ກະຊວງສາທາລະນະສຸກ ຈັດກອງປະຊຸມປຶກສາຫາລື ຮ່າງຍຸດທະສາດ ສຸຂະພາບປະຊາກອນເຄື່ອນຍ້າຍ ຂອງໂຄງການຮັກສາສຸຂະພາບ ເຂດຊາຍແດນຮ່ວມກັບປະເທດອະນຸພາກພຶ້ນແມ່ນໍ້າຂອງ ຂຶ້ນວັນທີ 6 ຕຸລາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີ ກະຊວງສາທາ ລະນະສຸກ, ພ້ອມດ້ວຍ ຄະນະພະແນກສາທາລະນະສຸກແຂວງ, ໝໍ, ພະຍາບານ, 7 ໂຮງໝໍສູນກາງ ແລະ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເປັນກອງປະຊຸມຄະນະປະສານງານຊີ້ນຳ ວິຊາການສຳລັບ ໂຄງການຮັກສາສຸຂະພາບ ເຂດຊາຍແດນຮ່ວມກັບປະເທດ ອະນຸພາກພຶ້ນແມ່ນໍ້າຂອງ ເພື່ອສະເໜີ ແລະ ແນະນຳ ຄູ່ມືສຳລັບຈັດຕັ້ງປະຕິບັດກິດຈະກຳທົດ ລອງ, ການຈັດຕັ້ງໜ່ວຍບໍລິການ ແລະ ໃຫ້ຄຳປຶກສາສຸຂະພາບແຮງງານ ຢູ່ໂຮງໝໍແຂວງ ແລະ ການກຳນົດເງື່ອນໄຂມາດຕະຖານ ສຳລັບສະຖານທີ່ເຮັດວຽກທີ່ດີຕໍ່ສຸຂະພາບ ຢູ່ເຂດເສດຖະກິດພິເສດ, ບັນດາແຂວງເປົ້າ ໝາຍ ຊຶ່ງວຽກງານດັ່ງກ່າວ, ມີຄວາມສຳຄັນທີ່ກຳລັງລິເລີ່ມຈັດຕັ້ງປະຕິບັດ ດຳເນີນງານໄປຄຽງຄູ່ກັບການພັດທະນາຍຸດທະສາດສຸຂະພາບປະຊາກອນເຄື່ອນຍ້າຍ ຂອງ ສປປ ລາວ ພາຍໃຕ້ການຊີ້ນຳຂອງຫ້ອງການກະຊວງ ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ ໃນໂຄງການຮັກສາສຸຂະພາບຮ່ວມຊາຍແດນ ຮ່ວມກັບປະເທດລຸ່ມແມ່ນໍ້າຂອງ.

ກອງປະຊຸມດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນ ໃສ່ຄູ່ມືແນະນຳ ສຳລັບຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ ໜ່ວຍບໍລິການ ແລະ ໃຫ້ຄຳປຶກສາສຸຂະພາບແຮງງານ ຢູ່ບັນດາໂຮງໝໍແຂວງ ເພື່ອເພີ່ມການເຂົ້າເຖິງສຸຂະພາບແຮງງານ ກໍຄື ປະຊາກອນເຄື່ອນຍ້າຍ ລວມທັງຜູ້ທີ່ຖືກເຄາະຮ້າຍຈາກການເຄື່ອນຍ້າຍ ແລະ ການຄ້າມະນຸດ; ຄູ່ມືແນະນຳການຈັດຕັ້ງປະຕິບັດ ເງື່ອນໄຂມາດຕະຖານ ຂອງສະຖານທີ່ເຮັດວຽກທີ່ດີຕໍ່ສຸຂະພາບ ຢູ່ເຂດເສດຖະກິດພິເສດ ເພື່ອຊຸກຍູ້ສົ່ງເສີມການເຂົ້າເຖິງບໍລິການຂັ້ນພື້ນຖານ ແລະ ຄວາມປອດໄພ ຂອງແຮງງານ.