Homeຂ່າວໜ້າໜຶ່ງ3 ເດືອນທ້າຍປີນີ້ ລັດຖະບານຈະສືບຕໍ່ສຸມໃສ່ວຽກງານຫຼາຍດ້ານ

3 ເດືອນທ້າຍປີນີ້ ລັດຖະບານຈະສືບຕໍ່ສຸມໃສ່ວຽກງານຫຼາຍດ້ານ

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: 3 ເດືອນທ້າຍປີ 2026 ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບຸລິມະສິດ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026, ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 177/ສພຊ, ມະຕິສະບັບເລກທີ 03/ສພຊ ແລະ ດຳລັດ ສະບັບເລກທີ 08/ນຍ ໂດຍສຸມໃສ່ບາງວຽກງານ, ມາດຕະການຕົ້ນຕໍຈໍານວນໜຶ່ງ ດັ່ງນີ້: ຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານໃຫ້ໄດ້ຕາມແຜນ ເພື່ອຮັບປະກັນການສະໜອງໃຫ້ຕະຫຼາດພາຍໃນຢ່າງພຽງພໍ ໂດຍເລັ່ງໃສ່ປູກພືດລະດູແລ້ງ ເພື່ອທົດແທນຜົນເສຍຫາຍຈາກໄພພິບັດນໍ້າຖ້ວມ. ພ້ອມນີ້, ເລັ່ງຟື້ນຟູ, ປັບປຸງ ແລະ ກໍ່ສ້າງຊົນລະ ປະທານ, ສະໜອງແນວພັນພືດສັດ, ຝຸ່ນປຸ໋ຍ ໃຫ້ທັນກັບລະດູການຜະລິດ; ເລັ່ງສ້ອມແປງບັນດາເສັ້ນທາງຄົມມະ ນາຄົມ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ໂດຍສະເພາະບັນດາເສັ້ນທາງເຊື່ອມໂຍງ-ເຊື່ອມຈອດກັບແລວທາງເສດຖະກິດຕ່າງໆ, ທາງຫຼວງແຫ່ງຊາດ ແລະ ບັນດາເສັ້ນທາງເຂົ້າຫາເຂດການຜະລິດ ແລະ ການທ່ອງທ່ຽວ ໃຫ້ສາມາດນໍາໃຊ້ໄດ້ຢ່າງປົກກະຕິ; ຊຸກຍູ້, ຕິດຕາມ ແລະ ກວດກາສະພາບການຜະລິດແຮ່ທາດ ເພື່ອສົ່ງອອກ ແລະ ໃຫ້ປະຕິບັດຕາມລະບຽບການທີ່ໄດ້ກຳນົດໄວ້ ໂດຍສະເພາະໂຄງການທີ່ໄດ້ອະນຸມັດແລ້ວ ໄປຄຽງຄູ່ກັບການສົ່ງເສີມບາງອຸດສາຫະກຳແຮ່ທາດ ທີ່ມີທ່າແຮງດ້ານການປຸງແຕ່ງຢູ່ພາຍໃນປະເທດ ເປັນຕົ້ນ ແຮ່ຄຳ, ທອງແດງ, ເກືອໂປຣຕັດ ແລະ ບົກຊິດ ຕາມນະໂຍບາຍພັດທະນາແຮ່ທາດໃນໄລຍະໃໝ່; ຊຸກຍູ້ໂຄງການ ໂຄງລ່າງພື້ນຖານຂະໜາດໃຫຍ່ທີ່ໄດ້ອະນຸມັດ ແລະ ເຊັນສັນຍາແລ້ວ ໃຫ້ເລີ່ມປະຕິບັດໂດຍໄວ ເປັນຕົ້ນ ທາງດ່ວນວຽງຈັນ-ບໍ່ເຕ່ນ, ທາງດ່ວນ ແຕ່ປາກຊັນ ຫາຊາຍແດນລາວ-ຫວຽດນາມ, ທາງລົດໄຟ ແຕ່ທ່າແຂກ ຫາຊາຍແດນລາວ-ຫວຽດນາມ ແລະ ອື່ນໆ; ເພີ່ມທະວີການໂຄສະນາ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເພີ່ມຂຶ້ນ, ພ້ອມທັງສ້າງກິດຈະກຳທ່ອງທ່ຽວທີ່ດຶງດູດ ເພື່ອສູ້ຊົນໃຫ້ນັກທ່ອງທ່ຽວຕ່າງປະເທດບັນລຸ 4.46 ລ້ານເທື່ອຄົນ.

ພ້ອມດຽວກັນນັ້ນ, ເພີ່ມທະວີການຂະຫຍາຍຖານລາຍຮັບພາຍໃນ ໄປຄຽງຄູ່ກັບນະໂຍບາຍດ້ານລາຍຈ່າຍງົບປະມານທີ່ຮັດກຸມ ແລະ ມີຈຸດສຸມຕາມດຳລັດ ສະບັບເລກທີ 205/ນຍ ໃຫ້ຫຼາຍຂຶ້ນ ໂດຍສຸມໃສ່ເພີ່ມທະວີການຫັນຫົວໜ່ວຍທຸລະກິດ ເຂົ້າສູ່ລະບົບການເກັບລາຍຮັບທັນສະໄໝ ໂດຍສະເພາະການຂະຫຍາຍຖານອາກອນມູນຄ່າເພີ່ມ, ການນໍາໃຊ້ໃບເກັບເງິນເອເລັກໂຕຣນິກ; ກວດກາຄືນພັນທະຈາກລາຍຮັບຊັບສິນ ທີ່ຍັງເຫັນວ່າບາງປະເພດລາຍການຈັດເກັບໄດ້ຫຼຸດລົງ. ພ້ອມນີ້, ກໍສືບຕໍ່ປັບປຸງ ແລະ ຂະຫຍາຍການນໍາໃຊ້ລະບົບທັນສະໄໝໃນການຄຸ້ມຄອງການເງິນແຫ່ງລັດ, ເລັ່ງກວດກາຄືນປະສິດທິຜົນຂອງລາຍຈ່າຍໃນບາງປະເພດ ບາງລາຍການ, ເພີ່ມທະວີການຮັດກຸມດ້ານລາຍຈ່າຍງົບປະມານບໍລິຫານ; ສືບຕໍ່ປະຕິບັດນະໂຍບາຍເງິນຕາແບບປະສົມ ໂດຍຜ່ານເຄື່ອງມືນະໂຍບາຍເງິນຕາໃຫ້ສອດຄ່ອງກັບສະພາບ ແລະ ທັນການໃນແຕ່ລະໄລຍະເຊັ່ນ: ອັດຕາດອກເບັ້ຍພື້ນຖານ, ປະລິມານເງິນ M2, ອັດຕາເງິນແຮຝາກບັງຄັບ ແລະ ອື່ນໆ. ສືບຕໍ່ຄຸ້ມຄອງອັດຕາແລກປ່ຽນໃຫ້ມີຄວາມສະຫງົບ ໂດຍການກຳນົດອັດຕາອ້າງອີງໃຫ້ເໝາະສົມ; ເພີ່ມທະວີການຄຸ້ມຄອງເງິນຕາຕ່າງປະເທດຈາກການສົ່ງອອກ ແລະ ການລົງທຶນຈາກຕ່າງປະເທດຫຼາຍຂຶ້ນກວ່າເກົ່າ; ຊຸກຍູ້ການພັດທະນາຕະຫຼາດ LFX ໃຫ້ເຂັ້ມແຂງ ແລະ ກວ້າງຂວາງກວ່າເກົ່າ ລວມທັງການເຊື່ອມຈອດຖານຂໍ້ມູນການລົງທຶນ ແລະ ສົ່ງອອກລະຫວ່າງຂະແໜງ ການຕ່າງໆ ເປັນລະບົບຄົບຊຸດ; ສືບຕໍ່ແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ຕາມຄໍາສັ່ງເລກທີ 40/ນຍ ດ້ວຍການຊອກຫາແຫຼ່ງນໍ້າມັນເຊື້ອໄຟໃໝ່ ເພື່ອຫຼຸດຜ່ອນການເພິ່ງພາຈາກແຫຼ່ງດຽວ ແລະ ສືບຕໍ່ສົ່ງເສີມການນໍາໃຊ້ພະລັງງານທາງເລືອກ ແລະ ສົ່ງເສີມການນໍາໃຊ້ລົດໄຟຟ້າໃຫ້ເພີ່ມຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments