ເມື່ອບໍ່ດົນມານີ້ ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ສປປ ລາວ ນໍາໂດຍ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງຂອງກອງທຶນຮ່ວມມືສາກົນເພື່ອການສຶກສາ (GPE) ຊຶ່ງເປັນກອງປະ ຊຸມປິ່ນອ້ອມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 81 ທີ່ນະຄອນນິວຢອກ ສະຫະລັດອາເມລິກາ.
ໂອກາດນີ້, ຄະນະຜູ້ແທນກະຊວງ ສສກ ໄດ້ເຂົ້າຮ່ວມບັນດາກອງປະຊຸມລະດັບສູງທີ່ສໍາຄັນ ເຊັ່ນ: ກອງປະຊຸມລະດັບສູງ ເພີ່ມທະວີການລະດົມທຶນໃນຂົງເຂດການສຶກສາໃນໄລຍະໃໝ່ ໂດຍມີຈຸດ ປະສົງເພື່ອສຸມໃສ່ການລະດົມທຶນສຳລັບການສຶກສາ ແນໃສ່ຊ່ວຍເຫລືອບຳລຸງຮັກສາ ແລະ ປັບປຸງລະ ບົບການສຶກສາຂອງບັນດາປະເທດກຳລັງພັດທະນາ ພ້ອມທັງເປີດໂອກາດໃຫ້ເດັກນ້ອຍໄດ້ຮັບການຮຽນຮູ້ຢ່າງມີປະສິດທິພາບ. ນອກຈາກນີ້, ຍັງໄດ້ເນັ້ນການໃຫ້ຄວາມໝາຍໝັ້ນທາງການເງິນຮອບໃໝ່ສຳລັບການສຶກສາຜ່ານທາງລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ, ພ້ອມທັງສົ່ງເສີມການລະດົມທຶນພາຍໃນປະເທດຄຽງຄູ່ກັບການຊ່ວຍເຫລືອຈາກສາກົນ; ເຂົ້າຮ່ວມກອງປະຊຸມຮ່ວມມືທີ່ສ້າງສັນ ເພື່ອການປັບປຸງໂຄງສ້າງລະບົບການສຶກສາ ມຸ່ງເນັ້ນໃສ່ການຍົກສູງບົດບາດຂອງບັນດາມູນນິທິ ແລະ ພາກເອກະຊົນ ໃນການສົ່ງເສີມການຮຽນຮູ້ ການຮ່ວມມືກັບ GPE ເພື່ອປັບປຸງ ແລະ ຍົກລະດັບພາບລັກລວມຂອງຂົງເຂດການສຶກສາ, ກອງປະຊຸມປົດລັອກອະນາຄົດຂອງການສຶກສາຮ່ວມກັນ ຖືເປັນເວທີສຳຄັນໃນການເຕົ້າໂຮມບັນດາປະເທດສະມາຊິກ GPE ເພື່ອສະເຫລີມສະຫລອງຜົນສຳເລັດການໃຫ້ຄຳໝັ້ນສັນຍາ ແລະ ການລະດົມທຶນເຂົ້າໃນຂົງເຂດການສຶກສາຢ່າງເປັນຂະບວນການຟົດຟື້ນ; ກອງປະຊຸມ “ການລົງທຶນໃສ່ການຮຽນຂັ້ນເລີ່ມຕົ້ນ ເພື່ອສ້າງອະນາຄົດ: ການກະກຽມກອງປະຊຸມສຸດຍອດລະດັບໂລກດ້ານງົບປະມານການສຶກສາ ເພື່ອການພັດທະນາເດັກໃນການຮຽນຂັ້ນເລີ່ມຕົ້ນ ປະຈຳປີ 2027” ເນັ້ນໜັກເຖິງຄວາມສຳຄັນຂອງການລົງທຶນ ແລະ ການເຂົ້າເຖິງໂອກາດການຮຽນຮູ້ຂອງເດັກນ້ອຍຕັ້ງແຕ່ຂັ້ນການສຶກສາກ່ອນໄວຮຽນ.
ໃນໂອກາດດຽວກັນ, ທ່ານຮອງລັດຖະມົນຕີກະຊວງ ສສກ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບບັນດາຄູ່ຮ່ວມພັດທະນາ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືກ່ຽວກັບການຊຸກຍູ້ສົ່ງເສີມການຮ່ວມມືເພື່ອພັດທະນາ ແລະ ຍົກລະດັບຄຸນນະພາບຂົງເຂດການສຶກສາຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງໃນອະນາຄົດ.
ຂໍ້ມູນ-ພາບ: ກະຊວງ ສສກ

