Homeຂ່າວໜ້າໜຶ່ງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຈະຈັດຂຶ້ນ 5-21 ຕຸລານີ້

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຈະຈັດຂຶ້ນ 5-21 ຕຸລານີ້

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຈະໄດ້ໄຂຂຶ້ນໃນລະຫວ່າງວັນທີ 5-21 ຕຸລາ 2026 ຢຸ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ ເພື່ອພິຈາລະນາ ແລະ ຕົກລົງຫລາຍບັນຫາສໍາຄັນຂອງຊາດ.

ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ຫົວໜ້າຫ້ອງວ່າ ການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 1 ຕຸລາ 2026 ນີ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຈະໄດ້ໄຂຂຶ້ນໃນລະຫວ່າງວັນທີ 5-21 ຕຸລາ 2026 ຢູ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ເພື່ອພິຈາລະນາ ແລະ ຕົກລົງຫລາຍບັນຫາສໍາຄັນຂອງຊາດ ເປັນຕົ້ນ ພິຈາ ລະນາ, ຮັບຮອງເອົາການເລືອກຕັ້ງບຸກຄະລາກອນຈໍານວນໜຶ່ງ; ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບ ປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027; ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027; ບົດລາຍງານຜົນການກວດສອບ ບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025 ຂອງອົງການກວດສອບແຫ່ງລັດ; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ; ອົງການກວດກາແຫ່ງລັດ; ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2027; ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ ຈໍານວນ 8 ສະບັບ ໃນນີ້ ກົດໝາຍສ້າງໃໝ່ມີ 1 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ. ສຳລັບກົດໝາຍປັບປຸງມີ 7 ສະບັບ ຄື: ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາ ຊົນລາວ, ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ກົດໝາຍວ່າດ້ວຍການບິນພົນລະເຮືອນ, ກົດໝາຍວ່າດ້ວຍການຈໍລາຈອນທາງບົກ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ ແລະ ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ.

ໃນໄລຍະດຳເນີນກອງປະຊຸມ ໄດ້ຈັດຕັ້ງໜ່ວຍງານຮັບຄຳສະເໜີ ຂອງປະຊາຊົນ ຜ່ານໂທລະ ສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນ ທີ່ມີຄວາມສົນໃຈ ແລະ ມີຂໍ້ສະເໜີຕໍ່ການດຳເນີນກອງປະຊຸມດັ່ງກ່າວ ໂດຍຜ່ານ 3 ຊ່ອງທາງ ຄື: ສາຍດ່ວນ 156 ໃນໂມງລັດຖະການ; ຜ່ານອີເມວ nalao.156@[gmail.com](http://gmail.com) ແລະ ຜ່ານແອັບ ລາວນາ (Laona).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments