ວິທະຍຸ ໂທລະພາບ ສູນກາງຈີນ, ພິທີສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ ໄດ້ຈັດຂຶ້ນ ໃນວັນທີ 30 ກັນຍານີ້ ຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫລວງປັກກິ່ງ. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ ປະທານປະເທດ ປະທານ ຄະນະກຳມະການການທະຫານສູນກາງຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນວ່າ: ຕະຫລອດໄລຍະ 77 ປີ ຜ່ານມາ, ພັກພວກເຮົາໄດ້ສາມັກຄີ ແລະ ນຳພາປະຊາຊົນ ສູ້ຊົນຢ່າງບໍ່ລົດລະ ໂດຍສາມາດສ້າງສິ່ງມະຫັດສະຈັນ ສອງຢ່າງ ຄື: ເສດຖະກິດໄດ້ຮັບການພັດທະນາ ຢ່າງວ່ອງໄວ ແລະ ສັງຄົມມີສະຖຽນລະພາບ ຢ່າງຍາວນານ, ໄດ້ບັນລຸເປົ້າໝາຍ ສູ້ຊົນຮ້ອຍປີປະການທີ1ແຫ່ງການສ້າງສັງຄົມ ອີ່ມໜຳສຳລານໃຫ້ສຳເລັດ ຢ່າງຮອບດ້ານ ແລະ ກຳລັງບຸກບືນສູ້ຊົນ ກ້າວໄປຂ້າງໜ້າ ຢ່າງກ້າຫານເພື່ອບັນລຸ ເປົ້າໝາຍສູ້ຊົນ ຮ້ອຍປີ ປະການທີ 2 ແຫ່ງການສ້າງປະເທດ ສັງຄົມນິຍົມທັນສະໄໝ ທີ່ເຂັ້ມແຂງໃຫ້ສຳເລັດ ຢ່າງຮອບດ້ານ. ທ່ານ ສີ ຈິ້ນຜິງ ເນັ້ນໜັກຕື່ມວ່າ: ຕ້ອງຜັນຂະຫຍາຍທິດທາງ “ປະເທດດຽວ ສອງລະບອບ” ຢ່າງເດັດດ່ຽວໜຽວແໜ້ນ, ສະໜັບສະໜູນຮົງກົງ ແລະ ມາກາວເຊື່ອມໂຍງ ເຂົ້າກັບສະພາບລວມ ແຫ່ງການພັດທະນາປະເທດຊາດ ໃຫ້ດີກວ່າເກົ່າ; ລົງເລິກການແລກປ່ຽນ ແລະ ການຮ່ວມມື ລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ, ເດັດດ່ຽວ ຕໍ່ຕ້ານອິດທິກຳລັງແບ່ງແຍກໄຕ້ຫວັນ ເປັນເອກະລາດ, ຊຸກຍູ້ພາລະກິດອັນຍິ່ງໃຫຍ່ ແຫ່ງການທ້ອນໂຮມ ປະເທດຊາດ ເຂົ້າເປັນເອກະພາບ. ຕ້ອງຍຶດໝັ້ນນະໂຍບາຍ ການຕ່າງປະເທດສັນຕິພາບ, ເອກະລາດ ແລະ ເປັນເຈົ້າຕົນເອງ, ຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກຳ ຂອງມວນມະນຸດ, ເພີ່ມຄວາມແນ່ນອນ ແລະ ພະລັງທາງບວກຫລາຍກວ່າເກົ່າເຂົ້າໃນໂລກທີ່ປັ່ນປ່ວນ ແລະ ຜັນແປຢ່າງສັບສົນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

