ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ເມື່ອບໍ່ດົນມານີ້, ປະມຸກລັດຈີນ ແລະ ອາເມຣິກາ ໄດ້ພົບປະກັນຢູ່ນະຄອນຫລວງວໍຊີງຕັນ ຂອງອາເມຣິກາ ໂດຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນໃນການສ້າງການພົວພັນໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນ ແລະ ສ້າງຕັ້ງກົນໄກສົນທະນາໃນຫລາຍຂົງເຂດ ເຊັ່ນ: ເສດຖະກິດການຄ້າ, ປັນຍາປະດິດ ເປັນຕົ້ນ ເຊິ່ງເປັນການເພີ່ມຄວາມແນ່ນອນອັນລ້ຳຄ່າໃຫ້ແກ່ເສດຖະກິດໂລກທີ່ປັ່ນປ່ວນ. ສິ່ງນີ້ບໍ່ພຽງແຕ່ມີຜົນດີຕໍ່ການພົວພັນສອງຝ່າຍຈີນ-ອາເມຣິກາ ເທົ່ານັ້ນ, ຍັງນຳມາເຊິ່ງຜົນປະໂຫຍດໄລຍະຍາວໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າ ລະຫວ່າງ ຈີນ ກັບ ອາຊຽນ, ພ້ອມທັງສ້າງສະພາບແວດລ້ອມພາຍນອກທີ່ໝັ້ນທ່ຽງໃຫ້ແກ່ການພັດທະນາຂອງພາກພື້ນອີກດ້ວຍ.
ພາຍໃຕ້ສະພາບການທີ່ລັດທິປົກປ້ອງການຄ້າທົ່ວໂລກເງີຍຫົວຂຶ້ນ ແລະ ຍັງຄົງມີຄວາມສ່ຽງຈາກການແຕກແຍກຂອງຕ່ອງໂສ້ການສະໜອງ, ຄຸນຄ່າໂດຍກົງທີ່ສຸດຂອງການຄວບຄຸມຂໍ້ຂັດແຍ້ງ ແລະ ການຊຸກຍູ້ການສົນທະນາ ລະຫວ່າງ ຈີນ-ອາເມຣິກາ ກໍຄືການຫລຸດຜ່ອນການລົບກວນຈາກພາຍນອກທີ່ມີຕໍ່ເສດຖະກິດການຄ້າໃນພາກພື້ນ. ເສດຖະກິດອາຊຽນ ເຊື່ອມໂຍງເຂົ້າໃນຕ່ອງໂສ້ອຸດສາຫະກຳທົ່ວໂລກຢ່າງເລິກເຊິ່ງ, ອຸດສາຫະກຳການຜະລິດ ແລະ ການຄ້າຕ່າງປະເທດຈຳນວນຫລວງຫລາຍໄດ້ຮັບຜົນກະທົບຢ່າງເລິກເຊິ່ງຈາກການແຂ່ງຂັນ ລະຫວ່າງ ປະເທດໃຫຍ່. ໃນໄລຍະຜ່ານມາ, ຄວາມຜັນຜວນຂອງພາສີ ແລະ ການປ່ຽນແປງຄວາມຄາດຫວັງຕໍ່ຕະຫລາດ ທີ່ເກີດຈາກຂໍ້ຂັດແຍ້ງດ້ານພູມສາດການເມືອງ ໄດ້ເຮັດໃຫ້ວິສາຫະກິດຂອງບັນດາປະເທດສະມາຊິກອາຊຽນ ຜະເຊີນໜ້າກັບຄວາມບໍ່ແນ່ນອນໃນການດຳເນີນທຸລະກິດ. ຂະນະທີ່ ຈີນ ແລະ ອາເມຣິກາ ສ້າງຕັ້ງຊ່ອງທາງສົນທະນາດ້ານເສດຖະກິດການຄ້າທີ່ເປັນປົກກະຕິ ແລະ ຊຸກຍູ້ການຫລຸດພາສີແບບເທົ່າທຽມກັນ ມີຜົນດີຕໍ່ການຫລຸດຜ່ອນການຂະຫຍາຍຂອບເຂດຂອງນະໂຍບາຍທີ່ເປັນປໍລະປັກກັນ ແລະ ສ້າງສະພາບແວດລ້ອມເສດຖະກິດມະຫາພາກທີ່ສາມາດຄາດຄະເນໄດ້ຫລາຍກວ່າເກົ່າສຳລັບການແລກປ່ຽນດ້ານເສດຖະກິດການຄ້າ ລະຫວ່າງ ຈີນ ກັບ ອາຊຽນ.
ສະພາບແວດລ້ອມພາຍນອກທີ່ມີຄວາມໝັ້ນທ່ຽງຫລາຍຂຶ້ນ ໄດ້ເປີດພື້ນທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ການລົງເລິກການຮ່ວມມືຕົວຈິງ ລະຫວ່າງ ຈີນ ກັບ ອາຊຽນ. ຈີນ ແລະ ອາຊຽນ ເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກັນ ແລະ ກັນ, ອະນຸສັນຍາວ່າດ້ວຍການຍົກລະດັບເຂດການຄ້າເສລີຈີນ-ອາຊຽນ ສະບັບ 3.0 ໄດ້ເລີ່ມມີຜົນບັງຄັບໃຊ້, ຜົນປະໂຫຍດຈາກສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫລື RCEP ສືບຕໍ່ແຜ່ຂະຫຍາຍ, ການຮ່ວມມືໃນຂົງເຂດອຸດສາຫະກຳສີຂຽວ, ເສດຖະກິດດິຈີຕອນ, ການຂົນສົ່ງສິນຄ້າຂ້າມຊາຍແດນ, ການເຊື່ອມໂຍງເຊື່ອມຈອດ ແລະ ອື່ນໆ ໄດ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ໂຄງການຄົມມະນາຄົມຕ່າງໆ ເຊັ່ນ: ຄອງໃຫຍ່ຜິງລູ້ເປັນຕົ້ນ ສືບຕໍ່ເສີມພະລັງທີ່ເຂັ້ມແຂງໃຫ້ແກ່ເສັ້ນທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຂອງຈີນ ແລະ ຄວາມໜຽວແໜ້ນຂອງລະບົບຕ່ອງໂສ້ ການສະໜອງ ແລະ ຕ່ອງໂສ້ອຸດສາຫະກຳໃນພາກພື້ນສືບຕໍ່ເພີ່ມຂຶ້ນ. ການພົວພັນຈີນ-ອາເມຣິກາ ມີຄວາມໝັ້ນທ່ຽງຫລາຍຂຶ້ນ ສາມາດເຮັດໃຫ້ທຸກຝ່າຍໃນພາກພື້ນມີຄວາມໝັ້ນໃຈຫລາຍຂຶ້ນເພື່ອສຸມໃສ່ການພັດທະນາຂອງຕົນ ແລະ ຊົມໃຊ້ຜົນປະໂຫຍດຈາກອະນຸສັນຍາວ່າດ້ວຍການຄ້າເສລີດັ່ງກ່າວ.
ສັນຍານແຫ່ງຄວາມໝັ້ນທ່ຽງ ທີ່ສົ່ງອອກມາຈາກການພົບປະ ລະຫວ່າງ ປະມຸກລັດ ຈີນ-ສະຫະລັດ ໄດ້ສ້າງ ເງື່ອນໄຂພາຍນອກທີ່ເອື້ອອຳນວຍໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າ ຈີນ-ອາຊຽນ, ແຕ່ສິດທິໃນການຕັດສິນການຮ່ວມມືຍັງຄົງຢູ່ໃນກຳມືຂອງປະເທດໃນພາກພື້ນ. ໃນອະນາຄົດ, ຈີນ ຈະສືບຕໍ່ ສະໜັບສະໜູນຄວາມສາມັກຄີ ແລະ ຄວາມເປັນເຈົ້າຕົນເອງຂອງອາຊຽນ ຢ່າງເດັດດ່ຽວໜຽວແໜ້ນ, ສືບຕໍ່ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ອາຊຽນ ແລະ ຮ່ວມກັນຕ້ານທານຄວາມສ່ຽງທາງເສດຖະກິດໂລກ ພາຍໃຕ້ຂອບເປີດກວ້າງ ແລະ ກວມລວມ. ສິ່ງນີ້ຍັງສະແດງໃຫ້ໂລກໄດ້ເຫັນວ່າ: ອາຊີປາຊີຟິກ ບໍ່ຄວນກາຍເປັນສະໜາມຕໍ່ສູ້ຂອງການແຂ່ງຂັນ ລະຫວ່າງ ປະເທດໃຫຍ່, ມີພຽງແຕ່ຍຶດໝັ້ນຕ່າງຝ່າຍຕ່າງໄດ້ປະໂຫຍດຮ່ວມກັນເທົ່ານັ້ນ ຈຶ່ງຈະສາມາດເຮັດໃຫ້ຜົນປະໂຫຍດຈາກການເຊື່ອມໂຍງເຂົ້າກັນຂອງພາກພື້ນໄປເຖິງປະຊາຊົນຂອງທຸກປະເທດໄດ້ຢ່າງແທ້ຈິງ.

