ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ກ່າວຄຳປາໄສໃນພິທີສະເຫລີມສະຫລອງວັນສະຖາປະນາສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ ທີ່ຈັດຂຶ້ນເມື່ອວັນທີ 30 ກັນຍາ 2026, ໂດຍເພິ່ນໄດ້ຍົກໃຫ້ເຫັນວ່າ: “ຕ້ອງຊຸກຍູ້ເສດຖະກິດໃຫ້ພັດທະນາໄປສູ່ການຂັບເຄື່ອນດ້ວຍການປະດິດສ້າງ, ມີໂຄງສ້າງເສດຖະກິດທີ່ປັບປຸງໃຫ້ດີຂຶ້ນ ແລະ ພັດທະນາໄປສູ່ທິດທາງທີ່ດີ, ຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງແທ້ຈິງ, ພະຍາຍາມສູ້ຊົນເຮັດສຳເລັດໜ້າທີ່ເປົ້າໝາຍໝົດປີ ເພື່ອບັນລຸສະພາບການເລີ່ມຕົ້ນທີ່ດີແຫ່ງການປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15”.
ການຊຸກຍູ້ຂະບວນການຄວາມທັນສະໄໝແບບຈີນ, ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີເປັນເສັ້ນທາງທີ່ຕ້ອງເດີນຜ່ານ. ໃນປີ 2026 ເຊິ່ງເປັນປີເລີ່ມຕົ້ນປະຕິບັດແຜນການ 5 ປີ ຄັ້ງທີ 15, ທຸກຂະແໜງການປາກົດມີກະແສຟອງການປະດິດສ້າງຢ່າງບໍ່ຢຸດຢັ້ງ, ເຊິ່ງສະແດງໃຫ້ເຫັນຢ່າງມີຊີວິດຊີວາເຖິງເສດຖະກິດພັດທະນາຢ່າງມີຄຸນນະພາບສູງ.
1. ອຸດສາຫະກຳດັ້ງເດີມມີການປັບປຸງໃໝ່ຍົກລະດັບສູງຂຶ້ນ ອຸດສາຫະກຳດັ້ງເດີມຂອງຈີນ ກວມອຸດສາຫະກຳການຜະລິດຫລາຍກວ່າ 80%, ເປັນພື້ນຖານຂອງລະບົບອຸດສາຫະກຳທັນສະໄໝ.
ຈີນ ໄດ້ກຳແໜ້ນຄວາມຕ້ອງການຂອງຕະຫລາດ, ເພີ່ມທະວີການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, ອຸດສາຫະກຳດັ້ງເດີມໄດ້ເກີດມີພະລັງຊີວິດຊີວາອັນໃໝ່ຢ່າງຕໍ່ເນື່ອງ. ຍົກເອົາອຸດສາຫະກຳການຜະລິດເຮືອເປັນຕົວຢ່າງ: ຫົກເດືອນຕົ້ນປີນີ້, ອຸດສາຫະກຳການຜະລິດເຮືອຂອງຈີນ ໄດ້ສ້າງສະຖິຕິໃໝ່ເປັນປະຫວັດສາດໃນດ້ານ 3 ຕົວຊີ້ວັດຫລັກຄື ປະລິມານການຜະລິດ, ປະລິມານໃບສັ່ງຊື້ໃໝ່ ແລະ ປະລິມານໃບສັ່ງຊື້ທີ່ມີຢູ່ແລ້ວ, ເຊິ່ງສືບຕໍ່ນຳໜ້າໃນຕະຫລາດໂລກ. ຈາກການຜະລິດກ່ຳປັ່ນສິນຄ້າພຽງຢ່າງດຽວກ້າວໄປສູ່ກຸ່ມອຸດສາຫະກຳກ່ຳປັ່ນລະດັບສູງທີ່ມີຄວາມຫລາກຫລາຍ, ອຸດສາຫະກຳການຜະລິດເຮືອຂອງຈີນ ກຳລັງເປີດຂະບວນການໃໝ່ແຫ່ງການມຸ່ງໜ້າສູ່ການບັນລຸເປົ້າໝາຍຢ່າງອາດຫານ.
ມູນຄ່າເພີ່ມຂອງອຸດສາຫະກຳການຜະລິດຈີນ ໄດ້ກວມເອົາເກືອບ 30% ຂອງທົ່ວໂລກ, ຄອງອັນດັບໜຶ່ງຂອງໂລກຢ່າງໝັ້ນທ່ຽງເປັນເວລາ 16 ປີລຽນຕິດ; ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງເຂດພັດທະນາອຸດສາຫະກຳເຕັກນິກຂັ້ນສູງແຫ່ງຊາດ 179 ແຫ່ງ ບັນລຸຫລາຍກວ່າ 20.000 ຕື້ຢວນ, ກຳລັງການແຂ່ງຂັນໃນສາກົນຂອງກຸ່ມອຸດສາຫະກຳການຜະລິດທັນສະໄໝແຫ່ງຊາດ 80 ແຫ່ງ ໄດ້ຍົກສູງຂຶ້ນຢ່າງຕໍ່ເນື່ອງ…ຂີດຄວາມສາມາດການຜະລິດທີ່ກ້າວກະໂດດຂຶ້ນຢ່າງບໍ່ຢຸດຢັ້ງໄດ້ສະທ້ອນໃຫ້ເຫັນເຖິງຈີນ ໃນຖານະເປັນປະເທດໃຫຍ່ກຳລັງຢວ່າງບາດກ້າວອັນເດັດດ່ຽວຢ່າງບໍ່ລົດລະໄປສູ່ການເພິ່ງຕົນແອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານເຕັກໂນໂລຊີສຳຄັນຕົ້ນຕໍ.
2. ອຸດສາຫະກຳຈະເລີນໃໝ່ພັດທະນາຢ່າງຟົດຟື້ນ: ອຸດສາຫະກຳຈະເລີນໃໝ່ເປັນຂໍກຸນແຈສຳຄັນ ເພື່ອເລັ່ງສ້າງກຳລັງການຜະລິດໃນຄຸນນະພາບໃໝ່, ເປັນສິ່ງຄ້ຳຊູອັນສຳຄັນໃນການຊຸກຍູ້ການຫັນປ່ຽນ ແລະ ຍົກລະດັບເສດຖະກິດ.
ເດືອນກໍລະກົດ ປີນີ້, ຈະຫລວດສົ່ງຍານ “ສາງເຈີ່ງ 10 B” ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນການປະຕິບັດພາລະກິດເກັບຄືນທ່ອນຈະຫລວດຫລັງຈາກຍິງສົ່ງດາວທຽມຂຶ້ນສູ່ອະວະກາດເປັນຄັ້ງທຳອິດ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ເຕັກໂນໂລຊີການນຳໃຊ້ຈະຫລວດຫລາຍເທື່ອຂອງຈີນ ໄດ້ຮັບການບຸກທະລຸທີ່ສຳຄັນຍິ່ງ; ຫົກເດືອນຕົ້ນປີນີ້, ປະລິມານການຜະລິດຫຸ່ນຍົນອຸດສາຫະກຳ ໄດ້ເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຢາປະດິດສ້າງໃໝ່, ພືດກະສິກຳສາຍພັນໃໝ່ ແລະ ໝາກຜົນດ້ານວິທະຍາສາດເຕັກໂນໂລຊີຈຳນວນໜຶ່ງໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນຈຳນວນຫລວງຫລາຍຢ່າງທົ່ວເຖິງ…ອຸດສາຫະກຳເສົາຄ້ຳທີ່ຈະເລີນໃໝ່ຂອງຈີນ ໄດ້ພັດທະນາຢ່າງຟົດຟື້ນ, ເພີ່ມແຮງຂັບເຄື່ອນໃໝ່ອັນເຂັ້ມແຂງເຂົ້າໃນການກໍ່ສ້າງລະບົບອຸດສາຫະກຳທັນສະໄໝ.
3. ວາງແຜນລ່ວງໜ້າຂອງອຸດສາຫະກຳລ້ຳຍຸກ: ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນ ໄດ້ວາງແຜນຢ່າງເປັນລະບົບກ່ຽວກັບການພັດທະນາອຸດສາຫະກຳລ້ຳຍຸກ, ກຳນົດຢ່າງຈະແຈ້ງໃຫ້ເລັງໃສ່ນຳພາການພັດທະນາຂົງເຂດຈຸດສຸມໃນອະນາຄົດ, ກໍ່ສ້າງລະບົບບົ່ມເພາະສ້າງຕ່ອງໂສ້ອຸດສາຫະກຳລ້ຳຍຸກແບບຄົບວົງຈອນ, ຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຊີຄວັນຕຳ (quantum technology) ອຸດສາຫະກຳການຜະລິດຊີວະພາບ, ພະລັງງານໄຮໂດຣເຈນ ແລະ ພະລັງງານປະຕິກິລິຍາລວມຕົວ, ເຕັກໂນໂລຊີການເຊື່ອມຕໍ່ສະໝອງມະນຸດກັບຄອມພິວເຕີ, ປັນຍາປະດິດປະສານກາຍະພາບ, ເຕັກນິກການສື່ສານເຄື່ອນທີ່ລຸ້ນທີ 6 ແລະ ອື່ນໆໃຫ້ກາຍເປັນຈຸດເຕີບໂຕໃໝ່ດ້ານເສດຖະກິດ.
ປະລິມານການດາວໂຫລດແບບຈຳລອງປັນຍາປະດິດແບບເປີດ ທີ່ຈີນ ຜະລິດ ເປັນອັນດັບໜຶ່ງຂອງໂລກ; ມູນຄ່າອຸດສາຫະກຳແກນກາງດ້ານປັນຍາປະດິດບັນລຸ 1.200 ຕື້ຢວນ, ກຳລັງຕົວຈິງສັງລວມດ້ານປັນຍາປະດິດ ໄດ້ເຂົ້າສູ່ແຖວໜ້າຂອງໂລກ…ການພັດທະນາອຸດສາຫະກຳລ້ຳຍຸກ ໄດ້ຮັບການບຸກທະລຸໃໝ່ຢ່າງບໍ່ຢຸດຢັ້ງ, ຈະກະຕຸ້ນແຫລ່ງພະລັງແຮງຂັບເຄື່ອນການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ໃຫ້ເກີດມີຊີວິດຊີວາຕື່ມອີກ ເພື່ອສ້າງຕົວຂັບເຄື່ອນທີ່ເຂັ້ມແຂງອັນໃໝ່ຫລາຍກວ່າເກົ່າ ເພື່ອຊຸກຍູ້ການສ້າງສາຄວາມທັນສະໄໝແບບຈີນ.

