Homeຂ່າວຕ່າງປະເທດສະຫະພາບເອີຣົບ ວາງແຜນຈະເພີ່ມທະວີການຄວບຄຸມຊາຍແດນ ເພື່ອປ້ອງກັນການເຂົ້າເມືອງຜິດກົດໝາຍ

ສະຫະພາບເອີຣົບ ວາງແຜນຈະເພີ່ມທະວີການຄວບຄຸມຊາຍແດນ ເພື່ອປ້ອງກັນການເຂົ້າເມືອງຜິດກົດໝາຍ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 29 ກັນ​ຍາ​ ຜ່ານມາ, ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ ​ໄດ້​ສະ​ເໜີ​ແຜນ​ການ​ທີ່ຈະ​ຄວບ​ຄຸມ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ຢູ່​ຊາຍ​ແດນ​ທາງນອກ​ຂອງ​ສະ​ຫະ​ພ​າບ​ເອີ​ຣົບ, ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຮັບ​ມື​ກັບ​ເຫດ​ການ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ຂະ​ໜາດ​ໃຫຍ່​ທີ່​ອາດ​ເກີດ​ຂຶ້ນ. ອີງ​ຕາມ​ແຜນ​ການ​ດັ່ງ​ກ່າວ, ສະ​ຫະ​ພາບ​ເອີ​ຣົບ​ຈະ​​ດຳ​ເນີນ​ການ​ໃນ 5 ດ້ານ ຄື: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ ແລະ ການ​ຄວບ​ຄຸມ​ຊາຍ​ແດນ​ທາງນອກ, ປັບ​ປຸງ​ກົນ​ໄກ​ຕິດ​ຕາມກວດກາ ແລະ ເຕືອ​ນ​ໄພ​ລ່ວງ​ໜ້າ, ລຶບ​ລ້າງ​ເຄືອ​ຂ່າຍ​​ການ​ຄ້າ​ມະ​ນຸດ ແລະ ການ​ລັກ​ລອບ​ຂົນສົ່ງ​ຄົນ ແລະ ເພີ່ມ​ທະ​ວີ​ການ​ສົ່ງ​ຜູ້​ເຂົ້າ​ເມືອງ​​ຜິດ​ກົດ​ໝາຍກັບ​ຄືນ​ປະ​ເທດ. ໃນ​ທ້າຍ​ເດືອນ​ກໍ​ລະ​ກົດ ຜ່ານມາ, ​ຜູ້​ຍົກ​ຍ້າຍ​ຜິດ​ກົດ​ໝາຍ​ຈຳ​ນວນຫຼວງຫຼາຍ​ຈາກ​ປະ​ເທດ​ມາຣົກ​ ໄດ້ຫຼັ່​ງ​ໄຫຼກັບ​ເຂົ້າ​ນະ​ຄອນ​ເຊວ​ຕາ ປະ​ເທດ​ແອັດ​ສະ​ປາຍ ​ເຮັດ​ໃຫ້​ແອັດ​ສະ​ປາຍ​ເກີດ​ວິ​ກິດ​ການຄົນ​ຍົກ​ຍ້າຍ​ຢູ່​ເຂດ​ຊາຍ​ແດນ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments