັນຈອນໄປມາດ້ວຍຂະບວນລົດໄຟ ລະຫວ່າງ ສປປ ລາວ-ສປ ຈີນ ຂອງຜູ້ໂດຍສານ ຂ້າມຊາຍແດນ ໄດ້ຊຸກຍູ້ການບໍລິໂພກໃນອຸດສາຫະກໍາ ຕ່າງໆ ທີ່ຢູ່ລຽບຕາມເສັ້ນທາງລົດໄຟ ເປັນຕົ້ນແມ່ນແຫລ່ງທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານໃຫ້ເຕີບໂຕຫລາຍກວ່າ 35%.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments