ເມື່ອເວົ້າເຖິງຄູ ອາດຄິດເຖິງຄົນທີ່ຊ່ວຍສ້າງໃຫ້ຄົນມີຄຸນຄ່າໃນຕົນເອງ, ເປັນຜູ້ມອບຄວາມຮູ້ໃຫ້ຄົນ, ເປັນແສງທຽນນໍາທາງໃຫ້ຄົນ. ບາງຄັ້ງຄຳເວົ້າຂອງຄູພຽງປະໂຫຍກດຽວ ອາດຊ່ວຍໃຫ້ນັກຮຽນຄົນໜຶ່ງທີ່ກຳລັງທໍ້ຖອຍ, ໝົດພະລັງໃນຊີວິດໃຫ້ມີກຳລັງໃຈລຸກຂຶ້ນມາພະຍາຍາມສູ້ຕໍ່.
ທ່ານ ຄຳຮຸ່ງ ຈັນທະວົງ ຫົວໜ້າສະຖາບັນຂົງຈື ຝ່າຍລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າງວາຍປະເທດລາວ ໃນວັນທີ 6 ຕຸລາ 2026 ວ່າ: ຄູມີບົດບາດສຳຄັນຕໍ່ການພັດທະນາຊັບພະຍາກອນມະນຸດ ຊຶ່ງການພັດທະນາຄົນແມ່ນເລີ່ມຈາກການໃຫ້ຄວາມຮູ້ ຄຽງຄູ່ກັບການສິດສອນຈະລິຍະທໍາ, ການສ້າງຄວາມໝັ້ນໃຈ ແລະ ຄວາມຮັບຜິດ ຊອບ ຊຶ່ງຄູແມ່ນຜູ້ວາງພື້ນຖານເຫລົ່ານີ້ຜ່ານບົດຮຽນ, ຜ່ານການປະພຶດເປັນແວ່ນແຍງໃຫ້ນັກຮຽນ-ນັກສຶກສາໃນແຕ່ລະວັນ. ຜົນງານ ແລະ ຄວາມພາກພູມໃຈຂອງຄູແມ່ນແມ່ນເຫັນນັກຮຽນ-ນັກສຶກສາ ທີ່ຕົນເອງສິດສອນຈົບອອກໄປ ແລະ ກາຍເປັນຄົນທີ່ມີຄຸນຄ່າໃນສັງຄົມ ສາມາດປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ, ອາຊີບຄູເປັນອາຊີບດຽວ ແລະ ມີຄວາມຮັກຄືກັບພໍ່ແມ່ທີ່ວ່າ: ຈະດີໃຈເມື່ອເຫັນນັກຮຽນ-ນັກສຶກສາໄດ້ດີກວ່າຕົນເອງ.
ທ່ານ ຄຳຮຸ່ງ ຈັນທະວົງ ຍັງໃຫ້ຮູ້ອີກວ່: ສະຖາບັນຂົງຈື ມີວິຊາໜຶ່ງສິດສອນນັກສຶກສາຊື່ວ່າ: “ການຮຽນຮູ້ຕະຫລອດຊີວິດ”. ສະນັ້ນ, ຄູທີ່ດີນອກຈາກເປັນຜູ້ໃຫ້ຄວາມຮູ້ແລ້ວ ຍັງຈະຕ້ອງເປັນຜູ້ຮຽນຮູ້ສິ່ງໃໝ່ ແລະ ປະເມີນຕົນເອງຕະຫລອດເວລາ, ຕ້ອງຮູ້ຖາມຕົນເອງວ່າ ບົດຮຽນທີ່ເຮົາສອນໃນມື້ນີ້ ມີນັກຮຽນເຂົ້າໃຈຫລາຍໜ້ອຍສໍ່າໃດ, ມີຜູ້ໃດຍັງຮຽນບໍ່ທັນ ແລະ ເຮົາຈະຕ້ອງປັບວິທີສອນແນວໃດ ໃຫ້ນັກຮຽນເຂົ້າໃຈງ່າຍຂຶ້ນກວ່າເກົ່າ, ການປັບປຸງຕົນເອງເພື່ອການພັດທະນາ ວິທີການສອນກໍແມ່ນໜຶ່ງ ໃນຄວາມຮັບຜິດຊອບຂອງຄູ-ອາຈານຜູ້ໜຶ່ງ. ນອກຈາກນີ້, ໃນຍຸກໂລກາພິວັດ ການພັດທະນາດ້ານເຕັກໂນໂລຊີ, ປັນຍາປະດິດ(AI) ຕະຫລອດຮອດດີຈິຕອນ ມີການພັດທະນາໄປໄວ. ສະນັ້ນ, ຄູຄວນຮູ້ຈັກໝູນໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດ ໃຫ້ເປັນປະໂຫຍດຕໍ່ການຮຽນ-ການສອນ, ແຕ່ຍັງຕ້ອງຮັກສາໄດ້ຄວາມໃສ່ໃຈຕໍ່ນັກຮຽນ ບວກກັບການສິດສອນຄຸນສົມບັດ ສິນທໍາປະຕິວັດເປັນປະຈໍາ ໃຫ້ນັກຮຽນນັກສຶກສາ ຊຶ່ງວ່າ AI ຈະບໍ່ສາມາດເຂົ້າໄດ້ເຖິງຈິດໃຈຂອງນັກຮຽນ ຈະບໍ່ສາມາດສອນຄຸນສົມບັດສິນທໍາປະຕິວັດຢ່າງເລິກເຊິ່ງເຖິງຖອງໃຫ້ແກ່ນັກຮຽນ, ນັກສຶກສາໄດ້. ໃນຖານະຜູ້ບໍລິຫານການສຶກສາຜູ້ໜຶ່ງ ຢູ່ສະຖາບັນຂົງຈື ມຊ, ຕົນເອງພະຍາຍາມສ້າງເງື່ອນໄຂໃຫ້ຄູໄດ້ພັດທະນາຕົນເອງຕະຫລອດເວລາ, ສ້າງໂອກາດໃຫ້ຄູໄດ້ໄປຮຽນຮູ້ທັງພາຍໃນ ແລະ ຕ່າງປະເທດ, ຝຶກອົບຮົມສື່ການຮຽນ-ການສອນ ແລະ ການນໍາໃຊ້ເຕັກໂນໂລຊີທີ່ເໝາະສົມ. ຄະນະນໍາ ຍາມໃດກໍຮັບຟັງບັນຫາຂອງຄູ ແລະ ນັກສຶກສາ, ພ້ອມທັງຫາວິທີແກ້ໄຂໃຫ້ທັນການ, ເຮົາຄາດຫວັງໃຫ້ຄູເບິ່ງແຍງ, ສິດສອນນັກຮຽນ, ນັກສຶກສາໃຫ້ດີ ເຮົາກໍຕ້ອງເບິ່ງແຍງ ແລະ ສະໜັບສະໜູນຄູໃຫ້ດີເຊັ່ນດຽວກັນ.
ຢ່າງໃດກໍຕາມ, ຍັງມີສິ່ງທ້າທາຍທີ່ຄູທຸກຄົນຕ້ອງປະສົບພົບພໍ້ ເປັນຕົ້ນ ນັກຮຽນຢູ່ໃນຫ້ອງດຽວກັນ ແຕ່ພວກເຂົາເຈົ້າມາຈາກສະພາບແວດລ້ອມທີ່ແຕກຕ່າງກັນ, ມີພື້ນຖານຄວາມຮູ້ ແລະ ເງື່ອນໄຂຊີວິດທີ່ຕ່າງກັນ ບາງຄົນສະໝອງດີຮຽນໄດ້ໄວ, ບາງຄົນຕ້ອງການເວລາເພື່ອເຂົ້າໃຈ ແລະ ບາງຄົນກໍຍັງບໍ່ກ້າສະແດງອອກ. ນີ້ເປັນບັນຫາທີ່ຄູທຸກຄົນຈະຕ້ອງໄດ້ແກ້ໄຂໃຫ້ດີ, ເພາະລູກກະແຈລູກໜຶ່ງມັນຈະບໍ່ສາມາດ ໄຂກອນປະຕູໄດ້ທຸກອັນ. ສະນັ້ນ, ການສິດສອນບາງຄັ້ງ ຈະຕ້ອງໄດ້ເອົາໃຈໃສ່ ແລະ ໃຊ້ໃຈໃນການອົບຮົມບົ່ມສອນ ຄືກັບເອົາລູກກະແຈແຕ່ລະລູກໄປໄຂປະຕູແຕ່ລະປ່ອງໃຫ້ສາມາດເປີດອອກໄດ້. ປັດຈຸບັນ, ສະຖາບັນຂົງຈື ໄດ້ເນັ້ນໜັກ ແລະ ໂອ້ລົມນໍາຄູອາຈານທັງສອງຝ່າຍລາວ-ຈີນຕະຫລອດເວລາ ເພາະການຮຽນພາສາຈີນ ຈະມີຄົນເກັ່ງ ແລະ ຄົນບໍ່ເກັ່ງຢູ່ນໍາກັນ. ນອກຈາກນັ້ນ, ນັກສຶກສາລາວຫລາຍຄົນເປັນຄົນບໍ່ກ້າສະແດງອອກ, ແຕ່ວ່າການຮຽນພາສາຕ້ອງໄດ້ເຮັດໃຫ້ນັກສຶກສາກ້າເວົ້າກ້າວ່າ. ສະນັ້ນ, ຄູຈຶ່ງຕ້ອງເຮັດໃຫ້ຫ້ອງຮຽນມີບັນຍາກາດ, ເຮັດໃຫ້ທຸກຄົນກ້າເວົ້າ, ກ້າຖາມ ແລະ ຮຽນຮູ້ຈາກສິ່ງທີ່ຜິດພາດໃນຫ້ອງຮຽນ ເພື່ອເປັນປະສົບການໃຫ້ພວກເຂົາໃນການອອກສູ່ສັງຄົມໃນອະນາຄົດ.

