ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ດຳເນີນມາເປັນເວລາ 4 ວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນທີ 1 ຕຸລາ ນີ້ ຊຶ່ງໄດ້ສໍາເລັດກ່ອນແຜນການເບື້ອງຕົ້ນ 1 ວັນ.
ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກາດຟົດຟື້ນດີ, ບັນດາສະຫາຍສູນກາງພັກໄດ້ຍົກສູງຄວາມຮັບຜິດຊອບການເມືອງສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ເນື້ອໃນຕົ້ນຕໍຂອງກອງປະຊຸມ ຊຶ່ງແມ່ນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກວາງອອກໃຫ້ເປັນອັນລະອຽດ ແລະ ເຂົ້າສູ່ຕົວຈິງ. ກອງປະຊຸມໄດ້ຮັບຮອງເອົາ 3 ຮ່າງມະຕິ ແລະ ໃຫ້ທິດຊີ້ນໍາຕໍ່ການສືບຕໍ່ແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດ ແລະ ບັນຫາລົດເຖື່ອນ, ລົດນຳເຂົ້າບໍ່ຖືກກົດໝາຍ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄວາມເຫັນຊີ້ນຳເນັ້ນໜັກຕື່ມບາງບັນຫາເພື່ອໃຫ້ບັນດາສະຫາຍສູນກາງນຳໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ດັ່ງນີ້:
ໜຶ່ງ, ເພີ່ມທະວີການນໍາພາຊີ້ນໍາ ແລະ ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເປັນບັນຫາເຄັ່ງຮ້ອນໃນສັງຄົມ (ອາວຸດເຖື່ອນ, ຢາເສບຕິດ, ບັນຫາສະແກມເມີ, ປຸ້ນຈີ້ຊິງຊັບ, ອຸບັດເຫດຕາມທ້ອງຖະໜົນ, ການຄຸ້ມຄອງສື່ອອນລາຍທີ່ບິດເບືອນໃຫ້ດີຂຶ້ນ)
ສອງ, ສືບຕໍ່ຊີ້ນໍາການແກ້ໄຂ ແລະ ຟື້ນຟູ ຜົນກະທົບຈາກໄພນ້ຳຖ້ວມເປັນຕົ້ນ ຖະໜົນຫົນທາງ, ລະບົບຊົນລະປະທານ, ເຂດທໍາມາຫາກິນ-ການຜະລິດ ໃຫ້ກັບຄືນສູ່ສະພາບປົກກະຕິ ໃຫ້ໄວ ແລະ ໄດ້ໂດຍພື້ນຖານ. ພິເສດ ແມ່ນໃຫ້ຊ່ວຍຄອບຄົວທີ່ມີຜູ້ເສຍຊີວິດ, ຜູ້ເສຍເຮືອນຢູ່ອາໄສ, ຜູ້ເສຍເລົ້າເຂົ້າ ແລະ ອື່ນໆ… ພ້ອມນັ້ນ ກໍສືບຕໍ່ຊີ້ນໍາມີທິດ, ມີມາດຕະການອັນເໝາະສົມ ເພື່ອແກ້ໄຂຄວາມຄວາມຫຍຸ້ງຍາກ-ຝືດເຄືອງ, ຄ່າຄອງຊີບ, ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ.
ສາມ, ເອົາໃຈໃສ່ຊີ້ນໍາການເກັບກ່ຽວ, ຮັກສາ ຜົນຜະລິດລະດູຝົນ ແລະ ກະກຽມ ໃຫ້ແກ່ການຜະລິດລະດູແລ້ງ, ການຊຸກຍູ້ຜະລິດເປັນສິນຄ້າ ຂອງປະຊາຊົນ ໃຫ້ແຂງແຮງ (ຂະແໜງການກ່ຽວຂ້ອງ ຕ້ອງລົງຊ່ວຍດ້ານເຕັກນິກ, ວິຊາການ, ແນວພັນ, ບັນຫາລາຄາ, ບັນຫາຕະຫຼາດ).
ສີ່, ລັດຖະບານ ກໍຄື ຄະນະພັກ-ອົງການປົກຄອງແຕ່ລະຂັ້ນ ເພີ່ມທະວີຄວາມຮັບຜິດຊອບ ໃຫ້ຫຼາຍຂຶ້ນ ກວ່າເກົ່າ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ; ຕ້ອງເຮັດໃຫ້ແຂງແຮງ, ເຂົ້າສູ່ລວງເລິກ ແລະ ຈັບຕ້ອງ ໃຫ້ໄດ້.
ຫ້າ, ສືບຕໍ່ປັບປຸງ ລະບອບແບບແຜນວິທີເຮັດວຽກ ຂອງຄະນະພັກ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ແທດເຖິງຕົວຈິງ; ປະຕິບັດເຂັ້ມງວດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ເສີມຂະຫຍາຍຄວາມສາມັກຄີ ແລະ ຄວາມເອກະພາບເປັນປຶກແຜ່ນ ທີ່ເປັນມູນເຊື້ອອັນດີງາມ ຂອງພັກເຮົາ ໃຫ້ໜັກແໜ້ນສູ່ບາດກ້າວໃໝ່, ແກ້ໄຂບັນຫາຕົວຈິງ ທີ່ເກີດຂຶ້ນ ໃຫ້ໄດ້ຢ່າງທັນການ.
ຫົກ, ເອົາໃຈໃສ່ປ້ອງກັນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້, ຄວາມບໍ່ໂປ່ງໃສ, ການຟຸມເຟືອຍ…ທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງ ແລະ ຖັນແຖວພະນັກງານແຕ່ລະຂັ້ນ. ຖ້າບ່ອນໃດ ຫາກມີເຫດການເກີດຂຶ້ນ ຕ້ອງໄດ້ລົງເລິກ ຊີ້ນໍາ-ກວດກາ ແລະ ແກ້ໄຂ ໃຫ້ໄດ້.
ເຈັດ, ຊີ້ນໍາໃຫ້ຄະນະພັກທຸກຂັ້ນ ຍົກສູງຄວາມຮັບຜິດຊອບ ແກ້ໄຂບັນຫາລົດເຖື່ອນ, ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ, ປ່າໄມ້ ແລະ ຊັບພະຍາກອນທໍາມະຊາດອື່ນໆ ໃຫ້ເຂັ້ມງວດ.
ແປດ, ສືບຕໍ່ຊີ້ນໍາກະກຽມກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຕິດພັນກັບການສະຫຼຸບບັ້ນແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ.
ເກົ້າ, ຊີ້ນໍາກະກຽມດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ປະຈຳປີ 2026.
ໃນຕອນທ້າຍ, ສະຫາຍເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍສູນກາງພັກຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕັ້ງໜ້າບຸກບືນສູ້ຊົນ, ສຸມສະຕິປັນຍາ, ເຫື່ອແຮງ ເຂົ້າໃນການນໍາພາ-ຊີ້ນຳ, ສໍາຫຼວດ-ກວດກາ, ຕີລາຄາກັນຕື່ມ ໃນແຕ່ລະຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນ ທີ່ຕົນຮັບຜິດຊອບ ເພື່ອຍູ້ແຮງຂະບວນການຕົວຈິງ ໃຫ້ພົ້ນເດັ່ນຂຶ້ນ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ດ້ວຍການຊີ້ນໍາ-ບັນຊາ ແລະ ກວດກາຢ່າງແທດເຖິງ, ເພີ່ມທະວີຄວາມຫ້າວຫັນບຸກບືນ, ຍົກສູງຄວາມຮັບຜິດຊອບການເມືອງ, ການເຮັດແທ້ທໍາຈິງ ໃຫ້ສູງຂຶ້ນກວ່າເກົ່າ ບົນຈິດໃຈບຸກທະລຸ, ແກ້ໄຂອຸປະສັກກີດຂວາງ, ອັດຕັນ, ກົດໜ່ວງຕ່າງໆ ກ່ຽວກັບການບໍລິການ, ການຄຸ້ມຄອງ-ບໍລິຫານລັດ ຢູ່ແຕ່ລະຂະແໜງການ, ແຕ່ລະຂັ້ນ ໃຫ້ມີການຫັນປ່ຽນດີຂຶ້ນ, ວ່ອງໄວຂຶ້ນ ແລະ ມີປະສິດທິຜົນສູງຂຶ້ນ.

