ວິທະຍຸກະຈ່າຍສຽງຫວຽດນາມ ວັນທີ 5 ຕຸລານີ້ ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIV ໄດ້ໄຂຂຶ້ນຢ່າງສົມກຽດ. ໂດຍມີ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ໄດ້ເປັນປະທານກອງປະຊຸມ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ບໍລິຫານວາລະໄຂກອງປະຊຸມ. ໃນໂອກາດນີ້ ທ່ານ ເລຂາທິ ການໃຫຍ່, ປະທານປະເທດໂຕເລີມ ໄດ້ຊີ້ແຈ້ງວ່າ: ກອງປະຊຸມໄດ້ຈັດຂຶ້ນໃນສະພາບການທີ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ພວມພະຍາຍາມປະຕິບັດ ສຳເລັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ປີ 2026, ກະກຽມແຜນການປີ 2027 ແລະ ຊຸມປີຕໍ່ໆໄປ ແລະ ສະເໜີໃຫ້ຕ້ອງຍົກສູງກຳລັງຄວາມສາມາດໃນການປ່ຽນແປງໃໝ່ດ້ວຍຕົນເອງ, ປັບປຸງດ້ວຍຕົນເອງ ແລະ ກຳນົດທິດພັດທະນາປະເທດຊາດ. “ມະຕິສະບັບໃໝ່ຕ້ອງສົມທົບການກໍ່ສ້າງເຂົ້າກັບການປັບປຸງ, ການສຶກສາຢ່າງແໜ້ນແຟ້ນ. ການປ້ອງກັນກັບການແກ້ໄຂຢ່າງເຂັ້ມງວດ. ສ້າງກົນໄກເພື່ອໃຫ້ການຈັດຕັ້ງພັກ, ສະມາຊິກພັກແຕ່ລະຄົນສາມາດພົບເຫັນ, ປັບປຸງຂໍ້ບົກຜ່ອງດ້ວຍຕົນເອງ. ຕ້ອງອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ, ຮັບປະກັນການເຂົ້າຮ່ວມຂອງປະຊາຊົນ ໃນການປະກອບສ່ວນເຂົ້າໃນແຜນນະໂຍບາຍ, ຕິດຕາມກວດກາການປະຕິບັດ ແລະ ການໄດ້ຊົມໃຊ້ຜົນປະໂຫຍດຢ່າງແທ້ຈິງ. ນີ້ແມ່ນພື້ນຖານເພື່ອປັບປຸງຄວາມມະຫາສາມັກຄີ, ເຕົ້າໂຮມກຳລັງແຮງຂອງຊາດ”. ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກໍ່ໄດ້ສະເໜີໃຫ້ສູນກາງປຶກສາຫາລືລົງເລິກເຂົ້າບັນດາການຄັດເລືອກໃຫຍ່, ບັນດາບັນຫາທີ່ຍັງມີຄວາມແຕກຕ່າງກັນ; ທຸກໆການຄັດເລືອກຕ້ອງຖືຜົນປະໂຫຍດ ຂອງປະເທດຊາດ, ຂອງຊາດ, ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນ ຢູ່ເໜືອກວ່າສິ່ງໃດໝົດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

