Homeຂ່າວໜ້າໜຶ່ງຄະນະນຳກະຊວງ ປກສ ເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືແກ້ໄຂຜູ້ທີ່ຫຼົບໜີຄະດີອາຍາ

ຄະນະນຳກະຊວງ ປກສ ເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືແກ້ໄຂຜູ້ທີ່ຫຼົບໜີຄະດີອາຍາ

ຄະນະນຳກະຊວງປ້ອງກັນຄວາມສະຫງົບ (ປກສ) ນຳໂດຍທ່ານ ພົຕ ແອນ ອຸ່ນອານົງນຸດ ຮອງລັັັດຖະມົນຕີກະຊວງປ້ອງກັັນຄວາມສະຫງົບ ຫົວໜ້າກົມໃຫຍ່ສັນຕິບານ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງອາຊຽນ ວ່າດ້ວຍການຮ່ວມມືແກ້ໄຂຜູ້ທີ່ຫຼົບໜີຄະດີອາຍາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 30 ກັນຍາ ຜ່ານມາ ເພື່ອແລກປ່ຽນທັດສະນະ, ບົດຮຽນ, ປະສົບການ ແລະ ສົ່ງເສີມການຮ່ວມມືລະຫວ່າງປະເທດ ໃນການແກ້ໄຂຜູ້ທີ່ຫຼົບໜີຄະດີອາຍາໃນພາກພື້ນ.

ໃນວາລະກອງປະຊຸມເຫັນວ່າການຮ່ວມມື, ການແລກປ່ຽນຂໍ້ມູນທີ່ຊັດເຈນ, ການພັດທະນາຂີດຄວາມສາມາດຂອງເຈົ້າໜ້າທີ່ຮັບຜິດຊອບວຽກງານດັ່ງກ່າວ, ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ໃນການແກ້ໄຂບັນຫາ. ພ້ອມນັ້ນ, ກອງປະຊຸມໄດ້ຮັບຮອງໃນດ້ານຫຼັກການ ແຜນປະຕິບັດງານຮ່ວມອາຊຽນ ວ່າດ້ວຍການຮ່ວມມືແກ້ໄຂຜູ້ທີ່ຫຼົບໜີຄະດີອາຍາ (Endorsed in principle ASEAN Joint Plan of Action on Enhanced Cooperation in Combatting Criminal Fugitives 2026-2035) ແລະ ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມ.

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາທ່ານຫົວໜ້າຄະນະຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ສສ ຫວຽດນາມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເຊື່ອໝັ້ນວ່າ ຜົນສຳເລັດຂອງກອງປະຊຸມດັ່ງກ່າວ ຈະປະກອບສ່ວນຮັດແໜ້ນການຮ່ວມມືໃນການແກ້ໄຂຜູ້ທີ່ຫຼົບໜີຄະດີອາຍາໃນພາກພື້ນ ໃຫ້ມີປະສິດທິພາບສູງຂຶ້ນ.

ແຫຼ່ງຂ່າວ: ປກສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments