Homeຂ່າວພາຍໃນສປປ ລາວ ສ້າງສາຍພົວພັນການທູດກັບສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ

ສປປ ລາວ ສ້າງສາຍພົວພັນການທູດກັບສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາ 2026 ທີ່ນະຄອນນິວຢອກສະຫະລັດອາເມລິກາ, ໄດ້ມີພິທີລົງນາມຖະ ແຫລງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣ໌ຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫລງການຮ່ວມຄັ້ງນີ້ ໂດຍມີບັນດານັກການທູດທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ໄດ້ຮັບເອກະລາດ ຈາກ ປະເທດອັງກິດ ໃນວັນທີ 31 ສິງຫາ1962, ມີນະຄອນຫລວງຊື່ວ່າ ປອກແດັສປາຍ (Port-d’Espagne/Port of Spain), ມີລະບົບການປົກຄອງແບບລະບົບປະທານາທິບໍດີ (ກ່ອນປີ 1976 ແມ່ນ ກະສັດອັງກິດ ເປັນປະມຸກລັດ ຕາງໜ້າໂດຍ ຜູ້ສໍາເລັດຣາຊະການ (Governor-General))ໂດຍມີ ປະທານາທິບໍດີເປັນປະມຸກລັດ ແລະ ມີນາຍົກລັດຖະມົນຕີ ເປັນຫົວໜ້າລັດຖະບານ ທີ່ມາຈາກການເລືອກຕັ້ງໃນທຸກໆ 5 ປີ; ຕຣີນິດັດ ແລະ ໂຕບາໂກ ຕັ້ງຢູ່ເຂດກາຣີບຽນ ຝັ່ງມະຫາສະໝຸດອັດລັງຕິກ ໃກ້ກັບຕອນເໜືອຂອງ ເວເນຊູເອລາ ແລະ ບໍ່ມີຊາຍແດນທາງບົກຕິດກັບປະເທດໃດ, ມີເນື້ອທີ່ທັງໝົດ 5.131 ກິໂລຕາແມັດ; ມີປະຊາກອນ ປະມານ 1,51 ລ້ານຄົນ; ພາສາທາງການ: ອັງກິດ, ນັບຖືສາສະໜາຄຣິສ ເປັນສ່ວນໃຫຍ່ ແລະ ສາສະໜາອື່ນໆ; ໃຊ້ສະກຸນເງິນ: ໂດລາຕຣີນິດັດ ແລະ ໂຕບາໂກ (Trinidad and Tobago Dollar/TTD). ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີ ປະມານ 19.621 ໂດລາສະຫະລັດ (2025). ທ່າແຮງດ້ານເສດຖະກິດທີ່ສຳຄັນ ແມ່ນພະລັງງານ (ໃນປີ 2023, ຕຣິນິດັດ ຖືກຈັດຢູ່ໃນອັນດັບທີ 42 ຂອງປະເທດທີ່ຜະລິດກາສທໍາມະຊາດລາຍໃຫຍ່ຂອງໂລກ ແລະ ໃຫຍ່ທີ່ສຸດໃນພາກພື້ນກາຣີບຽນ, ທັງຍັງຖືກຈັດຢູ່ໃນອັນດັບທີ 52 ຂອງຜູ້ຜະລິດນໍ້າມັນລາຍໃຫຍ່ຂອງໂລກ ແລະ ເປັນອັນດັບ 2 ຢູ່ໃນພາກພຶ້ນກາຣີບຽນ ຖັດຈາກປະເທດກຸຍຢານ), ການສົ່ງອອກຜະລິດຕະພັນອາຫານ-ເຄື່ອງດື່ມ, ຊີມັງ ແລະ ອື່ນໆ.

ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ໄດ້ເຂົ້າເປັນສະມາຊິກອົງການສະຫະປະຊາຊາດ ໃນວັນທີ 18ກັນຍາ 1962, ໃນຖານະທີ່ເປັນສະມາຊິກຂອງສະຫະປະຊາຊາດ, ຕຣີນິດັດ ແລະ ໂຕບາໂກ ໄດ້ປະກອບສ່ວນຢ່າງຫ້າວຫັນໃນຂົງເຂດຕ່າງໆຂອງ ສປຊ, ອັນພົ້ນເດັ່ນແມ່ນ ເຄີຍເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ (UNSC) ໃນປີ 1980-1981 ແລະ ປັດຈຸບັນໄດ້ຖືກເລືອກຕັ້ງເປັນສະມາຊິກບໍ່ຖາວອນ UNSC ອີກສໍາລັບປີ 2027-2028 ຈາກພາກພື້ນກາຣີບຽນ. ນອກຈາກນັ້ນ, ຍັງປະກອບສ່ວນເຂົ້າໃນວຽກງານກອງກໍາລັງຮັກສາສັນຕິ ພາບ ສປຊ (PKO) ໂດຍການປະກອບບຸກຄະລາກອນ ເຊັ່ນ: ຕໍາຫລວດ, ຜູ້ສັງເກດການ ແລະ ອື່ນໆ ລວມທັງເຄື່ອນໄຫວຢ່າງຫ້າວຫັນຢູ່ໃນ ອົງການ UNICEF, UNDP, WHO ແລະ ອື່ນໆ. ໃນປີ 2023, ທ່ານ Dennis Francis ຈາກ ປະເທດຕຣີນິດັດ ແລະ ໂຕບາໂກ ກໍໄດ້ເປັນປະທານສະມັດຊາໃຫຍ່ ສປຊ ສະໄໝທີ 78. ໃນຖານະທີ່ເປັນສະມາຊິກກຸ່ມປະເທດເກາະດອນນ້ອຍ(Small Island Developing States-SIDS), ຕຣີນິດັດ ຈຶ່ງໃຫ້ຄວາມສໍາຄັນ ຕໍ່ວຽກງານປ່ຽນແປງສະພາບດິນຟ້າອາກາດ, ການຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ການພັດທະນາແບບຍືນຍົງ.

ໃນໂອກາດດຽວກັນ, ທັງສອງຝ່າຍ ຍັງໄດ້ຢືນຢັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນດ້ານຕ່າງໆໃນຕໍ່ໜ້າ, ລວມທັງການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນ ໂດຍສະເພາະໃນຂອບ ສປຊ. ສະນັ້ນ, ການສ້າງຕັ້ງສາຍພົວພັນການທູດນີ້ ເປັນການປະກອບສ່ວນໃຫ້ແກ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນການທູດກັບຕ່າງປະເທດ ເພີ່ມຂຶ້ນເປັນ 155 ປະເທດ ໃນທົ່ວໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments