Homeຂ່າວໜ້າໜຶ່ງຄົບຮອບ 77 ປີ ວັນຊາດຈີນ ເຖິງຄູ່ຮ່ວມຊາຕາກຳລາວ-ຈີນ ຍຸກໃໝ່

ຄົບຮອບ 77 ປີ ວັນຊາດຈີນ ເຖິງຄູ່ຮ່ວມຊາຕາກຳລາວ-ຈີນ ຍຸກໃໝ່

ວັນທີ 1 ຕຸລາ 2026ນີ້ ເປັນວັນຄົບຮອບ 77 ປີແຫ່ງການສ້າງຕັ້ງສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ຜ່ານແງ່ມູມໜ້າສົນໃຈ ແລະ ຊົມເຊີຍຕໍ່ການສູ້ຊົນສ້າງສັງຄົມນິຍົມອີ່ມໜຳສຳລານ ໃນໄລຍະສຸດທ້າຍໃຫ້ສຳເລັດຢ່າງຮອບດ້ານ, ຍາດເອົາໄຊຊະນະອັນຍິ່ງໃຫຍ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນຍຸກໃໝ່ພົ້ນເດັ່ນຂຶ້ນແບບກ້າວກະໂດດ ເຊິ່ງເປັນບົດຮຽນທີ່ບໍ່ມີຊາດໃດໃນໂລກເຮັດໄດ້; ຈາກປະເທດທີ່ທຸກຍາກມີລາຍໄດ້ພຽງ 119 ຢວນຕໍ່ຄົນຕໍ່ປີໃນປີ 1949 ເພີ່ມຂຶ້ນເປັນ99,000 ກວ່າຢວນຕໍ່ຄົນຕໍ່ປີໃນປີ 2025, ຈາກເງື່ອນໄຂນ້ຳບໍ່ໄຫຼໄຟບໍ່ສະຫວ່າງ ສາມາດລຶບລ້າງຄວາມທຸກຍາກ ຂອງປະຊາຊົນໄດ້ 800 ລ້ານກວ່າຄົນ ແລະ ກ້າວສູ່ຍຸກອຸດສາຫະກໍາທັນສະໄໝແຖວໜ້າ ຂອງໂລກ ຂັບເຄື່ອນດ້ວຍຫຸ່ນຍົນ ແລະ ປັນຍາປະດິດ (AI) ຄວບຄູ່ກັບການພັດທະນາສີຂຽວ, ແບ່ງປັນຜົນສຳເລັດໃຫ້ປະຊາຊົນຢ່າງຍຸຕິທຳ ແລະ ເປີດກວ້າງການຮ່ວມມື ກັບສາກົນຢ່າງບໍ່ຢຸດຢັ້ງ.

ເມື່ອເວົ້າເຖິງຄວາມສຳເລັດອັນຍິ່ງໃຫຍ່ ຂອງຈີນ ທີ່ເປັນທີ່ຮັບຮູ້ໃນສາຍຕາຊາວໂລກ, ແຕ່ກໍບໍ່ຄວນເບິ່ງຂ້າມສາຍພົວພັນສອງຊາດລາວ-ຈີນ ທີ່ມີອຸດົມການສັງຄົມນິຍົມ ດຽວກັນຢ່າງເດັດດ່ຽວໜຽວແໜ້ນ, ເລີ່ມຈາກທີ່ຕັ້ງພູມສາດແຜ່ນດິນຕິດຕໍ່ກັນ, ພູຜາປ່າດົງ ແລະ ຫ້ວຍນ້ຳລຳເຊກ້າວກາຍເປັນຂັ້ນໆ ສູ່ເສັ້ນທາງລົດໄຟແຫ່ງມິດຕະພາບລາວ-ຈີນ ທີ່ໄດ້ພິກປະຫວັດສາດ ໜ້າໃໝ່ຂອງຊາດລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ. ຖ້າຢ້ອນເວລາກ່ອນໜ້ານີ້ປະມານ 10 ປີ, ການໄປມາຫາສູ່ກັນລະຫວ່າງສອງປະເທດລ້ວນແຕ່ ພົບຄວາມຫຍຸ້ງຍາກລຳບາກຫຼາຍ; ການເດີນທາງ ແລະ ການຂົນສົ່ງສິນຄ້າຈາກຊາຍແດນລາວ-ຈີນ (ແຂວງຫຼວງນ້ຳທາ) ຮອດນະຄອນຫຼວງວຽງຈັນ ຕ້ອງໃຊ້ເວລາເກືອບ 2 ອາທິດ, ເຮັດໃຫ້ເສຍເວລາ, ຄ່າຂົນສົ່ງສິນຄ້າແພງ ແລະ ມີຄວາມສ່ຽງດ້ານຄວາມປອດໄພສູງ. ຍິ່ງໄປກວ່ານັ້ນ, ສື່ຕາເວັນຕົກ ແລະ ບາງປະເທດຍັງວິພາກວິຈານຕ່າງໆນາໆໃນທາງລົບວ່າ: ການສ້າງທາງລົດໄຟບໍ່ມີປະໂຫຍດ ຍ້ອນລາວມີປະຊາກອນໜ້ອຍ, ບໍ່ມີຖານຜະລິດອຸດສາຫະກຳ ແລະ ບໍ່ມີສິນຄ້າພຽງພໍທີ່ຈະສົ່ງອອກ, ມີແຕ່ຈະເປັນໜີ້ ແລະ ສຸດທ້າຍກໍໄປຕໍ່ບໍ່ລອດ.

ຫຼ້າສຸດໃນວັນທີ 28 ກັນຍາ 2026 ນີ້, ບໍລິສັດທາງລົດໄຟລາວ-ຈີນ ຍັງໄດ້ປະກາດ ເປີດຂະບວນລົດໄຟ ໂດຍສານຖ່ຽວ C95-C96 ໃໝ່ອີກ ເພື່ອອຳນວຍ ຄວາມສະດວກ ໃຫ້ຜູ້ໂດຍສານ ທາງພາກເໜືອ ຈາກບໍ່ເຕັນ-ວຽງຈັນ ດ້ວຍການບໍລິການ ແລ່ນໄປ-ກັບພາຍໃນມື້ດຽວ; ຖ່ຽວ C95 ກຳນົດອອກຈາກ ສະຖານີບໍ່ເຕັນ ເວລາ 08:00 ໂມງເຊົ້າ ແລະ ຮອດສະຖານີວຽງຈັນ ເວລາ 11:47 ໂມງ, ສ່ວນຖ່ຽວ C96 ອອກຈາກສະຖານີວຽງຈັນ ເວລາ 14:05 ໂມງ ແລະ ມາຮອດສະຖານີບໍ່ເຕັນ ເວລາ 18:32 ໂມງ.

ນອກຈາກນັ້ນ, ຍັງມີການຮ່ວມມື ດ້ານການຄ້າ, ການລົງທຶນ ແລະ ການສຶກສາ ລະຫວ່າງລາວ-ຈີນ ດັ່ງນີ້:

ການລົງທຶນ: ການລົງທຶນຂອງຈີນ ໃນລາວລວມມີ 900 ກວ່າໂຄງການ, ມູນຄ່າສະສົມກວ່າ 18 ຕື້ໂດລາ, ຈັດເປັນອັນດັບທີ 1 ຂອງການລົງທຶນ ຕ່າງປະເທດໃນລາວ.

ການຄ້າສອງສົ້ນ: ມູນຄ່າການຄ້າລາວ-ຈີນ ໃນປີ 2025 ລວມທັງໝົດ 9.8 ຕື້ໂດລາ (ເພີ່ມຂຶ້ນ 19.3%), ແລະ ຄາດວ່າໃນປີ 2026 ຈະບັນລຸ 11-12 ຕື້ໂດລາ.

 ການສຶກສາ: ຈີນໄດ້ໃຫ້ທຶນພັດທະນາການສຶກສາ ແລະ ສ້າງວິຊາຊີບໃຫ້ຄົນລາວ ຈຳນວນຫຼວງຫຼາຍ, ເຊິ່ງປັດຈຸບັນມີຈຳນວນສະສົມຂອງນັກສຶກສາລາວເຂົ້າມາຮຽນຢູ່ຈີນຫຼາຍໝື່ນຄົນ. ຫຼ້າສຸດ ລັດຖະບານຈີນຍັງໄດ້ປະກາດໃຫ້ທຶນການສຶກສາແກ່ລາວ 3,000 ທຶນ (ລວມທັງທຶນໄລຍະສັ້ນ-ຍາວ ແລະ ຝຶກອົບຮົມວິຊາສະເພາະ).

ຂະນະດຽວກັນຜົນກະທົບຈາກສະພາບການເມືອງ, ຄວາມຂັດແຍ່ງ ແລະ ເສດຖະກິດຜັນຜວນທົ່ວໂລກ ຍິ່ງເຮັດໃຫ້ການຮ່ວມມືລາວ-ຈີນ ຮັດແໜ້ນຂຶ້ນກວ່າເກົ່າ. ລັດຖະບານລາວ ໄດ້ຫັນມາສົ່ງເສີມການ ໃຊ້ລົດໄຟຟ້າ (EV) ແທນລົດໃຊ້ນ້ຳມັນ ເຊື້ອໄຟເກືອບ 100%. ໃນປີ 2025 ລາວນຳເຂົ້າລົດໄຟຟ້າ 14,000 ຄັນ, ແລະ ຄາດວ່າປີ 2026 ຕົວເລກການນຳ ເຂົ້າອາດສູງເຖິງ 18,000 ຄັນ (ໃນນັ້ນກວ່າ 90% ແມ່ນລົດໄຟຟ້າຈີນ ທີ່ມີຄຸນນະພາບສາກົນ). ການໃຊ້ລົດໄຟຟ້າເຫຼົ່ານີ້ ຈະຊ່ວຍໃຫ້ລາວ ປະຢັດນ້ຳມັນໄດ້ເຖິງ 20 ລ້ານກວ່າລິດຕໍ່ປີ; ແລະ ຖ້າຄົນລາວນຳໃຊ້ລົດໄຟຟ້າເຖິງ 600,000 ຄັນ ພາຍໃນປີ 2030 ຈະສາມາດປະຢັດນ້ຳມັນໄດ້ເຖິງ 800 ລ້ານກວ່າລິດຕໍ່ປີ, ຮັກສາເງິນຕາບໍ່ໃຫ້ໄຫຼອອກ ນອກປະເທດໄດ້ເຖິງ 970 ລ້ານໂດລາຕໍ່ປີ, ພ້ອມທັງຊ່ວຍ ປັບປຸງສະພາບແວດລ້ອມ ແລະ ຫຼຸດຜ່ອນມົນລະພິດ ອີກດ້ວຍ. ຕົວຢ່າງເຫຼົ່ານີ້ ໄດ້ພິສູດໃຫ້ໂລກ ເຫັນໝາກຜົນແຫ່ງ ຄວາມສຳເລັດ ທີ່ຈັບຕ້ອງໄດ້ຕົວຈິງ ພາຍໃຕ້ຄູ່ຮ່ວມຊາຕາກຳ ລາວ-ຈີນ ແລະ ການຜັນຂະຫຍາຍຕາມທິດ “4 ດີ” ໃຫ້ຈະເລີນງອກງາມເປັນໝາກເປັນຜົນບໍ່ຢຸດຢັ້ງ.

ທິດທາງ ແລະ ຜົນການພົບປະ ລະຫວ່າງປະມຸກລັດສອງຊາດ: ຄວາມສຳເລັດຂອງຈີນ ຕະຫຼອດ 77 ປີ ຍັງສະທ້ອນໃຫ້ເຫັນ ຜ່ານການພົບປະໃນວັນທີ 5 ມິຖຸນາຜ່ານມານີ້, ລະຫວ່າງ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ແລະ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ທີ່ນະຄອນຫຼວງປັກກິ່ງ.

ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ສະເໜີ 4 ຂໍ້ ກ່ຽວກັບການຊຸກຍູ້ ການສ້າງສາຍພົວພັນ ແລະ ຄູ່ຮ່ວມຊາຕາກຳ ລະຫວ່າງ ສອງປະເທດ ໃຫ້ມີມາດຕະຖານ, ຄຸນນະພາບ ແລະ ລະດັບສູງຂຶ້ນ ດັ່ງນີ້:

ຕ້ອງຍຶດໝັ້ນ ທິດທາງ ສັງຄົມນິຍົມ: ສອງຝ່າຍຕ້ອງຮ່ວມກັນ ປ້ອງກັນ ລະບອບສັງຄົມນິຍົມ ແລະ ຖານະການຄອງ ອຳນາດຂອງພັກ, ລົງເລິກການແລກປ່ຽນ ບົດຮຽນ ດ້ານ ການປົກຄອງ, ການບັງຄັບໃຊ້ກົດໝາຍ ແລະ ເດັດດ່ຽວປາບປາມ ອາຊະຍາກຳຂ້າມຊາດ.

ຕ້ອງເສີມສ້າງ ພື້ນຖານ ການຮ່ວມມືທີ່ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ: ເພີ່ມທະວີການເຊື່ອມຕໍ່ ຍຸດທະສາດ, ໃຊ້ປະໂຫຍດຈາກເສັ້ນທາງ ລົດໄຟລາວ-ຈີນ ເປັນເສັ້ນທາງ ຂົນ ສົ່ງສຳຄັນ ເພື່ອຍົກລະດັບ ແລວເສດຖະກິດ, ເລັ່ງລັດການເຊື່ອມໂຍງ ເສັ້ນທາງລົດໄຟ ລາວ-ຈີນ-ໄທ, ພ້ອມທັງຂະຫຍາຍ ການຮ່ວມມື ໃນຂົງເຂດໃໝ່ ເຊັ່ນ: ປັນຍາປະດິດ (AI) ແລະ ເສດຖະກິດດິຈິຕອນ.

ຕ້ອງເສີມສ້າງມິດຕະພາບ ອັນເປັນມູນເຊື້ອ: ຖືເອົາ “ປີມິດຕະພາບຈີນ-ລາວ” ເປັນໂອກາດ ຂະຫຍາຍການຮ່ວມມື ດ້ານວັດທະນະທຳ ແລະ ການສຶກສາ. ຕ້ອງເພີ່ມທະວີ ການປະສານງານ ດ້ານຕ່າງ ປະເທດ: ປົກປັກຮັກສາ ຜົນປະໂຫຍດຮ່ວມ ຂອງບັນດາປະເທດໃນກຸ່ມ “ໂລກເໜືອ-ໂລກໃຕ້” (Global South).

ຂະນະທີ່ ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໜັກວ່າ: ໂອກາດສະຫຼອງວັນສ້າງຕັ້ງ ສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ ແລະ “ປີມິດຕະພາບລາວ-ຈີນ” ເຮັດໃຫ້ການ ຢ້ຽມຢາມຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງ. ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຈາກຈີນ. ປັດຈຸບັນການພົວພັນລາວ-ຈີນ ພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ, ໂດຍລາວຍິນດີຮ່ວມມືກັບຈີນເພື່ອຊຸກຍູ້ ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທຸກສະພາບການໃນຍຸກໃໝ່ໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່.

ທັດສະນະຈາກກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ສືບເນື່ອງໃນໂອກາດວັນຊາດຈີນ, ທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ໄດ້ຍົກໃຫ້ເຫັນ ເນື້ອໃນສຳຄັນກ່ຽວກັບຜົນງານການພັດທະນາ ຂອງຈີນ ດັ່ງນີ້:

ມູນຄ່າ GDP ໃນປີຜ່ານມາບັນລຸ ຫຼາຍກວ່າ 140 ລ້ານລ້ານຢວນ, ແລະ ໃນເຄິ່ງປີທຳອິດ ຂອງແຜນການ 5 ປີຄັ້ງທີ 15 ເສດຖະກິດ ຂະຫຍາຍຕົວ 4.7%.

ຄວາມກ້າວໜ້າດ້ານເຕັກໂລໂຊີ (ຫຸ່ນຍົນ ແລະ AI) ພ້ອມທັງການຫັນປ່ຽນ ສີຂຽວຢ່າງວ່ອງໄວ. ປະຈຸບັນ, ພາບລວມ ການພັດທະນາ ຂອງຈີນທີ່ໂດດເດັ່ນ ໃນເວທີສາກົນ ມີຄື: ຈີດີພີ (GDP): ບັນລຸ 140 ລ້ານລ້ານຢວນ, ເປັນເສດຖະກິດ ອັນດັບຕົ້ນໆຂອງໂລກ. ເຕັກໂນໂລຊີ: ຈີນເປັນອັນດັບ 1 ຂອງໂລກດ້ານສິດທິບັດ AI. ອຸດສາຫະກຳຫຸ່ນຍົນ: ມີການຕິດຕັ້ງໃໝ່ກວ່າ 50% ຂອງໂລກ.

ລົດໄຟຟ້າ (EV): ການສົ່ງອອກກວມເອົາ 60% ຂອງໂລກ. ການພັດທະນາສີຂຽວ: ຜະລິດ ແລະ ນຳໃຊ້ແຜງໂຊລາເຊລ ແລະ ກັງຫັນລົມກວ່າ 50% ຂອງກຳລັງຕິດຕັ້ງໃໝ່ ທົ່ວໂລກ (ຕົວຢ່າງເຊັ່ນ: ໂຄງການສາຍສົ່ງໄຟຟ້າ 500kV ຈີນ-ລາວ ທີ່ຊ່ວຍຫຼຸດຜ່ອນ ກາບອນໄດ້ 2.5 ລ້ານໂຕນ).

ພື້ນຖານໂຄງລ່າງ: ທາງລົດໄຟ ຄວາມໄວສູງຍາວ 45,000 ກິໂລແມັດ (ຍາວທີ່ສຸດໃນໂລກ), ເຊິ່ງໜຶ່ງໃນບົດຮຽນ ແລະ ປະສົບການດັ່ງກ່າວ ໄດ້ຖືກນຳມາໃຊ້ກັບ ທາງລົດໄຟ ລາວ-ຈີນ ໂດຍກົງ.

ຈີນບໍ່ພຽງຈະກ້າວຂຶ້ນ ເປັນຊາດພັດທະນາ ແລ້ວໃນມໍ່ໆນີ້ ແຕ່ດ້ວຍການຍຶດໝັ້ນ ອຸດົມການສັງຄົມນິຍົມ ທີ່ມີສີສັນພິເສດ ຂອງຈີນ ພາຍໃຕ້ການຊີ້ນຳນຳພາ ອັນສະຫລາດ ສ່ອງໃສ ຂອງ ທ່ານ ສີຈິ້ນຜິງ, ປະທານປະເທດຈີນ, ສປ ຈີນ ກຳລັງຊຸກຍູ້ວຽກງານ ການສ້າງສາປະເທດ ໃຫ້ເຂັ້ມແຂງ ແລະ ພາລະກິດການຟື້ນຟູ ຄວາມຈະເລີນຮຸ່ງເຮືອງ ຂອງຊາດ ຢ່າງຮອບດ້ານ,ຕິດພັນການຮ່ວມມື ກັບສາກົນແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ແລະ ຄຽງຄູ່ກັບການປະຕິບັດ 4 ຂໍ້ລິເລີ່ມທົ່ວໂລກ ຢ່າງໜັກແໜ້ນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments