ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 29 ກັນຍາ ຜ່ານມາ ເປັນວັນສາກົນແຫ່ງຄວາມຮັບຮູ້ດ້ານການສູນເສຍ ແລະ ການສິ້ນເປືອງອາຫານ. ທ່ານ ຊວີ່ຕົ່ງຢວີ້ ຜູ້ອຳນວຍການໃຫຍ່ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຫຼື FAO ກ່າວວ່າ: ການຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານມີຜົນດີຕໍ່ການຊຸກຍູ້ການຫັນປ່ຽນຮູບແບບຂອງລະບົບການກະເສດ ແລະ ອາຫານ, ປະຢັດຊັບພະຍາກອນທຳມະຊາດ ແລະ ທຶນຮອນ ພ້ອມທັງຫຼຸດຜ່ອນຄວາມກົດດັນຕໍ່ການອະນຸລັກປ່າໄມ້.
ຂໍ້ມູນຈາກອົງການ FAO ສະແດງໃຫ້ເຫັນວ່າ: ສະບຽງອາຫານທີ່ຜະລິດໃນທົ່ວໂລກມີປະມານ 19% ຖືກຖິ້ມໄປໃນຂັ້ນຕອນຂາຍຍ່ອຍ, ການບໍລິການກິນດື່ມ ແລະ ການບໍລິໂພກໃນຄອບຄົວ. ເນື່ອງຈາກການຂະຫຍາຍຕົວຂອງກະສິກຳຍັງແມ່ນໜຶ່ງໃນສາເຫດສຳຄັນຂອງການທຳລາຍປ່າໄມ້, ການຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານຈຶ່ງມີຜົນດີຕໍ່ການຍົກສູງປະສິດທິພາບການນຳໃຊ້ທີ່ດິນກະສິກຳທີ່ມີຢູ່ໃນປັດຈຸບັນ ແລະ ຫຼຸດຜ່ອນຄວາມກົດດັນຕໍ່ປ່າໄມ້.

