ພິທີເປີດນຳໃຊ້ສູນຝຶກ ແລະ ຮັບປະກັນການບິນຮ່ວມ ສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ແລະ ຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນເຂົ້າຮ່ວມ.


ໃນພິທີ, ຄະນະນຳສອງຝ່າຍລາວ-ຈີນ ໄດ້ຮ່ວມກັນເປີດປ້າຍແຜ່ນຫີນສີລາລືກ ແລະ ໄດ້ກ່າວຄໍາປາໃສ ຕໍ່ກັບໂຄງການວ່າ: ການກໍ່ສ້າງ ແລະ ນໍາໃຊ້ສູນດັ່ງກ່າວ ເປັນໝາກຜົນຂອງສອງປະເທດລາວ-ຈີນ ບົນພື້ນຖານຄວາມເຄົາລົບນັບຖື ແລະ ປະສານງານຮ່ວມມືແບບສະເໝີພາບກັນ, ເປົ້າໝາຍເພື່ອຊ່ວຍເຫຼືອສົ່ງເສີມ ເພີ່ມທະວີການບຳລຸງກໍ່ສ້າງ ແລະ ຝຶກອົບຮົມ-ຫັດແອບໃຫ້ນັກບິນທະຫານອາກາດລາວ. ນອກນັ້ນ, ຍັງໄດ້ເນັ້ນໜັກວ່າ ຈະສືບຕໍ່ລົງເລິກການຮ່ວມມືໃນຂົງເຂດ ການຝຶກອົບຮົມ-ຫັດແອບຮ່ວມ, ການພັດທະນາບຸກຄະລາກອນ, ການຊ່ວຍເຫຼືອມະນຸດສະທຳ ແລະ ຂົງເຂດອື່ນໆ ເປັນເທື່ອລະກ້າວ, ພ້ອມກັນນັ້ນ ຈະສືບຕໍ່ພັດທະນາສາຍພົວພັນມິດຕະພາບລະຫວ່າງສອງກອງທັບຢ່າງບໍ່ຢຸດຢັ້ງ, ຮ່ວມກັນປົກປັກຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ. ຂ່າວ: ກອງທັບ

