ທັບນັກກິລາເພາະກາຍທີມຊາດລາວ ສາມາດສ້າງຜົນງານໂດດເດັ່ນ ລື່ນຄາດໝາຍ ຄວ້າ 3 ຫຼຽນຄໍາ ແລະ 3 ຫຼຽນເງິນ ໃນການແຂ່ງຂັນເພາະກາຍ ຊີງແຊັມອາຊີ ຄັ້ງທີ 58 (58th Asia Bodybuilding and Physique Sports Championship) ຈັດຂຶ້ນໃນລະຫວ່າງ ວັນທີ 22-28 ກັນຍາ ຜ່ານມາ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ໄດ້ເດີນທາງກັບເຖິງ ສປປ ລາວ ເປັນທີ່ຮຽບຮ້ອຍ ດ້ວຍຄວາມສະຫວັດດີພາບ ພ້ອມຖືກຕ້ອນຮັບຢ່າງສົມກຽດໃນວັນທີ 30 ກັນຍາຜ່ານມາ ທີ່ສະໜາມບິນສາກົນວັດໄຕ ນຳໂດຍທ່ານ ຄຳພະໄພວັນ ວົງໄຊ ຮອງປະທານ-ເລຂາທິການສະຫະພັນເພາະກາຍແຫ່ງຊາດລາວ, ໃຫ້ກຽດຕ້ອນຮັບໂດຍທ່ານ ນາງ ພຸດສະຫວາດ ວົງພະຈັນ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ພ້ອມດ້ວຍຄະນະບໍລິຫານງານສະຫະພັນເພາະກາຍແຫ່ງຊາດລາວ, ຍາດພີ່ນ້ອງ ແລະ ຊາວລາວ ກໍຄື ຊາວນະຄອນຫຼວງວຽງຈັນ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

ທ່ານ ຄຳພະໄພວັນ ວົງໄຊ ໃຫ້ສຳພາດວ່າ: ການແຂ່ງຂັນຄັ້ງນີ້, ມີນັກກິລາເພາະກາຍຈາກ 44 ຊາດ ໃນຂົງເຂດທະວີບອາຊີເຂົ້າຮ່ວມແຂ່ງຂັນ ສະເພາະ ສປປ ລາວ ກໍຄື ສະຫະພັນກິລາເພາະກາຍແຫ່ງຊາດລາວ ໄດ້ສົ່ງນັກກິລາເຂົ້າຮ່ວມ 7 ຄົນ ສາມາດສ້າງຜົນງານໄດ້ລື່ນຄາດໝາຍ ຍາດໄດ້ 3 ຫຼຽນຄໍາ ແລະ 3 ຫຼຽນເງິນ ສຳລັບ 3 ຫຼຽນຄໍາໄດ້ຈາກ ນາງ ສົມມະນິນ ພານຸສິດ ຄວາມສູງບໍ່ເກີນ 165 ຊັງຕີແມັດຍິງ, ນາງ ເພັດສະລາ ວັນນະສານ ລາຍການຍິງຫຸ່ນງາມ ຄວາມສູງບໍ່ເກີນ 155 ຊັງຕິແມັດຍິງ ແລະ ນາງ ຈິນຕະນາ ຄຳບຸນເຮືອງ ໃນລາຍການຍິງຫຸ່ນງາມ ຄວາມສູງບໍ່ເກີນ 165 ຊັງຕິແມັດຍິງ. ສ່ວນ 3 ຫຼຽນເງິນ ໄດ້ຈາກນາງ ສົມມະນິນ ພານຸສິດ ອາຍຸເກີນ 35 ປີຂຶ້ນໄປ (ບໍ່ຈຳກັດນ້ຳໜັກ ແລະ ຄວາມສູງ), ນາງ ເພັດສະລາ ວັນນະສານ ລາຍການ Model Physique ຮູບຮ່າງແຂງແກ່ນສວຍງາມ ສວມຊຸດລອຍນ້ຳ ຄວາມສູງບໍ່ເກີນ 165 ຊັງຕີແມັດຍິງ ແລະ ນາງ ຈິນຕະນາ ຄຳບຸນເຮືອງ ໃນລາຍການຍິງຫຸ່ນງາມ ອາຍຸເກີນ 35 ປີຂຶ້ນໄປ (ບໍ່ຈຳກັດລວງສູງ) ແລະ 1 ຫຼຽນທອງ ໄດ້ຈາກທ້າວ ສິນປະເສີດ ວົງພັນ ລົງແຂ່ງຂັນລາຍການຊາຍຫຸ່ນງາມ ຄວາມສູງບໍ່ເກີນ 170 ຊັງຕີແມັດ ໄດ້ອັນດັບ 4 ຂອງອາຊີ.
ທ່ານຮອງປະທານ-ເລຂາທິການ ກ່າວຕື່ມອີກວ່າ: ສຳລັບການກຽມຄວາມພ້ອມການເປັນເຈົ້າພາບ ຈັດງານຊີງແຊັມໂລກ ມາຮອດປັດຈຸບັນ ສປປ ລາວ ໄດ້ມີຄວາມພ້ອມຈັດການແຂ່ງຂັນລາຍການດັ່ງກ່າວຢ່າງເຕັມຮ້ອຍເປີເຊັນແລ້ວ ຊຶ່ງພວກເຮົາໄດ້ກຽມຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 30 ກວ່າຄົນ ຮຽກຮ້ອງມາຍັງບັນດາ ປະຊາຊົນຊາວລາວທຸກທ່ານ ຮ່ວມສົ່ງກຳລັງໃຈມາເຊຍພວກເຮົາດ້ວຍ.
ຂ່າວ-ພາບ: ສົງການ ພັນແພງດີ

